ຫຼ້າສຸດ! ລັດຖະບານຍີ່ປຸ່ນຕອບຮັບຄຳຂໍຂອງ ເຈົ້າຍິງມາໂກະ ທີ່ຈະບໍ່ຮັບເງິນ 150 ລ້ານເຢນ ເປັນທີ່ຮຽບຮ້ອຍແລ້ວ


ກ່ອນໜ້ານີ້ ເຈົ້າຍິງ ມາໂກະ ແຫ່ງລາຊະວົງຍີ່ປຸ່ນ ກຳລັງຈະເຂົ້າພິທີແຕ່ງງານກັບໜຸ່ມສາມັນຊົນ ທີ່ຄົບຫາເບິ່ງໃຈກັນຕັ້ງແຕ່ສະໄໝຮຽນນຳກັນຢູ່ມະຫາວິທະຍາໄລ, ແຕ່ການແຕ່ງງານກັບໂຄມຸໂຣະນັ້ນ ເຈ້າຍິງໄດ້ປະຕິເສດການຈັດງານແຕ່ງງານຕາມປະເພນີບູຮານຂອງລາຊະວົງ ແລະ ຂໍບໍ່ຮັບເງິນຫຼັງແຕ່ງງານຕາມສິດທີ່ຈະໄດ້ຮັບຈຳນວນ 150 ລ້ານເຢນ, ກໍລະນີແບບນີ້ ແມ່ນບໍ່ເຄີຍເກີດຂຶ້ນມາກ່ອນໃນລາຊະວົງຍີ່ປຸ່ນ (https://laox.la/world-news/15371/)

ຫຼ້າສຸດ ໄດ້ມີການອອກມາຢືນຍັນແລ້ວວ່າ ລັດຖະບານຍີ່ປຸ່ນໄດ້ຕອບຮັບຄຳຂໍຂອງ ເຈົ້າຍິງ ມາໂກະ ເປັນທາງການແລ້ວ ແລະ ຈະບໍ່ມອບເງິນໃຫ້ເຈົ້າຍິງຕາມທີ່ຮ້ອງຂໍໄວ້. ນອກຈາກນີ້ແລ້ວ ການຈັດງານແຕ່ງຂອງທັງສອງນັ້ນ ຈະເລີ່ມຈັດແບບສາມັນຊົນທົ່ວໄປ ໃນເດືອນຕຸລາ 2021 ທີ່ຈະມາຮອດນີ້.

ຖືໄດ້ວ່າເປັນເລື່ອງຄວາມຮັກທີ່ແກ່ຍາວມາຫຼາຍປີພໍສົມຄວນ ໂດຍສະເພາະແຜນການແຕ່ງງານທີ່ຖືກເລື່ອນມາຕັ້ງປີ 2017 ເນື່ອງຈາກເກີດຈາກຫຼາຍປັດໄຈ, ຫຼາຍສາເຫດ ທີ່ສາມັນຊົນອາດຈະບໍ່ຮັບຮູ້ໄດ້ແບບເລິກເຊິ່ງ.

ແຜນໃນອະນາຄົດຂອງເຈົ້າຍິງ ມາໂກະ ແລະ ໂຄມຸໂຣະ ກໍຄົງຈະໄດ້ໄປໃຊ້ຊີວິດທີ່ສະຫະລັດ ຕາມທີ່ເຄີຍໄດ້ກ່າວໄວ້ ອີກເຫດຜົນກໍແມ່ນ ໂຄມຸໂຣະ ເຮັດວຽກເປັນທະນາຍຄວາມແຫ່ງໜຶ່ງ ໃນນະຄອນນິວຢອກ, ທັງສອງຈຶ່ງມີແຜນຈະໄປໃຊ້ຊີວິດນຳກັນຢູ່ທີ່ນັ້ນແບບມີຄວາມສຸກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/