ຜົນສະຫຼຸບຄວາມເສຍຫາຍຈາກເຫດການລະເບີດຂອງບໍລິສັດ HUAWEI


ຈາກເຫດການທີ່ຫ້ອງແລັບຂອງ HUAWEI ລະເບີດໃນວັນທີ່ 25 ກັນຍາ 2020 ມື້ວານນີ້ທາງເຈົ້າໜ້າທີ່ ໄດ້ອອກມາເປີດເຜີຍແລ້ວວ່າ ມີຜູ້ເສຍຊີວິດ 3 ຄົນ ຈາກເຫດການໄຟໄໝ້ຄັ້ງນີ້ໃນອາຄານທີ່ເປັນຫ້ອງທົດລອງຂອງບໍລິສັດ HUAWEI ເຕັກໂນໂລຊີທີ່ຕັ້ງຢູ່ໃນມົນທົນກວາງຕຸ້ງພາກໃຕ້ຂອງປະເທດຈີນ.

ເຫດການດັ່ງກ່າວໃນຂະນະນີ້ເຈົ້າໜ້າທີ່ສາມາດຄວບຄຸມໄຟໄໝ້ໄດ້ໄວ້ແລ້ວ ແລະ ເຫດກາານທີ່ເກີດໄຟໄໝ້ຄັ້ງນີ້ອາດສົ່ງຜົນກະທົບຢ່າງຮຸນແຮງຕໍ່ກັບ HUAWEI ຫາກໄຟໄດ້ໄໝ້ເອກະສານທີ່ກ່ຽວກັບແຜນການຜະລິດ ແລະ ພັດທະນາຂອງບໍລິສັດ.

ຮຽບຮຽງໂດຍ:ກະຕຸກIQ2
ກວດສອບໂດຍ:Tabee vorlasin
ທີ່ມາ: https://www.ryt9.com/s/iq38/3162190