ປະທານາທິບໍດີ ສ.ເກົາຫຼີ ພິຈາລະນາແບນການກິນຊີ້ນໝາ


ປະທານນາທິບໍດີ ມຸນແຈອິນ (Moon Jae-In) ຈາກ ສ.ເກົາຫຼີ ໄດ້ພິຈາລະນາແບນການກິນຊີ້ນໝາພາຍໃນປະເທດ. ຊີ້ວ່າການສືບຕໍ່ປະເພນີກຳລັງເຮັດໃຫ້ປະເທດຂາຍໜ້າຕໍ່ສາຍຕາທົ່ວໂລກ.

ການກິນຊີ້ນໝາເປັນໜຶ່ງໃນປະເພນີທີ່ສືບຕໍ່ກັນມາຢ່າງຍາວນານໃນປະເທດເກົາຫຼີ,​ ແຕ່ໃນປັດຈຸບັນໄດ້ມີການລົດລົງຫຼາຍ ເນື່ອງຈາກພວກເຂົາເຫັນວ່າໝາເປັນສັດລ້ຽງ ຫຼື ໝູ່ເພື່ອນຫຼາຍກວ່າ. ໂດຍສະເພາະກັບກຸ່ມຄົນໄວໜຸ່ມທີ່ເບິ່ງວ່າປະເພນີດັ່ງກ່າວເປັນສິ່ງທີ່ບໍ່ສົມຄວນ ແລະ ໄດ້ມີການຮວມຕົວນັກເຄື່ອນໄຫວເພື່ອປົກປ້ອງສິດທິຂອງສັດເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ, ຕົວເລກການຂ້າໝາເພື່ອບໍລິໂພກກໍຍັງສູງເຖິງ 1 ລ້ານໂຕຕໍ່ປີ.

ສ.ເກົາຫຼີມີກົດໝາຍວ່າດ້ວຍການປົກປ້ອງສັດເພື່ອກັນບໍ່ໃຫ້ພວກມັນຖືກຂ້າຢ່າງໂຫດຮ້າຍ ແຕ່ກໍບໍ່ໄດ້ມີກົດໝາຍຫ້າມບໍລິໂພກຢ່າງຈະແຈ້ງ.

ໃນລະຫວ່າງປະຊຸມຂອງວັນຈັນປະຈຳອາທິດ ປະທານາທິບໍດີກໍໄດ້ເປີດປະເດັນດ້ວຍຄຳຖາມວ່າ ເວລານີ້ຄວນຈະພິຈະລະນາແບນການບໍລິໂພກຊີ້ນໝາຢ່າງຮອບຄອບແລ້ວຫຼືບໍ່? ປະທານມຸນແຈອິນນັ້ນກໍເປັນທີ່ຮູ້ກັນວ່າເປັນຜູ້ຮັກໝາ ກໍຄຳນຶງເຖິງບັນຫາເລື່ອງນີ້ ເຊິ່ງລາວໄດ້ເຄີຍປະກາດວ່າຈະພັດທະນາລະບົບດູແລເຮືອນສຳລັບສັດທີ່ຖືກຖິ້ມ.

ຈຳນວນການເພີ່ມຂຶ້ນຂອງຄົນຍຸກໃໝ່ຕ່າງກໍເຫັນດີນຳກັນວ່າ ການບໍລິໂພກນັ້ນເທົ່າກັບເປັນການທຳຮ້າຍສັດຫຼາຍກວ່າເປັນປະເພນີ. ໃນຫຼາຍປີທີ່ຜ່ານມາ, ປະຊາຊົນຕ່າງກໍຍົກເລີກການບໍລິໂພກຊີ້ນໝາ ແລະ ຫັນມາລ້ຽງພວກມັນແທນ ສົ່ງຜົນໃຫ້ 3 ຕະຫຼາດໃຫຍ່ທີ່ຂາຍຊີ້ນໝາພາຍໃນ ສ.ເກົາຫຼີກໍໄດ້ປິດຕົວລົງ.

ມີຜົນສຳຫຼວດຈາກອົງການ Nielsen for Human Society International ພົບວ່າ 84% ໃນທົ່ວປະເທດເກົາຫຼີບໍ່ເຄີຍບໍລິໂພກຊີ້ນໝາ ຫຼື ບໍ່ເຄີຍຢາກລອງຊີ້ນໝາເລີຍໃນອະນາຄົດ. ພ້ອມທັງມີຈຳນວນ 59% ເຫັນດີໃຫ້ແບນການບໍລິໂພກຊີ້ນໝາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/