ປະຊາຊົນຝຣັ່ງອອກມາປະທ້ວງຢ່າງໜັກ ຫຼັງເຈົ້າໜ້າທີ່ຕຳຫຼວດ ຍິງຊາຍໜຸ່ມ ອາຍຸ 17 ປີ ເສຍຊີວິດ ຈາກເຫດຝ່າຝືນກົດຈາລະຈອນ


ຈາກເຫດ ໄວໜຸ່ມສັນຊາດຝຣັ່ງ ອາຍຸ 17 ປີ ຖືກເຈົ້າໜ້າທີ່ຕຳຫຼວດຍິງເສຍຊີວິດ ຈາກເຫດຝ່າຝືນກົດລະບຽບຈະລາຈອນ ເຮັດໃຫ້ປະຊາຊົນຫຼາຍພັນຄົນອອກປະທ້ວງກໍ່ຄວາມວຸ້ນວາຍໄປຕາມຫົວເມືອງຕ່າງໆ ເພາະເບິ່ງວ່າເປັນການກະທຳເກີນກວ່າເຫດຂອງ ເຈົ້າໜ້າທີ່ຕຳຫຼວດ ຕໍໍ່ກັບປະຊາຊົນ.

ໃນວັນອັງຄານທີ 27 ມິຖຸນາ ທ. ນາເຮວ ເອັມ ໄວໜຸ່ມອາຍຸ 17 ປີ ຖືກເຈົ້າໜ້າທີ່ຍິງເສຍຊີວິດ ຫຼັງເຈົ້າໜ້າທີ່ 2 ​ຄົນ ພະຍາຍາມເອີ້ນລາວໃຫ້ຈອດລົດເພື່ອກວດຄົ້ນ ແຕ່ນາເຮວ ເອັມ ກັບມີພຶດຕິກຳຝ່າຝືນ ແລະ ກຳລັງຈະໜີ ເຈົ້າໜ້າທີ່ຕຳຫຼວດເລີຍໃຊ້ອາວຸດປືນຍິງເຂົ້າໄປ ເປັນເຫດໃຫ້ ນາເຮວ ເອັມ ເສຍຊີວິດໃນເວລາຕໍ່ມາ ຈາກການຖືກຍິງທີ່ໜ້າເອິກ.

ເຫດການດັ່ງກ່າວກາຍເປັນກະແສວິພາກວິຈານໄປທົ່ວປະເທດຝຣັ່ງ ສົ່ງຜົນໃຫ້ມີຜູ້ປະທ້ວງຈຳນວນຫຼາຍພັນຄົນອອກມາປະທ້ວງຕັ້ງແຕ່ຄືນມື້ນັ້ນ ຕໍ່ເນື່ອງມາຈົນຮອດແລງວັນທີ 29. ຂະນະທີ່ ຜູ້ເປັນແມ່ຂອງ ນາເຮວ ເອັມ ກໍອອກມາຮ່ວມເດີນຂະບວນປະທ້ວງເຊັ່ນກັນ ເຊິ່ງເຈົ້າໜ້າທີ່ກໍໄດ້ເຂົ້າສະຫຼາຍການປະທ້ວງ ແລະ ຜູ້ປະທ້ວງຈຳນວນໜຶ່ງ ຖືກເຈົ້າໜ້າທີ່ຈັບຕົວໄປ.

ໂດຍກຸ່ມປະທ້ວງທີ່ຮຸນແຮງທີ່ສຸດເກີດຂຶ້ນໃນເຂດ ນອງເຕ ເຊິ່ງເປັນເຂດທີ່ເກີດເຫດ ໂດຍມີຜູ້ປະທ້ວງຈູດໄຟເຜົາລົດ ເຜົາຖັງຂີ້ເຫຍື້ອ ລວມເຖິງມີການເຜົາຕຶກອາຄານບາງແຫ່ງ ໂດຍມີພາບເຜີຍອອກມາວ່າ ໄດ້ມີທະນາຄານແຫ່ງໜຶ່ງມີໄຟລຸກໄໝ້ບໍລິເວນຊັ້ນລຸ່ມຂອງອາຄານ.

ນອກຈາກນີ້ໃນບັນດາຂົນສົ່ງສາທາລະນະຢ່າງ ລົດເມ ລົດໄຟຟ້າໃນບາງເຂດຕ້ອງຢຸດໃຫ້ບໍລິການໄປກ່ອນ ຂະນະທີ່ບາງເຂດນອກເມືອງຈະຕ້ອງປະກາດກົດໄອຍະການເສິກ ເພື່ອບໍ່ໃຫ້ປະຊາຊົນອອກມາຈາກເຮືອນ.

ເຈົ້າໜ້າທີ່ຈຳນວນຫຼາຍກວ່າ 40.000 ຄົນ ເຂົ້າລະງັບເຫດໃນສະຖານທີ່ຕ່າງໆທົ່ວປະເທດ ແລະ ມາຮອດປັດຈຸບັນມີຜູ້ອອກປະທ້ວງຖືກຈັບຕົວໄປແລ້ວທັງໝົດ ຫຼາຍກວ່າ 328 ຄົນໃນທົ່ວປະເທດ.

ໃນສ່ວນຂອງ ເຈົ້າໜ້າທີ່ຕຳຫຼວດ 2 ຄົນ ທີ່ຍິງໄວໜຸ່ມເສຍຊີວິດ ປັດຈຸບັນ ຖືກທາງການຕັ້ງຂໍ້ຫາ ຄາຕະກຳ ແລະ ຖືກຄວບຄຸມຕົວຮຽບຮ້ອຍ ແລະ ຕຳຫຼວດທັງ 2 ຄົນ ໄດ້ຂໍໂທດໄປຫາຄອບຄົວຜູ້ເສຍຊີວິດແລ້ວ.

ຂອບໃຈຂໍ້ມູນຈາກ: reuters, bbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/