ອັບເດດ! Elon Musk ເຜີຍ ເວທີ ທີ່ຕົນຈະຂຶ້ນຊົກກັບ Mark Zuckerberg ອາດເປັນ Colosseum ໃນອິຕາລີ


ອັບເດດກັນຢ່າງຕໍ່ເນື່ອງ ກັບກໍລະນີ ຄູ່ຊົກຢຸດໂລກ ລະຫວ່າງ Elon Musk ແລະ Mark Zuckerberg 2 ຜູ້ບໍລິຫານລະດັບໂລກ ທີ່ມີການທ້າຊົກກັນຜ່ານໂລກອອນລາຍ. ຫຼ້າສຸດຝ່າຍຂອງ ອີລອນ ມາກ ອອກມາເຜີຍ ການຊົກຂອງລາວ ອາດເກີດຂຶ້ນທີ່ ສະໜາມກິລາເກົ່າແກ່ ແລະ ມີຊື່ສຽງຢ່າງ Colosseum ໃນອິຕາລີ. ນອກຈາກນີ້ ຍັງມີລາຍງານວ່າ ທາງການ ອິຕາລີ ຕິດຕໍ່ມາຂໍເປັນເຈົ້າພາບຈັດງານຢ່າງເປັນທາງການແລ້ວ.

ໂດຍ ອີລອນ ມາກ ເປີດເຜີຍຜ່ານການໂພສຂໍ້ຄວາມລົງໃນ Twitter ສ່ວນຕົວວ່າ: ມີໂອກາດທີ່ການຕໍ່ສູ້ຂອງຂ້ອຍຈະເກີດຂຶ້ນທີ່ ສັງວຽນ Colosseum ໃນອິຕາລີ.

ສ່ວນທາງຂອງ TMZ sport ສຳນັກຂ່າວທີ່ຕິດຕາມເລື່ອງນີ້ຢ່າງໃກ້ຊິດ ກໍໄດ້ລາຍງານວ່າ ເມື່ອ 2-3 ມື້ທີ່ຜ່ານມານີ້ ລັດຖະມົນຕີວ່າການກະຊວງວັດທະນະທໍາໄດ້ໄປຫາ ມາກ ຊັກເກີເບີກ ກ່ຽວກັບການສະແດງສິ່ງທີ່ອາດຈະເປັນການຕໍ່ສູ້ທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງໂລກ ໃນໂຮງລະຄອນຕໍ່ສູ້ທີ່ດີທີ່ສຸດໃນປະຫວັດສາດ ຢ່າງ Colosseum. ພ້ອມເຜີຍອີກວ່າ ທັງ ອີລອນ ແລະ ມາກ ຊັກເກີເບີກ ຈະມັກສັງວຽນແຫ່ງນີ້ແນ່ນອນ.

ແຕ່ຢ່າງໃດກໍຕາມ ການຈະຈັດເວທີມວຍ ແລ້ວໃຫ້ຄົນຫຼາຍເຂົ້າໄປໃນ Colosseum ແລ້ວເຮັດເງິນຫຼາຍໆ ຄືກັບ ດານາ ໄວ ປະທານມວຍ UFC ເວົ້າໄວ້ນັ້ນ ຄົງຈະເປັນເລື່ອງຍາກຢູ່ ເພາະສະຖານທີ່ແຫ່ງປະຫວັດສາດ ທີ່ມີອາຍຸກວ່າ 2.000 ປີແຫ່ງນີ້ ບໍ່ໄດ້ຈັດງານໃຫຍ່ໆມາແລ້ວນັບຮ້ອຍປີ ແລະ ມີບ່ອນນັ່ງຊົ່ວຄາວໃຫ້ກັບຄົນທາງໃນໃນສະໜາມ ພຽງບໍ່ເທົ່າໃດຮ້ອຍບ່ອນນັ່ງເທົ່ານັ້ນ.

ໂດຍງານຫຼ້າສຸດທີ່ໃຫຍ່ ແລະ ຈັດທີ່ Colosseum ກໍຄື ງານຂອງ ຄອນເສີດ ເພື່ອການກຸສົນຂອງ PAUL MCCARTNEY ນັກຮ້ອງຊາວອັງກິດ ເມື່ອປີ 2003 ທີ່ເທື່ອນັ້ນ ມີຄົນເຂົ້າເບິ່ງທັງໝົດ 400 ກວ່າຄົນ ດ້ວຍຄ່າປີ້ລະດັບ VIP ທີ່ມີລາຄາເຖິງ 1.500 ໂດລາ. ນອກຈາກນັ້ນງານໃຫຍ່ອື່ນໆ ແມ່ນຈັດຢູ່ນອກໂຄງສ້າງຂອງ Colosseum ທັງໝົດ. ເຊິ່ງເສິກຂອງ ອີລອນ ແລະ ມາກ ຊັກເກີເບີກ ຍັງບໍ່ເປັນທີ່ຊັດເຈນວ່າຈະຈັດຢູ່ໃນ ຫຼື ຢູ່ນອກ ໂຄງສ້າງ.

ນອກຈາກນີ້ TMZ sport ຍັງລາຍງານຕື່ມວ່າ ທີມງານຂອງ ດານາ ໄວ ມີການໂອ້ລົມກັນກ່ຽວກັບການຕໍ່ສູ້ຂອງ ອີລອນ ແລະ ມາກ ຊັກເກີເບີກ ເກືອບຈະທຸກມື້ໃນ 1 ອາທິດທີ່ຜ່ານມາ. ໂດຍບັນຫາທີ່ໃຫຍ່ໃນການຈັດການຊົກຄັ້ງນີ້ຂຶ້ນກໍຄືນໍ້າໜັກຂອງທັງ 2 ຝ່າຍທີ່ແຕກຕ່າງກັນພໍສົມຄວນ ໂດຍ ອີລອນ ມີນໍ້າໜັກຢູ່ທີ່ 104 ກິໂລ ສ່ວນ ມາກ ຊັກເກີ້ເບິກ ມີນໍ້າໜັກຢູ່ພຽງແຕ່ 65 ກິໂລ ເທົ່ານັ້ນ.

ສຳລັບ Colosseum ເປັນໜຶ່ງໃນສະຖານທີ່ບູຮານສໍາຄັນຂອງ ອິຕາລີ ທີ່ຕັ້ງຢູ່ໃນກາງເມືອງ ໂຣມ ເປັນໜຶ່ງໃນ 7 ສິ່ງມະຫັດສະຈັນຂອງໂລກ ສ້າງຂຶ້ນຕັ້ງແຕ່ຍຸກ ໂຣມັນ ຫຼື ປະມານປີ ຄສ 80 ທີ່ສ້າງຂຶ້ນເພື່ອເປັນສັງວຽນການຕໍ່ສູ້ຂອງ Gladiator ຫຼືນັກສູ້ຜູ້ເຂັ້ມແຂງ ທີ່ຕໍ່ສູ້ກັນລະຫວ່າງຄົນກັບຄົນ ຫຼື ຄົນກັບສັດ ເພື່ອຄວາມບັນເທີງແກ່ຜູ້ຊົມໃນຍຸກສະໄໝ ຈັກກະພັດ ໂຣມັນ.

ຂອບໃຈຂໍ້ມູນຈາກ: Tmz sport, Twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/