Samsung Galaxy S20 FE ອັດແໜ້ນດ້ວຍ Features ຍອດນິຍົມໃນລາຄາທີ່ຈັບຕ້ອງໄດ້ຜະລິດມາເພື່ອເອົາໃຈສາວົກ Galaxy ໂດຍສະເພາະ.


Samsung ໄດ້ປະກາດເປິດໂຕ Galaxy S20 FE Smart Phone ທີ່ຊ່ວຍໃຫ້ທ່ານໄປໄດ້ສຸດໃນທຸກ Lifestyle, ໃໝ່ລ້າສຸດໃນຕະກຸນ Galaxy S20 Series ມາພ້ອມກັບການລວມເອົາ Features ແລະ ນະວັດຕະກຳເດັ່ນໆທີ່ສາວົກ Galaxy Fan ທີ່ມັກໃນຕະກູນ S20 Series ມາໃຫ້ເປັນເຈົ້າຂອງໃນລາຄາທີ່ເຂົ້າເຖິງໄດ້ໂດຍ Smart Phone ລຸ້ນນີ້ຖືກອອກແບບມາຢ່າງພິຖີພິຖັນ ພ້ອມສົ່ງມອບປະສົບການ Smart Phone Flagship ເພື່ອຕອບໂຈດຜູ້ໃຊ້ງານທີ່ Lifestyle ທີ່ຫຼາກຫຼາຍ. ມາພ້ອມຈໍສໍາຜັດທີ່ເລື່ອນໄຫຼ, ກ້ອງ  AI ສຸດລໍ້າກັບ Chipset ລະດັບແຖວໜ້າກັບການເຊື່ອມຕໍ່ທີ່ວ່ອງໄວ, battery ທີ່ອຶດທົນກັບຄວາມຈໍາທີ່ສາມາດເພິ່ມໄດ້ ແລະ Design ສຸດ Premium ມາລວມຢູ່ໃນ Samsung Galaxy S20 FE ເສີມສ້າງ Lifestyle ດີ ສີສັນທີ່ງົດງາມ ແລະ ໂດດເດັ່ນ.

Samsung Galaxy S20 FE ມາພ້ອມກັບຈໍພາບທີ່ສະຫວ່າງສົດໃສ, ລື່ນໄຫຼບໍ່ມີສະດຸດ, ຄວາມລະອຽດສູງ infinity-O ກັບຂະໜາດໜ້າຈໍ 6.5 ນິ້ວ. ດ້ວຍເຕັກໂນໂລຊີ Super AMOLED ທີ່ໃຫ້ຄວາມຄົມຊັດ ແລະ ສີສັນທີ່ງົດງາມ ລວມໄປເຖິງອັດຕາ 120Hz refresh rate ທີ່ປັບປ່ຽນໄດ້ຕາມການໃຊ້ງານ, ຮອງຮັບການໃຊ້ງານອັນຫຼາກຫຼາຍບໍ່ວ່າຈະເປັນການເບິ່ງ Content Streaming ຫຼື ການຫຼີ້ນເກມໄດ້ຢ່າງລື່ນໄຫຼບໍ່ມີສະດຸດ.
ຖ່າຍຮູບຢ່າງມືອາຊີບດ້ວຍ Pro-Grade Camera ກ້ອງຫຼັງຄວາມລະອຽດ 12 ລ້ານ Pixels ມາພ້ອມກ້ອງ Ultra-wide ແລະ ກ້ອງ Telephoto ທີ່ຍົກຄວາມສາມາດມາຈາກລຸ້ນ Galaxy S20 ເກືອບທັ້ງໝົດ. ບໍ່ວ່າຈະເປັນ Sensor ກາານຮັບຮູບຂະໜາດໃຫຍ່ກັບການປະມວນຜົນຮູບແບບຫຼາຍ Frame (multi-frame processing) ໂຫມດຖ່າຍຮູບກາງຄືນ (Bright Night) ທີ່ໃຊ້ AI ບວກເຂົາກັບເຕັກໂນໂລຊີກັນສັ່ນຊ່ວຍໃຫ້ຮູບອອກມານິ່ງ ແລະ ມີຊີວິດຊີວາຫຼາຍຂື້ນ, Space Zoom 30X ສຸດຊົງພະລັງເພື່ອໃຫ້ທ່ານບໍ່ພາດລາຍລະອຽດ ຫຼື Moment ທີ່ປະທັບໃຈເຖິງວ່າຈະຢູ່ໄກ. ນອກຈາກນີ້ Galaxy S20 FE ຍັງມາກັບກ້ອງໜ້າຄວາມລະອຽດເຖິງ 32 ລ້ານPixels ທີ່ມີເຕັກໂນໂລຊີ Tetra-binning ທີ່ຊ່ວຍໃຫ້ການຖ່າຍຮູບມີປະສິດທິພາບຫຼາຍຍິ່ງຂື້ນ.
ປະສິດທິພາບທີ່ຊົງພະລັງລະດັບ Flagship ຂອງ Galaxy S20 FE ທີ່ມາພ້ອມໜ່ວຍປະມວນຜົນສຸດຊົງພະລັງຢ່າງ Exynos 990 ໃນລຸ້ນ 4G ແລະ ແຮງກວ່າ. ດ້ວຍ Snapdragon 865 ໃນລຸ້ນ 5G ໜ່ວຍຄວາມຈຳສູງສຸດເຖິງ 256GB ພ້ອມຮອງຮັບ microSD ສູງສຸດເຖິງ 1TB ເກັບທຸກຄວາມຊົງຈຳຂອງທ່ານຢ່າງບໍ່ຕົກເຫ່ຍ ແລະ ຍັງຮອງຮັບການໃຊ້ງານ  5G ພ້ອມໃຊ້ງານການເຊື່ອມຕໍ່ສຸດລື່ນໄຫຼແຫ່ງອານາຄົດຕັ້ງແຕ່ມື້ນີ້, ບໍ່ພຽງເທົ່ານັ້ນ Galaxy S20 FE ຍັງມາພ້ອມກັບ battery 4,500 Milliamps ທີ່ໃຊ້ງານໄດ້ເຖິງ 8 ຊົ່ວໂມງ ແລະ Fast Charge 25W ໃຫ້ທ່ານມ່ວນກັບກິດຈະກຳສຸດໂປຣດໂດຍບໍ່ຕ້ອງຫ່ວງເລື່ອງ battery ທັ້ງນີ້ຍັງຮອງຮັບການກັນນ້ຳກັນຝຸ່ນໄດ້ລະດັບ IP68 ທີ່ໃຫ້ Galaxy S20 FE ພ້ອມຕິດຕົວໄປກັບ Lifestyle ຂອງທ່ານໃນທຸກໆໂອກາດ.
ເພິດເພິນກັບໂລກຂອງ Samsung Galaxy ຜ່ານ Galaxy Ecosystem ດ້ວຍພະລັງຂອງ Galaxy Ecosystem ທີ່ພຽງເຊື່ອມຕໍ່ Galaxy S20 FE ເຂົ້າກັບ Galaxy Fit2 ແລະ Galaxy Buds Live ຈະຊ່ວຍໃຫ້ທ່ານມ່ວນກັບຊີວິດໄດ້ຫຼາຍຂື້ນແບບບໍ່ມີສະດຸດທັ້ງປະສິດທິພາບຄວາມບັນເທິງ ແລະ ສິດທິພິເສດທີ່ຫຼາຍກວ່າສະເພາະ Galaxy Fans ກັບ YouTube Premium ຟຣີເຖິງ 4 ເດືອນ.
ສຳຫຼັບໃນປະເທດໄທ Galaxy S20 FE ມີວາງຂາຍແລ້ວທັ້ງ 2 ລຸ້ນ Galaxy S20 FE ແລະ Galaxy S20 FE 5G
·       Galaxy S20 FE LTE (RAM 8GB ROM 128GB) ລາຄາ $ 744
·       Galaxy S20 FE 5G (RAM 8GB ROM 128GB) ລາຄາ $ 850
·       Galaxy S20 FE 5G (RAM 8GB ROM 256GB) ລາຄາ $ 921
ໂດຍມີໃຫ້ເລືອກທັ້ງ 6 ສີ ໄດ້ແກ່ Cloud Navy, Cloud Lavender, Cloud Mint, ແລະ Cloud Red ວາງຂາຍທີ່ Samsung Experience Store ແລະ ຮ້ານຄ້າທີ່ເຂົ້າຮ່ວມລາຍການ, ສ່ວນສີ Cloud Orange ແລະ Cloud White ຈະວາງຂາຍທັ້ງລຸ້ນ LTE ແລະ 5G ສະເພາະຄວາມຈຳ 128 GB ທີ່ຮ້ານ Samsung Experience Store ແລະຜ່ານຊ່ອງທາງຮ້ານຄ້າ Online  ທີ່ເຂົ້າຮ່ວມລາຍການເທົ່ານັ້ນ.

ຮຽບໂດຍ:ກະຕຸກIQ2

 ກວດສອບໂດຍ: Tabee vorlasin
ທີ່ມາ: https://www.ryt9.com/s/prg/3161845