Ryan Gosling ເຜີຍ ຜິດວັງຫຼັງ Greta Gerwig ແລະ Margot Robbie ບໍ່ໄດ້ເຂົ້າຊິງ Oscars


ຫຼັງຈາກທີ່ສະຖາບັນສິລະປະ ແລະ ວິຊາການທາງຮູບເງົາ (Academy of Motion Picture Arts and Sciences – AMPAS) ໄດ້ອອກມາປະກາດລາຍຊື່ຜູ້ທີ່ໄດ້ເຂົ້າຊິງຮາງວັນ Oscars ຄັງທີ 96 ຜົນປາກົດວ່າຮູບເງົາເລື່ອງ Barbie ເຂົ້າຊິງທັງໝົດ 8 ຮາງວັນຈາກ 7 ສາຂາ.

ເຖິງແມ່ນວ່າຈະເຂົ້າຊິງຫຼາຍຮາງວັນ ແຕ່ກັບພາດໄປເມື່ອ 2 ແກນນຳຂອງເລື່ອງຢ່າງ Greta Gerwig ບໍ່ໄດ້ເຂົ້າຊິງຮາງວັນຜູ້ກຳກັບດີເດັ່ນ ແລະ Margot Robbie ເອງກໍບໍ່ໄດ້ເຂົ້າຊິງໃນສາຂານັກສະແດງນຳຍິງດີເດັ່ນເຊັ່ນດຽວກັນ ເຮັດໃຫ້ເຈົ້າຂອງບົດ Ken ໄດ້ອອກມາສະແດງຄວາມຜິດຫວັງ.

“ຖ້າບໍ່ມີ Ken ກໍຈະບໍ່ມີ Barbie, ບໍ່ມີຮູບເງົາ Barbie ແທ້ໆ ຖ້າຫາກບໍ່ມີ Greta Gerwig ແລະ Margot Robbie ກໍບໍ່ມີໃຜຄວນໄດ້ຮັບການຍ້ອງຍໍສຳລັບທຸກຄົນໃນຮູບເງົາດລື່ອງນີ້ ຫາກບໍ່ມີພອນສະຫວັນ, ຄວາມກ້າຫານ ແລະ ຄວາມອັດສະລິຍະຂອງພວກເຂົາທັງສອງ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/