Scarlett Johansson ນັກສະແດງ ຜູ້ສະແດງເປັນ Black Widow ຕົວລະຄອນຊຸບເປີຮີໂຣ້ສາວໃນ Marvel ໄດ້ຍື່ນຟ້ອງ Disney (ຄ້າຍ Marvel Studios) ສານໃນລອສແອງເຈີລິສ ດ້ວຍຂໍ້ຫາລະເມີດສັນຍາໃນການນຳເອົາຮູບເງົາເລື່ອງ Black Widow ໄປສາຍໃນສະຕຣີມມິງ Disney+ ພ້ອມກັບສາຍໃນໂຮງຮູບເງົາ ເຮັດໃຫ້ລາວສູນເສຍລາຍໄດ້.

ທາງທະນາຍຂອງນັກສະແດງສາວ ໄດ້ເປີດເຜີຍເອກະສານວ່າ Scarlett Johansson ໄດ້ເຊັນສັນຍາໃຫ້ຮູບເງົາອອກສາຍໃນໂຮງຮູບເງົາເທົ່ານັ້ນ ແລະ ນັກສະແດງສາວເອງກໍຍອມລົດຄ່າຕົວລົງ ເພື່ອຈະໄດ້ເປີເຊັນຈາກການຂາຍປີ້ເຂົ້າເບິ່ງຮູບເງົາ.

Wall Street Journal ໄດ້ເປີດເຜີຍວ່າ ມີການຄາດການວ່າ Scarlett Johansson ໄດ້ສູນເສຍລາຍໄດ້ເຖິງ 50 ລ້ານໂດລາ ຕັ້ງແຕ່ Disney ປະກາດຈະສາຍຮູບເງົາເລື່ອງ Black Widow ລົງໃນ Disney+
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/