Revolut ປະກາດຍຸຕິການສະໜັບສະໜູນຫຼຽນ ADA, MATIC ເເລະ SOL ໃນສະຫະລັດ


ເມື່ອວັນທີ 28 ມິຖຸນາທີ່ຜ່ານມາ, ບໍລິສັດ Revolut ທະນາຄານດິຈິຕອລລະດັບໂລກ ໄດ້ປະກາດຜ່ານອີເມວທີ່ສົ່ງຫາຜູ້ໃຊ້ໃນສະຫະລັດວ່າ ຈະຍຸຕິການສະໜັບສະໜູນ Cryptocurrencies 3 ລາຍການຄື Cardano (ADA), Polygon (MATIC) ເເລະ Solana (SOL), ໂດຍຈະບໍ່ສາມາດຊື້ Crypto ດັ່ງກ່າວຜ່ານເເອັບຂອງຕົນໄດ້ ເເລະ ຈະມີຜົນທັນທີຫຼັງຈາກທີ່ປະກາດອອກໄປ.

ພາຍຫຼັງການປະກາດອອກໄປ ຜູ້ໃຊ້ຈະບໍ່ສາມາດຖືຄອງ ຫຼື ຊື້ຂາຍຫຼຽນດັ່ງກ່າວໄດ້ອີກຕໍ່ໄປ, ໂດຍທາງບໍລິສັດ Revolut ຈະຂາຍຫຼຽນ Crypto ທັງ 3 ໂດຍອັດຕະໂນມັດ ເເລະ ຝາກເງິນສົດທີ່ທຽບເທົ່າມູນຄ່າຫຼຽນໃນເວລານັ້ນເຂົ້າໃນບັນຊີ Revolut ຂອງຜູ້ໃຊ້ເເຕ່ລະຄົນເເທນ.

ການເພີກຖອນຫຼຽນອອກໃນຄັ້ງນີ້ໄດ້ສົ່ງຜົນກັບຫຼຽນທີ່ບໍລິສັດສະໜັບສະໜູນຢູ່ພຽງເລັກນ້ອຍເທົ່ານັ້ນ. ປັດຈຸບັນ Revolut ຮອງຮັບ Crypto ຫຼາຍກວ່າ 80 ລາຍການ ເເລະ ນະໂຍບາຍໃໝ່ດັ່ງກ່າວຈະມີຜົນກັບຜູ້ໃຊ້ເເອັບ Revolut US ເທົ່ານັ້ນ.

ໂດຍເຫດຜົນໃນການເພີກຖອນຫຼຽນ crypto ດັ່ງກ່າວອອກຈາກຕະຫຼາດໃນສະຫະລັດນັ້ນ ສືບເນື່ອງມາຈາກກົດໝາຍໃນສະຫະລັດ ເເລະ ຂໍ້ບັງຄັບທີ່ໄດ້ມີການປ່ຽນເເປງໃນສະຫະລັດອາເມຣິກາ, ເຖິງເເມ່ນວ່າບໍລິສັດຈະບໍ່ໄດ້ກ່າວເຖິງກໍລະນີຄະດີຄວາມລະຫວ່າງ SEC ກັບ Coinbase ເເລະ Binance ເເຕ່ໃນຄະດີຄວາມດັ່ງກ່າວ SEC ກໍໄດ້ລະບຸວ່າ ADA, MATIC ແລະ SOL ແມ່ນຫຼັກຊັບ.

ບໍ່ພຽງເເຕ່ Revolut ທີ່ຍຸຕິການສະໜັບສະໜູນ 3 ຫຼຽນດັ່ງກ່າວ, ເເຕ່ບັນດາເວັບເທຣດ ເເລະ ເເພລັດຟອມ Crypto ອື່ນກໍໄດ້ເພີກຖອນຫຼຽນດັ່ງກ່າວນັ້ນໃນໄລຍະ 2–3 ອາທິດທີ່ຜ່ານມາເຊັ່ນກັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/