ທຄຕລ ເປີດຕົວແອັບ EZyKip ຊ່ວຍນັກທ່ອງທ່ຽວທີ່ບໍ່ມີບັນຊີເງິນກີບ ສາມາດຈ່າຍເງິນກີບຜ່ານ QR Code ໄດ້


ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທຄຕລ (BCEL) ໄດ້ເປີດຕົວແອັບພິເຄຊັນ EZyKip ເພື່ອໃຫ້ນັກທ່ອງທ່ຽວທີ່ບໍ່ມີບັນຊີທະນາຄານກີບໃນລາວ ສາມາດເກັບ ແລະ ໃຊ້ຈ່າຍເງິນກີບໄດ້ ໃນຂະນະພັກຜ່ອນໃນປະເທດ ໃນໄລຍະປີທ່ອງທ່ຽວລາວ 2024.

ໂດຍເມື່ອບໍ່ດົນມານີ້, ໄດ້ມີພິທີເປີດຕົວ ຜະລິດຕະພັນ EzyKip Application ຢ່າງເປັນທາງການທີ່ ໂຮງແຮມຄຣາວພຣາຊ່າ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປີດພິທີໃນຄັ້ງນີ້ໂດຍ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການ BCEL, ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍບັນດາຄະນະກົມ, ຄະນະພະແນກທີ່ກ່ຽວຂ້ອງຈາກທະນາຄານແຫ່ງ ສປປ ລາວ, ບໍລິສັດໃນເຄືອ ທຄຕລ, ຄະນະອໍານວຍການ, ຄະນະພະແນກ, ສູນ ແລະ ສາຂາ ຕະຫຼອດຮອດພະນັກງານຂອງ ທຄຕລ ພ້ອມດ້ວຍສື່ມວນຊົນຈາກຫຼາຍພາກສ່ວນກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ການພັດທະນາຜະລິດຕະພັນ EzyKip Application, ແມ່ນເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ແຂກຕ່າງປະເທດທີ່ເດີນທາງເຂົ້າມາ ສປປ ລາວບໍ່ມີບັນຊີເງິນຝາກນຳທະນາຄານລາວມາກ່ອນ, ທັງເປັນການສົ່ງເສີມການຊຳລະສະສາງຄ່າສິນຄ້າ ແລະ ການບໍລິການຂອງນັກທ່ອງທ່ຽວຜ່ານການສະແກນ QR Code.

 ຜະລິດຕະພັນ EzyKip Application ແມ່ນກະເປົາເງິນເອເລັກໂຕຣນິກ ທີ່ລູກຄ້າສາມາດນໍາໃຊ້ເພື່ອເຮັດທຸລະກຳທາງການເງິນ ເປັນຕົ້ນແມ່ນການຖອນເງິນສົດຈາກຕູ້ ATM ຂອງ BCEL ດ້ວຍການສະແກນ QR Code ໂດຍບໍ່ມີຄ່າທຳນຽມ, ພ້ອມນັ້ນ ຊຳລະຄ່າສິນຄ້າ ແລະ ການບໍລິການດ້ວຍການສະແກນ QR Code ຢູ່ຕາມບັນດາຮ້ານຄ້າຕົວແທນ OnePay ຂອງ ທຄຕລ ແລະ ຮ້ານຄ້າສະມາຊິກ Lao QR ທົ່ວປະເທດ ເຊິ່ງມີຄ່າທຳນຽມທີ່ຖືກກວ່າການຊຳລະຜ່ານເຄື່ອງຮູດບັດ.

 ໂດຍ EzyKip ຈະໃຊ້ການຕື່ມເງິນເຂົ້າກະເປົາ ຜ່ານທາງການຜູກບັດຕ່າງໆຂອງນັກທ່ອງທ່ຽວ ເຊິ່ງສາມາດຮອງຮັບການ Top-up ບັດໄດ້ຫຼາຍປະເພດເຊັ່ນ: ບັດ UnionPay, Visa, Mastercard, JCB, AMEX,ນອກນັ້ນຍັງຈະຮອງຮັບ Alipay ແລະ Wechat Pay. ສ່ວນເງິນທີ່ຍັງເຫຼືອແມ່ນສາມາດໂອນກັບຄືນເຂົ້າບັດໄດ້ເຊັ່ນກັນ.

https://www.facebook.com/BCEL.Bank/posts/pfbid02jt1PuAEdaSaP9wpnfTB8JnYDUM5GsPvv5ogGZTNNBEoPotkJhvEx3NJ1xD5MvYTWl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/