Robinhood ເປີດຕົວ Crypto Trading API ທີ່ຈະມອບຄວາມສາມາດໃຫ້ກັບນັກເທຣດໃນການຄວບຄຸມກົນລະຍຸດການຄ້າຂອງຕົນເອງ


Robinhood ແອັບຊື້ຂາຍຮຸ້ນ ໄດ້ປະກາດເປີດຕົວ crypto trading API ສໍາລັບຜູ້ໃຊ້ໃນສະຫະລັດ. ໂດຍບໍລິສັດໄດ້ເປີດເຜີຍແຜນການທີ່ຈະດຶງດູດນັກເທຣດ crypto ທີ່ມີປະສົບການຜ່ານ API ຂອງຕົນ, ເຊິ່ງໄດ້ເປີດໃຫ້ບໍລິການແລ້ວໃນວັນທີ 30 ພຶດສະພາທີ່ຜ່ານມານີ້.

crypto trading API ຈະອະນຸຍາດໃຫ້ນັກເທຣດໃນສະຫະລັດສາມາດຕັ້ງຄ່າກົນລະຍຸດການເທຣດແບບອັດຕະໂນມັດໄດ້. ໂດຍທາງ Robinhood ເຊື່ອວ່າສິ່ງນີ້ຈະຊ່ວຍໃຫ້ນັກລົງທຶນຕອບສະໜອງຕໍ່ການເຄື່ອນໄຫວຂອງຕະຫຼາດ ແລະ ຢູ່ເໜືອທ່າອ່ຽງຂອງຕະຫຼາດໄດ້. ໂດຍຜູ້ໃຊ້ສາມາດຊື້ຂາຍ crypto ໂດຍໃຊ້ API ແບບບໍ່ຕ້ອງເປີດແອັບ Robinhood.

ນອກຈາກນີ້, ຜູ້ໃຊ້ຍັງສາມາດຂຽນໂປຣແກຣມຂອງຕົນເອງໂດຍໃຊ້ API ເພື່ອຕອບໂຕ້ກັບຕະຫຼາດ crypto ແບບ real-time. Robinhood ກ່າວວ່າຜູ້ໃຊ້ສາມາດໃຊ້ກົນລະຍຸດ ແລະ Algorithms ເພື່ອດຳເນີນການຊື້ຂາຍໄດ້.

Johann Kerbrat, ຮອງປະທານ ແລະ ຜູ້ຈັດການທົ່ວໄປຂອງ Robinhood Crypto ກ່າວວ່າ

“API ນີ້ຈະຊ່ວຍໃຫ້ລູກຄ້າຂອງພວກເຂົາຄວບຄຸມກົນລະຍຸດການເທຣດຂອງຕົນເອງໄດ້ຢ່າງເຕັມທີ່ ແລະ ທຳການຊື້ຂາຍໂດຍອັດຕະໂນມັດ

ນັກພັດທະນາສາມາດສ້າງຜະລິດຕະພັນທີ່ເໝາະສົມກັບຄວາມຕ້ອງການສະເພາະ ແລະ ສໍາລັບການຊື້ຂາຍ crypto ຂອງຕົນເອງໄດ້”

Johann Kerbrat ກ່າວຕື່ມວ່າ

“ລະບົບອັດຕະໂນມັດນີ້ຈະອະນຸຍາດໃຫ້ນັກເທຣດສາມາດດໍາເນີນການຊື້ຂາຍໄດ້ດ້ວຍຄວາມໄວ, ຄວາມຖືກຕ້ອງ, ປະສິດທິພາບທີ່ຫຼາຍກວ່າເກົ່າ ແລະ ໃຊ້ກົນລະຍຸດການຊື້ຂາຍທີ່ຊັບຊ້ອນເຊິ່ງອາດຈະເປັນໄປບໍ່ໄດ້ຖ້າຈະເຮັດດ້ວຍຕົນເອງ” 

ເຖິງແມ່ນວ່າເຄື່ອງມືນີ້ຈະເບິ່ງຄືວ່າມີປະໂຫຍດຫຼາຍ. ແຕ່ມັນອາດຈະບໍ່ເໝາະສໍາລັບທຸກຄົນ, Robinhood ກ່າວວ່າ crypto trading AP ຖືກສ້າງຂຶ້ນສໍາລັບນັກເທຣດcrypto ທີ່ມີປະສົບການເທົ່ານັ້ນ.

ແລະກຸ່ມຜູ້ໃຊ້ນີ້ໃຫ້ຄວາມສຳຄັນໃນການເຮັດວຽກໃນລະດັບສູງທີ່ຊ່ວຍໃຫ້ພວກເຂົາໃຊ້ຄວາມຮູ້ດ້ານວິຊາການເພື່ອປະຕິບັດກົນລະຍຸດທີ່ຊັບຊ້ອນ. API ນີ້ສະໜອງການວິເຄາະ, ການປະມວນຜົນຂໍ້ມູນແບບ real-time ແລະ​ ເພີ່ມ​ຄວາມ​ປອດ​ໄພ​ທີ່ຍົກລະດັບໃຫ້ກັບນັກເທຣດ.​ ໂດຍບໍລິສັດໄດ້ສ້າງເວັບໄຊສະເພາະສໍາລັບເອກະສານປະກອບ API ແລະ ຕົວຢ່າງຂອງວິທີການໃຊ້ງານ API.

ທັງນີ້ ການໃຊ້ API ຍັງມີຄ່າທຳນຽມຊື້ຂາຍ Crypto ທີ່ຕ່ຳສຸດໂດຍສະເລ່ຍ ແລະ ເພີ່ມຜົນກໍາໄລສູງສຸດ ໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມດ້ວຍການຊື້ຂາຍທີ່ບໍ່ມີຄ່ານາຍໜ້າ.

ທີ່ມາ:

cointelegraph

learn/a-beginners-guide-to-blockchain-apis

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/