ສະພາການຄ້າ ແລະ ອຸດສາຫະກຳ ມອບເງິນ 400 ກວ່າລ້ານກີບໃຫ້ລັດຖະບານ ເພື່ອນຳໄປຊ່ວຍເຫຼືອວຽກງານຕ້ານໂຄວິດ-19


ໃນວັນທີ 27 ກັນຍາ 2021 ໄດ້ຈັດພິທີມອບຮັບຢ່າງເປັນທາງການ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ, ຕາງໜ້າກ່າວມອບໂດຍທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ໃຫ້ກຽດຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເຊິ່ງມີ ຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ (ສຄອ.ນວ) ເຫັນໄດ້ເຖິງຄວາມສໍາຄັນໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19. ດັ່ງນັ້ນ, ເພື່ອສະແດງເຖິງນໍ້າໃຈສາມັກຄີຂອງພາກທຸລະກິດໃນການຮ່ວມແຮງຮ່ວມໃຈປະກອບສ່ວນສະໜັບສະໜູນການຈັດຕັ້ງປະຕິບັດວຽກງານການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ຂອງນະຄອນຫຼວງວຽງຈັນ, ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຊິກ ຂອງ ສຄອຊ ແລະ ສຄອ.ນວ ໄດ້ຮ່ວມກັນປະກອບທຶນສະໜັບສະໜູນເຂົ້າໃນວຽກງານການຕ້ານເຊື້ອພະຍາດດັ່ງກ່າວ ພາຍໃຕ້ຄໍາຂວັນທີ່ວ່າ: “ຮ່ວມແບ່ງປັນນໍ້າໃຈຕ້ານໄພໂຄວິດ-19 ນະຄອນຫຼວງວຽງຈັນ” ເຊິ່ງລວມເປັນມູນຄ່າ ທັງໝົດ: 427,184,900 ກີບ (ສີ່ຮ້ອຍຊາວເຈັດລ້ານໜຶ່ງແສນແປດສິບສີ່ພັນເກົ້າຮ້ອຍກີບຖ້ວນ).

ໃນນັ້ນໄດ້ໂອນເຂົ້າບັນຊີ ໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານຕ້ານໂຄວິດ-19 ຈໍານວນ 51,300,000 ກີບ (ຫ້າສິບເອັດລ້ານສາມແສນກີບຖ້ວນ) ແລະ ມອບໃຫ້ ຫ້ອງວ່າການນະຄອນຫຼວງວຽງຈັນໂດຍກົງຈໍານວນເງິນສົດ 355,884,900 ກີບ (ສາມຮ້ອຍຫ້າສິບຫ້າລ້ານແປດແສນແປດສິບສີ່ພັນເກົ້າຮ້ອຍກີບຖ້ວນ) ແລະ ອຸປະກອນການແພດ ມູນຄ່າ 20,000,000 ກີບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/