ດ່ວນ.!!! ເກິດເຫດໄຟໄໝ້ທີ່ຕຶກຫ້ອງ Lab ຂອງ HUAWEI


ສື່ທ້ອງຖິ່ນຂອງຈີນລາຍງານວ່າວັນທີ່ 25 ເດືອນ ກັນຍາ 2020 ໄດ້ເກິດເຫດໄຟໄໝ້ຂື້ນທີ່ອາຄານທີ່ມີຫ້ອງແຫຼບຂອງ HUAWEI  ໃນເມືອງຕົງກວນ ມົນທົນກວາງຕຸ້ງ ພາກໃຕ້ຂອງປະເທດຈີນ. ເຫດການລະເບິດໄດ້ສົ່ງຜົນໃຫ້ເກິດມີກຸ່ມຄວັນສີດຳຂະໜາດໃຫຍ່ລອຍຂື້ນສູ່ທ້ອງຟ້າໃນຂະນະທີ່ພະນັກງານທີ່ຢູ່ດ້ານໃນອາຄານດັ່ງກ່າວຕ່າງພາກັນແລ່ນໜີເອົາຊີວິດລອດອອກມາທາງດ້ານນອກ. ຈົນເຖິງຂະນະນີ້ຍັງບໍ່ມີລາຍງານຜູ້ບາດເຈັບ ຫຼື ຜູ້ເສຍຊີວິດ ລວມເຖິງບໍ່ຮູ້ສາເຫດທີ່ຊັດເຈນ ແຕ່ຕາມລາຍງານດັ່ງກ່າວແມ່ນໄດ້ລະບຸວ່າອາຄານດັ່ງກ່າວແມ່ນຍັງຢູ່ລະຫວ່າງກໍ່ການສ້າງ..

ທີ່ມາ: https://www.facebook.com/Ch3ThailandNews/photos/a.186145901421258/3329639270405223/?type=3