Universal ເລີ່ມພັດທະນາ ‘Jurassic World 4’ ຫວັງຣີບູດແຟຣນຊາຍໃໝ່


The Hollywood Reporter ໄດ້ອອກມາລາຍງານວ່າ Universal ກຳລັງພັດທະນາ ‘Jurassic World 4’ ຮ່ວມກັບນັກຂຽນບົດຈາກພາກທຳອິດຢ່າງ David Koepp ພ້ອມຍັງບອກວ່າຕອນນີ້ໂປຣເຈັກຢູ່ໃນຂັ້ນຕອນການຂຽນບົດ ໂດຍວາງໃຫ້ເປັນການສ້າງຍຸກໃໝ່ຂອງ Jurassic.

‘Jurassic Park’ ເປັນຮູບເງົາທີ່ຖືກດັດແປງມາຈາກນິຍາຍຂາຍດີຂອງ Michael Crichton ເຊິ່ງເປັນໜຶ່ງໃນຮູບເງົາປາກົດການໄປທົ່ວໂລກ ແລະ ມີພາກຕໍ່ອອກມາອີກ 5 ພາກ ໂດຍພາກຫຼ້າສຸດຢ່າງ ‘Jurassic World Dominion’ ທີ່ຖິ້ມທ້າຍແຟຣນຊາຍໄດໂນເສົາ ພ້ອມກັບເປັນການເປີດຈັກກະວານໃໝ່ທີ່ຄົນຢູ່ຮ່ວມກັບໄດໂນເສົາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/