ຢູໂຣບສະເໜີອອກກົດໝາຍ ໃຫ້ສາຍສາກໂທລະສັບຄືກັນທຸກຮຸ່ນ


ກຳມະການຢູໂຣບ the European Commission ແກ້ບັນຫາການສາກໂດຍໄດ້ສະເໜີອອກກົດບັງຄັບຜູ້ຜະລິດໂທລະສັບ ແລະ ເຄື່ອງໃຊ້ເທັກໂນໂລຊີຂະໜາດນ້ອຍໃຫ້ມີສາຍສາກເປັນສາກົນນຳກັນໝົດ.

ບັນຫາສາຍສາກໂທລະສັບຈະໝົດໄປ ທາງຄະນະກຳມະການຢູໂຣບເຊື່ອວ່າເມື່ອຜະລິດສາຍສາກທີ່ເປັນມາດຕະຖານໃຫ້ອຸປະກອນເທັກໂນໂລຢີທຸກຮູບແບບ ກໍຈະຫຼຸດຜ່ອນບັນຫາການເປືອງໄຟຟ້າພ້ອມທັງຍັງຫຼຸດຜ່ອນການຊື້ສາຍສາກເພີ່ມຂຶ້ນ ເມື່ອສາມາດນຳສາຍເກົ່າມາໃຊ້ໃໝ່ໄດ້. ແຕ່ທາງ Apple ໄດ້ອ້າງວ່າການເຮັດໃຫ້ມີສາຍສາກດຽວໝົດຈະດຶງໃຫ້ນະວັດຕະກຳຊ້າລົງ ພ້ອມທັງສ້າງມົນລະພິດເພີ່ມຂຶ້ນ. ເຊິ່ງຕົວບໍລິສັດເອງກໍເປັນຜູ້ຜະລິດອຸປະກອນເທັກໂນໂລຢີລາຍໃຫຍ່ທີ່ໃຊ້ຮູຮັບສາກທີ່ອອກແບບເອງເຊັ່ນ ໂທລະສັບ iPhone ທີ່ໃຊ້ຫົວຕໍ່ Lightning ຂອງຕົນເອງເທົ່ານັ້ນ.

“ຜູ້ບໍລິໂພກຈາກຢູໂຣບໄດ້ເມື່ອຍກັບການໃຊ້ຫົວສາຍສາກທີ່ບໍ່ກົງກັນ ແລະ ມັນກຳລັງກອງເຕັມໂຕະພວກເຂົາໝົດແລ້ວ” ຮອງປະທານຄະນະກຳມະການຢູໂຣບໄດ້ກ່າວ “ພວກເຮົາໃຫ້ເວລາກັບຜູ້ຜະລິດເພື່ອຄິດຄົ້ນທາງອອກມາດົນແລ້ວ, ບາດນີ້ຮອດເວລາທີ່ຈະອອກກົດໝາຍເພື່ອສາຍສາກທີ່ສາມາດໃຊ້ຮ່ວມກັນໄດ້ແລ້ວ”

ຂໍ້ສະເໜີຂອງຄະນະກຳມະການແມ່ນຈະໃຫ້ໂທລະສັບທຸກຮຸ່ນທີ່ຂາຍໃນຢູໂຣບຈະຕ້ອງເປັນສາຍສາກແບບ USB-C ເທົ່ານັ້ນ, ເຊິ່ງກົດດັ່ງກ່າວມັນຈະມີຜົນຕໍ່ອຸປະກອນດັ່ງນີ້:

  • ໂທລະສັບ
  • ແທັບເລັດ
  • ກ້ອງ
  • ຫູຟັງແບບ headphone
  • ລຳໂພງແບບພົກພາໄດ້
  • ຄອນໂຊເກມ

ແຕ່ອຸປະກອນປະເພດຫູຟັງຂະໜາດນ້ອຍ, ໂມງສະມາດວັອດ ແລະ ເຄື່ອງຕິດຕາມດ້ານສຸຂະພາບ ຍັງບໍ່ໄດ້ຖືກພິຈາລະນາ ເນື່ອງຈາກເຫດຜົນທາງຂະໜາດ ແລະ ເງື່ອນໄຂການນຳໃຊ້.

ນອກຈາກນີ້ຂໍ້ສະເໜີຖືກຍົກຂຶ້ນມາກໍເພື່ອສ້າງມາດຕະຖານໃນຄວາມໄວຂອງການສາກ ໝາຍຄວາມວ່າອຸປະກອນທີ່ສາມາດຮັບການສາກແບບໄວ (Fast Charging) ຈະໄດ້ຮັບການສາກໃນຄວາມໄວທີ່ເທົ່າທຽມກັນ.

ເຊິ່ງໂທລະສັບແອນດຣອຍສ່ວນໃຫຍ່ແມ່ນໄດ້ໃຊ້ USB micro-B ກໍໄດ້ປ່ຽນເປັນຮຸ່ນ USB-C ທີ່ເປັນມາດຕະຖານຂອງສະໄໝໃໝ່ເປັນທີ່ຮຽບຮ້ອຍ.

ຕົວເຄື່ອງໃໝ່ຂອງ iPad ແລະ MacBook ຕ່າງກໍໃຊ້ສາຍສາກ USB-C ແບບດຽວກັບໂທລະສັບແອນດຣອຍຈາກບໍລິສັດ Samsung ແລະ Huawei

ປະມານເຄິ່ງໜຶ່ງຂອງສາຍສາກທີ່ມາພ້ອມໂທລະສັບຂາຍໃນສະຫະພາບຢູໂຣບໃນປີ 2018 ແມ່ນສາຍສາກແບບ USB micro-B, ສ່ວນ USB-C ມີ 29%, ຫົວຕໍ່ແບບ Lightning ແມ່ນ 21% ອ້າງອີງຈາກການສຳຫຼວດຊັບສິນໃນປີ 2019.

ມີການຊື້ໂທລະສັບປະມາານ 420 ລ້ານເຄື່ອງ ແລະ ອຸປະກອນທີ່ສາມາດເຄື່ອນຍ້າຍໄດ້ຕ່າງໆໃນສະຫະພາບຢູໂຣບໃນປີທີ່ຜ່ານມາ. ປີ 2009, ມີສາຍສາກກວ່າ 30 ຮູບແບບ. ໂດຍສະເລ່ຍແມ່ນຄົນຜູ້ໜຶ່ງຈະມີສາຍສາກໂທລະສັບເຖິງ 3 ອັນ. ການສຳຫຼວດຍັງພົບວ່າມີສາຍສາກຖືກຖິ້ມ ແລະ ມີທັງບໍ່ໄດ້ໃຊ້ ກວ່າ 11,000 ອັນຕໍ່ປີ.

ປັດຈຸບັນໄດ້ມີສາຍສາກທີ່ໃຊ້ສຳລັບອຸປະກອນສ່ວນໃຫຍ່ເຫຼືອພຽງ 3 ຮູບແບບ: USB-C, USB micro-B ແລະ Lightning.

ທາງຄະນະກຳມະການຢູໂຣບໄດ້ຫວັງວ່າພາຍໃນປີ 2022, ບໍລິສັດຜະລິດອຸປະກອນເທັກໂນໂລຢີຈະໄດ້ປັບປ່ຽນຫົວຮັບສາຍສາກເພື່ອຮອງຮັບກັບ USB-C ທີ່ຖືກຕັ້ງເປັນແບບມາດຕະຖານ ແລະຖ້າ Apple ຍັງເສີມຮູຮັບສຳລັບ USB-C ໃສ່ອຸປະກອນອື່ນໆ ຕໍ່ໄປກໍຈະບໍ່ເປັນບັນຫາ.

ເຖິງຢ່າງໃດກໍອາດຈະໃຊ້ເວລາດົນກວ່ານັ້ນເພື່ອທີ່ຈະສາມາດອອກກົດໝາຍຢ່າງເປັນທາງການໄດ້. ທາງຂໍ້ສະເໜີນີ້ຈະໄດ້ຖືກນຳໄປອະພິປາຍໃນສະພາຢູໂຣບ ແລະ ລັດຖະບານ.​ພວກເຂົາອາດສະເໜີການແກ້ໄຂຂໍ້ສະເໜີດັ່ງກ່າວ ແລະ ຈົນກວ່າຄະນະກຳມະການຈະເຫັນດີ,​ ຈຶ່ງຈະອອກເປັນກົດໝາຍໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/