ມິມີ່ ນາງເອກໜ້າໃໝ່ຊີຣີ້ My Melody ກັບບົດບາດທີ່ໜ້າຮັກ ແລະ ສົດໃສ


ສຳລັບຊີຣີ້ລາວເຮົາເລື່ອງ My Melody ກໍກຳລັງເປັນທີ່ນິຍົມຫຼາຍພໍສົມຄວນ ເພາະເປັນເລື່ອງທີ່ໜ້າສົນໃຈ ແລະ ໜ້າຕິດຕາມເປັນທີ່ສຸດ, ບົດບາດຕົວລະຄອນກໍຖືກໃຈໃຜຫຼາຍຄົນ ໂດຍສະເພາະໄວໜຸ່ມເຮົາ, ພ້ອມກັບມີຄົບທຸກອາລົມ, ນັກສະແດງນ້ອງໃໝ່ກໍເກັ່ງສະແດງເຖິງບົດບາດ ເບິ່ງແລ້ວເຮັດໃຫ້ມ່ວນທັງກາຍ ແລະ ຈິດໃຈໄປຕາມໆກັນ.

ມື້ນີ້ເຮົາຈະມານຳສະເໜີກ່ຽວກັບຄວາມໜ້າຮັກຂອງນ້ອງ ມິມີ່ ຜູ້ທີ່ສະແດງເປັນນາງເອກຂອງເລື່ອງ ທັງຊີວິດຈິງກັບບົດບາດການສະແດງວ່າຈະຄ້າຍຄື ຫຼື ແຕກຕ່າງກັນຢ່າງໃດ.

ມິມີ່ ຊື່ແທ້ແມ່ນ: ບຸດສະບາ ພິດອານົງ ອາຍຸ 21 ປີ ກຳລັງສຶກສາທີ່ ຣັດຕະນະ ຮຽນການເງິນ-ການທະນາຄານ, ເຮັດວຽກສັງກັດ Tara Academy.

ເລື່ອງ My Melody: ຮັບບົດເປັນ ຢາດຟ້າ ນາງເອກຂອງເລື່ອງ, ຕົວລະຄອນຈະເປັນຄົນດື້, ເວົ້າເກັ່ງ, ຂີ້ນ້ອຍໃຈ, ເມື່ອມີຄວາມຕັ້ງໃຈຢາກເຮັດສິ່ງໃດຕ້ອງເຮັດໃຫ້ສຳເລັດ.

ຕົວຈິງກັບຕົວລະຄອນ: ຂ້ອນຂ້າງຄືກັນເປະເລີຍ ເພາະຕົວຈິງກໍຂີ້ດື້ເວົ້າເກັ່ງ.

ຄົນທີ່ສະໜິດທີ່ສຸດໃນກອງຖ່າຍ: ແມ່ນສະໜິດກັບເກືອບທຸກຄົນເລີຍໂດຍສະເພາະ ເຈແປນ, ແມັກ, ເຕີ້ຍ ກາຍເປັນໝູ່ກັນແທ້ໆ ຕົວຕິດກັນຕະຫຼອດ.

ສາຍາທີ່ໄດ້ຮັບໃນກອງ: ແມ່ນ ຕາເວັນດວງນ້ອຍໆ, ເໝັ່ງ ເພາະຫົວລ້ານ  

ຜົນງານທີ່ຜ່ານມາ: ຊະນະການປະກວດ Miss Sofy Girl 2018 ຖ່າຍແບບ ຖ່າຍໂຄສະນາຕ່າງໆ.

ເວລາວ່າງ: ແມ່ນມັກເຮັດເຂົ້າໜົມ, ອ່ານປຶ້ມ, ຖ່າຍຮູບ.

ໃນອະນາຄົດ: ຢາກເປັນນັກສະແດງທີ່ປະສົບຄວາມສຳເລັດ ແລະ ທຸກຄົນຍອມຮັບໃນຄວາມສາມາດ   

ສຸດທ້າຍນີ້ ມີ່ຂໍຝາກຜົນງານຊີຣີ້ My Melody ທຳນອງຫົວໃຈ ໄວລຸ້ນປັ້ນຝັນ, ເຊິ່ງເປັນຊີຣີ້ເລື່ອງທຳອິດຂອງມີ່. ຢາກບອກວ່າມີ່, ນັກສະແດງ ແລະ ທີມງານທຸກຄົນຕັ້ງໃຈກັບຜົນງານນີ້ຫຼາຍ ຊ່ວຍສະໜັບສະໜູນຜົນງານຂອງຄົນລາວນຳກັນແນ່ເດີ

ຂອບໃຈບົດສຳພາດໂດຍ: ບຸດສະບາ ພິດອານົງ (ມິມີ່)

ເຟສບຸກ: Mimi Boutsaba

ສຳພາດວັນທີ: 21 ກັນຍາ 2021

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/