R. Kelly ຖືກຕັດສິນມີຄວາມຜິດຂໍ້ຫາດຳເນີນທຸລະກິດຄ້າປະເວນີຢ່າງຜິດກົດໝາຍ


R. Kelly ນັກຮ້ອງຈາກປະເທດສະຫະລັດອາເມຣິກາ ໄດ້ຖືກຕັດສິນວ່າມີຄວາມຜິດຕໍ່ການດຳເນີນທຸລະກິດຢ່າງຜິດກົດໝາຍ, ການໃຫ້ສິນບົນ, ການຂົ່ມເຫັງທາງເພດຕໍ່ເດັກ ແລະ ແມ່ຍິງ ພ້ອມທັງຂໍ້ຫາການຄ້າປະເວນີ ກວ່າ 20 ປີ.

R. Kelly ຫຼືຊື່ແທ້ Robert Sylvester Kelly ເປັນນັກຮ້ອງເພງສະໄຕລ໌ R&B ໂດຍມີເພງດັງທີ່ເຄີຍຊະນະຮາງວັນມາແລ້ວຄື I Believe I Can Fly ແຕ່ກໍໃຊ້ອຳນາດຊື່ສຽງ ເພື່ອໃຫ້ເດັກ ແລະ ຜູ້ຍິງກາຍເປັນເຫຍື່ອໃນການຂົ່ມເຫັງທາງເພດຂອງຕົນເອງ. ນອກຈາກນີ້ຍັງໄດ້ມີການດຳເນີນທຸລະກິດຄ້າປະເວນີພາຍໃນສະຫະລັດ ພ້ອມທັງຍັງຜະລິດຮູບເງົາອະນາຈານຂອງເດັກ.

ຜູ້ຍິງທີ່ເປັນໜຶ່ງໃນເຫຍື່ອຈາກການຂົ່ມເຫັງຂອງ Kelly ໄດ້ໃຫ້ການຕໍ່ຊັ້ນສານວ່າ Kelly ກັກຂັງ, ໃສ່ຢາ ແລະ ຂົ່ມຂືນຕົນເອງ.​ ລາວຍັງໄດ້ເສີມວ່າຕົວລາວເອງໄດ້ຫຼົບລີ້ຈາກ Kelly ເນື່ອງຈາກວ່າຕົນເອງໄດ້ຮັບການຂົ່ມຂູ່ຕັ້ງແຕ່ອອກມາເປີດເຜີຍເລື່ອງນີ້ຕໍ່ສາທາລະນະຊົນ.

ເຫຍື່ອບາງຄົນນັ້ນກໍແມ່ນຖືກເລືອກຈາກຄອນເສີດຂອງ Kelly ເອງ ຫຼື ບາງຄັ້ງກໍຈະຖືກສະເໜີໃຫ້ເຂົ້າຮ່ວມໃນຜົນງານດົນຕີ ຫຼັງຈາກທີ່ພວກເຂົາໄດ້ມີໂອກາດພົບກັບສິລະປິນ.

ໃນສານທີ່ນິວຢອກຕາເວັນອອກ, ໄດ້ມີຜູ້ກ່າວຫາ Kelly ໃນການຂົ່ມເຫັງທາງເພດ ແລະ ໃຊ້ຄວາມຮຸນແຮງ 11 ຄົນ, ຈາກ ຜູ້ຍິງ 9 ຄົນ ແລະ ຜູ້ຊາຍ 2 ຄົນ. ພວກເຂົາໄດ້ເຂົ້າມາໃຫ້ການອະທິບາຍການກະທຳຕ່າງໆ ເປັນເວລາກວ່າ 6 ອາທິດ. Kelly ໄດ້ຖືກຕັດສິນວ່າມີຄວາມຜິດທັງໝົດ 9 ຂໍ້, ໂດຍ 1 ຂໍ້ຕໍ່ການດຳເນີນທຸລະກິດຜິດກົດໝາຍ ແລະ 8 ຂໍ້ຕໍ່ການຄ້າປະເວນີ ຈາກທັງໝົດ 14 ການກະທຳ.

ການຕັດສິນຄັ້ງນີ້ເປັນການສືບເນື່ອງຈາກຄະດີກ່ອນໆ ທີ່ Kelly ຫຼຸດອອກມາໄດ້. ທາງສານໄດ້ມີການຮວບຮວມການໃຫ້ຂໍ້ມູນຂອງເຫຍື່ອຈາກຄະດີເມື່ອ 13 ປີກ່ອນກ່ຽວກັບການຜະລິດຮູບເງົາອະນາຈານເດັກ ແລະ ຕົວະເດັກຍິງ 15 ປີ ໃຫ້ມີເພດສຳພັນເພື່ອຈະປັ້ນເປັນນັກຮ້ອງ ພ້ອມທັງໃຫ້ສິນບົນເຈົ້າໜ້າທີ່ລັດໃຫ້ປອມແປງເອກະສານເພື່ອຈະແຕ່ງງານ. ເຊິ່ງການຂຶ້ນສານຄັ້ງນີ້ບໍ່ແມ່ນຄັ້ງທຳອິດຂອງ Kelly. ການຕັດສິນໂທດແມ່ນຈະຢູ່ທີ່ວັນທີ 4 ເດືອນພຶດສະພາ ເຊິ່ງລາວມີໂອກາດຕິດຄຸກຫຼາຍສິບປີໄປຈົນຮອດຕະຫຼອດຊີວິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/