ໃນເມືອງ San Francisco ລັດ California ຂອງສະຫະລັດກໍາລັງດໍາເນີນການໂຄງການທົດລອງລາຍຮັບພື້ນຖານ ຫຼື UBI ແບບໃໝ່ ໂດຍກຽມທີ່ຈະແຈກເງິນສົດ 3.6 ລ້ານໂດລາໃຫ້ກັບປະຊາຊົນໃນທ້ອງຖິ່ນໂດຍບໍ່ມີເງື່ອນໄຂໃດໆ ເຊິ່ງໃນປັດຈຸບັນໄດ້ມີຄົນເຂົ້າຮັບສິດ 200 ຄົນ ແລະ ຈະໄດ້ຮັບເງິນ 1,000 ໂດລາຕໍ່ເດືອນ ໂດຍຈະເລີ່ມຕັ້ງແຕ່ເດືອນຕຸລາໄປຈົນເຖິງເດືອນກັນຍາ ປີ 2024.
ສຳລັບເງິນທີ່ໄດ້ຮັບນັ້ນຈະບໍ່ມີຂໍ້ຜູກມັດ ຫຼື ເງື່ອນໄຂໃດໆ ສາມາດໃຊ້ຈ່າຍໄດ້ຕາມປົກກະຕິບໍ່ວ່າຈະເປັນຂອງກິນອາຫານ, ໂຮງຮຽນ, ຈ່າຍຄ່າລົດ, ຄ່ານ້ຳມັນ, ຄ່າໃຊ້ຈ່າຍສ່ວນຕົວ ແລະ ອື່ນໆ.
Rise Up Alameda ແມ່ນໂຄງການທີ່ອອກແບບມາເພື່ອທົດສອບວ່າການແຈກເງິນເປັນປະຈຳ ແມ່ນວິທີການທີ່ມີປະສິດທິຜົນເພື່ອຫຼຸດຜ່ອນຄວາມບໍ່ສະຖຽນລະພາບທາງດ້ານເສດຖະກິດ ແລະ ຕໍ່ສູ້ກັບຄວາມທຸກຍາກຫຼືບໍ່?
ສະພານະຄອນ Alameda ໄດ້ໃຊ້ເງິນທັງໝົດ 4.6 ລ້ານໂດລາສະຫະລັດ ຈາກແຜນການກູ້ໄພຂອງອາເມຣິກາ ເພື່ອສະໜອງທຶນໃຫ້ແກ່ໂຄງການນີ້. ໂດຍເງື່ອນໄຂໃນການແຈກຢາຍເງິນດັ່ງກ່າວຈະຖືກແຈກຢາຍໃຫ້ຜູ້ເຂົ້າຮ່ວມໂຄງການ ເຊິ່ງເປັນຜູ້ໃຫຍ່ທີ່ອາໄສຢູ່ໃນ San Francisco ທີ່ມີລາຍໄດ້ເທົ່າກັບ ຫຼື ໜ້ອຍກວ່າ 50% ຂອງລາຍໄດ້ສະເລ່ຍໃນພື້ນທີ່ (AMI) ຫຼື ບໍ່ມີລາຍໄດ້ຈາກວຽກ ແລະ ໂຄງການອື່ນໆ. ເຊິ່ງພວກເຂົາເຈົ້າຈະຕ້ອງຜ່ານການກວດສອບຄວາມເໝາະສົມເພື່ອຢືນຢັນວ່າເຂົາເຈົ້າມີສິດເຂົ້າຮ່ວມ ແລະ ຈະໝົດເຂດໃນການເຂົ້າຮັບສິດໃນວັນທີ 18 ກັນຍາ, ສຳລັບທຸກຄົນທີ່ຜ່ານເກນເມື່ອມີຈຳນວນຫຼາຍເກີນໄປ ທາງໂຄງການກໍຈະໄດ້ສຸ່ມຈັບສະຫຼາກເພື່ອຫາຄົນຮັບສິດ.

ໂຄງການທົດລອງນີ້ເປັນໜຶ່ງໃນສິບໂຄງການທົ່ວສະຫະລັດທີ່ມີກຳນົດທີ່ຈະແຈກເງິນຢ່າງໜ້ອຍ 220 ລ້ານໂດລາອີງຕາມລາຍງານຫຼ້າສຸດທີ່ຜ່ານມາ. ເຊິ່ງຜົນທີ່ໄດ້ຮັບເບື້ອງຕົ້ນຈາກການທົດລອງໃນເມືອງແດນເວີ (Denver) ທີ່ໃຊ້ງົບໄປປະມານ 1.8 ລ້ານໂດລາ ພົບວ່າໂຄງການດັ່ງກ່າວສາມາດຊ່ວຍເຮັດໃຫ້ຜູ້ຄົນທີ່ກຳລັງປະເຊີນກັບບັນຫາທາງດ້ານເງິນສາມາດຫຼຸດພົ້ນຈາກວິກິດການນັ້ນໄດ້. ຜູ້ເຂົ້າຮ່ວມໃນການທົດລອງທີ່ໄດ້ຮັບເງິນຕັ້ງແຕ່ 600 ຫາ 12,000 ໂດລາກ່າວວ່າ “ພວກເຂົາມີຄວາມຮູ້ສຶກກົດດັນທາງດ້ານການເງິນໜ້ອຍລົງ. ໃນຂະນະທີ່ສ່ວນໃຫຍ່ໃຊ້ເງິນທຶນໄປກັບການໃຊ້ຊື້ສິ່ງຕ່າງໆໃນການດຳລົງຊິວິດ”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/