ວັກຊີນໂຄວິດ-19 NDV-HXP-S ຜ່ານການທົດລອງຂັ້ນທີໜຶ່ງກວດແອນຕິບໍດີຕ້ານໜາມໄດ້ 100%


ມະຫາວິທະຍາໄລມະຫິດົລ, ປະເທດໄທ ໄດ້ສຳເລັດການທົດລອງວັກຊີນໂຄວິດ-19 NDV-HXP-S ກັບຄົນໃນໄລຍະທີໜຶ່ງ ຫຼື ເຟສ 1 (Phase 1) ພົບວ່າມັນສ້າງແອນຕິບໍດີເຊິ່ງກໍຄືພູມຕ້ານທານໃນຕົວອາສາສະໝັກຕ້ານໜາມຂອງໄວຣັສໂຄວິດ-19 ໄດ້ເຖິງ 100%.

ວັກຊີນໂຄວິດ-19 NDV-HXP-S ແມ່ນວັກຊີນຊະນິດເຊື້ອຕາຍ (Inactivated Vaccine) ໄດ້ຖືກພັດທະນາໂດຍທີມຈາກມະຫາວິທະຍາໄລເທັກຊັສ (University of Texas), Icahn School of Medicine ຈາກ Mount Sinai ແລະ ສະຖາບັນພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດຈາກສະຫະລັດອາເມຣິກາ. ການວິໄຈ ແລະ ພັດທະນາແມ່ນໄດ້ຖືກປະຕິບັດທີ່ PATH (Program for Appropriate Technology in Health) ໂດຍການທົດລອງແມ່ນໄດ້ເລີ່ມໄລຍະທີໜຶ່ງ ຫຼື ເຟສ 1 ໃນປະເທດບຣາຊິວ, ເມັກຊິໂກ, ໄທ ແລະ ຫວຽດນາມ.

ພວກເຂົາໄດ້ນຳໃຊ້ໄວຣັສນິວແຄສເຊິລມາປັບແຕ່ງກຳມະພັນໃຫ້ມີໜາມຄືກັບໄວຣັສໂຄວິດ-19. ເຊື້ອໄວຣັສນິວແຄສເຊິລເປັນໄວຣັສທີ່ພົບເຫັນໃນໄກ່, ບໍ່ເກີດໂຣກໃນຄົນ ແລະ ສາມາດເພີ່ມປະລິມານໄດ້. ອີກຂໍ້ດີຂອງການໃຊ້ວັກຊີນນີ້ກໍຄືສະພາບຄົງທີ່ກວ່າໂປຣຕີນຈາກເຊື້ອຕາຍໂດຍທຳມະຊາດ ແລະ ບໍ່ຕ້ອງການອຸປະກອນພິເສດເພື່ອກັກເກັບ ຈຶ່ງຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍລົງໄປໄດ້ຫຼາຍ.

ໃນໄລຍະທີ 1 ມີກຸ່ມອາສາສະໝັກຈາກ 18 – 59 ປີ ເຊິ່ງບໍ່ໄດ້ຖືພາ ແລະ ບໍ່ມີພູມຕ້ານທານຕໍ່ໄວຣັສ SARS-Cov-2 ທີ່ກໍ່ໃຫ້ເກີດໂຄວິດ-19 ຈຳນວນ 210 ຄົນ, ແບ່ງເປັນ 35 ຄົນຕໍ່ກຸ່ມ ແລະ ໄດ້ 6 ກຸ່ມ. ພວກເຂົາຈະໄດ້ຮັບປະລິມານຂອງວັກຊີນ, ການໃຊ້ສານກະຕຸ້ນ CpG 1018  ແລະ ໄລຍະຫ່າງຂອງການຮັບວັກຊີນແຕກຕ່າງກັນ ດ້ວຍປະລິມານ 1, 3 ແລະ 10 ໄມໂຄແກຣມ. ຜົນອອກມາແມ່ນມັນໄດ້ຍົກລະດັບພູມຕ້ານທານສູງທີ່ສຸດ ໂດຍສະເພາະຜູ້ທີ່ໄດ້ຮັບປະລິມານວັກຊີນຫຼາຍເຊັ່ນ: 10 ໄມໂຄຣແກຣມ (mcg) ຈະມີພູມຕ້ານທານສູງເຖິງ 100%. ຫຼັງຈາກ 43 ວັນທີ່ໄດ້ຮັບວັກຊີນຄົບແລ້ວ ພົບວ່າອາສາສະໝັກທຸກຄົນໄດ້ພັດທະນາແອນຕິເຈນ ຫຼື ພູມຕ້ານທານສູງ 100%. ໃນໄລຍະທີ 2 ຫຼື ເຟສ 2 ນີ້, ຈຶ່ງໄດ້ມີການຈັດວາງສອງສູດເຂົ້າໃນການທົດລອງຄື 3 ໄມໂຄຣແກຣມ ໂດຍມີ ແລະ ບໍ່ມີສານກະຕຸ້ນ CpG 1018.

ການທົດລອງຈະຕ້ອງໄດ້ຜ່ານ 3 ໄລຍະ ແລະ ລໍຖ້າການອະນຸມັດຈາກອົງການອະນາໄມໂລກ. ຖ້າຜົນອອກມາໄດ້ສຳເລັດ, ດ້ວຍຄວາມສະດວກສະບາຍໃນການກັກເກັບ ແລະ ຄວາມຄົງທີ່ຂອງໂປຣຕີນວັກຊີນ NDV-HXP-S ມັນຈະສາມາດຊ່ວຍໄດ້ອີກຫຼາຍລ້ານຄົນທົ່ວໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/