Quiet Quitting ປາກົດການທີ່ຄົນຮຸ່ນໃໝ່ບໍ່ເຊື່ອວ່າການເຮັດວຽກໜັກແລ້ວຈະໄດ້ດີ


ໃນໂລກອອນລາຍໄດ້ມີການເວົ້າເຖິງຄຳສັບໃໝ່ທີ່ກຳລັງເປັນກະແສນັ້ນກໍຄື Quiet Quitting ເຖິງແມ່ນວ່າມັນຈະຄ້າຍຄືການ “ລາອອກ” ແຕ່ແທ້ຈິງແລ້ວມັນຄືອາການ “ໝົດໄຟຂັ້ນສຸດ” ທີ່ເຮັດໃຫ້ພະນັກງານຖິ້ມວັດທະນະທຳການເຮັດວຽກໜັກແລ້ວຈະໄດ້ດີ, ຖິ້ມຄວາມຄິດທີ່ຈະເຮັດວຽກໃຫ້ດີທີ່ສຸດແລ້ວຫັນມາເຮັດພຽງເພື່ອໃຫ້ຕົນເອງລອດໄປກໍພໍ.

Kathy Kacher ຜູ້ກໍ່ຕັ້ງ Career/Life Alliance Services ກ່າວວ່າແມ່ນແທ້ທີ່ Quiet Quitting ນັ້ນເປັນຄຳສັບໃໝ່ແຕ່ມັນຄືຄຳຈຳກັດຄວາມແນວຄິດທີ່ເຄີຍເກີດຂຶ້ນໃນອະດີດເຊິ່ງຕອນນີ້ໄດ້ກັບມາເປັນທີ່ຮູ້ຈັກອີກຄັ້ງດ້ວຍເຫດການ Great Resignation ຫຼື ກໍຄືປາກົດການການລາອອກຄັ້ງໃຫຍ່ໃນປີ 2021 ທີ່ມີພະນັກງານສະເລ່ຍກວ່າ 4 ລ້ານຄົນລາອອກຈາກງານໃນແຕ່ລະເດືອນເພາະຄວາມຂັດແຍ້ງໃນເລື່ອງຄວາມສົມດຸນລະຫວ່າງຊີວິດວຽກງານ ແລະ ຊີວິດສ່ວນຕົວ ໃນໄລຍະນັ້ນຫຼາຍອົງກອນພະຍາຍາມກະຕຸກຊຸກຍູ້ໃຫ້ພະນັກງານຂອງພວກເຂົາກັບມາເຮັດວຽກອີກຄັ້ງ. ແຕ່ບໍ່ວ່າຄຳຈຳກັດຄວາມຂອງ Quiet Quitting ຈະເປັນຢ່າງໃດ ເປົ້າໝາຍຂອງການກະທຳລ້ວນຄືກັນນັ້ນກໍຄືເມື່ອຈັດການໜ້າທີ່ຮັບຜິດຊອບຂອງຕົນເອງສຳເລັດແລ້ວກໍຖອດບົດບາດຂອງພະນັກງານອອກເພື່ອຈະໃຊ້ເວລາ ແລະ ໃຊ້ຊີວິດໄປກັບສິ່ງທີ່ຕົນເອງຕ້ອງການ

ເຊິ່ງພຶດຕິກຳດັ່ງກ່າວມີທ່າອ່ຽງ ແລະ ມັກຈະເກີດກັບພະນັກງານຮຸ່ນ Gen Z ແລະ ພະນັກງານເງິນລ້ານ ຫຼື ພະນັກງານທີ່ຂ້ອນຂ້າງມີຕົ້ນທຶນຊີວິດສູງທີ່ຢາກປະຕິວັດວັດທະນະທຳອົງກອນທີ່ບໍ່ເຫັນໃຈພະນັກງານເງິນເດືອນເຊັ່ນພວກເຂົາ (ເຖິງແມ່ນວ່າຈະບໍ່ສາມາດເຮັດໄດ້ກໍຕາມ) Joe Grasso ຜູ້ອຳນວຍການອາວຸໂສດ້ານບຸກຄົນຂອງ Lyra Health ກ່າວເຖິງສິ່ງທີ່ອົງກອນຈະຕ້ອງສັງເກດໃນຕົວພະນັກງານວ່າ ການທີ່ພະນັກງານມີແຮງຈູງໃຈລົດລົງຢ່າງໄວວາ, ການມີສ່ວນຮ່ວມໃນອົງກອນຕ່ຳບໍ່ວ່າຈະເປັນການບໍ່ມີປະຕິສຳພັນກັບໃຜຫາກບໍ່ຈຳເປັນ, ການແຍກຕົວອອກມາຢູ່ຄົນດຽວ ຫຼື ເລືອກທີ່ຈະມິດງຽບແທນທີ່ຈະສະເໜີຄວາມຄິດເຫັນນັ້ນລ້ວນເປັນສັນຍານຂອງ Quiet Quitting ເຊິ່ງອາດເຮັດໃຫ້ປະສິດທິພາບໃນການເຮັດວຽກຂອງພະນັກງານຜູ້ນັ້ນລົດລົງ

ໃນທາງກົງກັນຂ້າມ Natalie Baumgartner ຫົວໜ້ານັກວິທະຍາສາດດ້ານແຮງງານທີ່ Achievers ໄດ້ໃຫ້ຄຳແນະນຳທີ່ຕ່າງອອກໄປວ່າ ໃນຂະນະທີ່ອົງກອນກຳລັງແນມວ່າພະນັກງານເຫຼົ່ານັ້ນເຮັດຕົວບໍ່ເປັນມືອາຊີບ ໃນທາງກົງກັນຂ້າມພວກເຂົາອາດຈະກຳລັງຫາທາງທີ່ຈະບໍ່ໃຫ້ຕົນເອງໝົດໄຟຫຼາຍເກີນໄປຢູ່ກໍໄດ້ ເພາະ Quiet Quitting ບົ່ງບອກເຖິງຄວາມຮູ້ສຶກເມື່ອຍ ແລະ ທໍ້ແທ້ທີ່ພະນັກງານຫຼາຍຄົນກຳລັງປະສົບເຮັດໃຫ້ພວກເຂົາຫັນມາປະເມີນ ແລະ ຈັດລຳດັບຄວາມສຳຄັນໃນຊີວິດອີກຄັ້ງ.

Michelle Hay ຫົວໜ້າເຈົ້າໜ້າທີ່ຝ່າຍບຸກຄົນລະດັບໂລກທີ່ Sedgwick ໃຫ້ຄຳແນະນຳແກ່ອົງກອນເພື່ອປ້ອງກັນການ Quiet Quitting ເອົາໄວ້ວ່າ ຄວນໝັ່ນສຳຫຼວດວ່າພະນັກງານຂອງພວກເຂົາກຳລັງຮູ້ສຶກແນວໃດອາດຈະເປັນການສອບຖາມ, ໂອ້ລົມກັນ ແລະ ປະເມີນພະນັກງານແທນທີ່ຈະໃຫ້ຄະແນນການເຮັດວຽກຂອງພວກເຂົາພຽງຢ່າງດຽວ; ການໃຫ້ຄຳແນະນຳ ແລະ ສະແດງຄວາມຄິດເຫັນເພື່ອຫາທາງອອກໃຫ້ພວກເຂົາກໍເປັນສິ່ງຈຳເປັນ. ຝ່າຍຊັບພະຍາກອນບຸກຄົນຄວນສຳພາດກ່ຽວກັບແຮງຈູງໃຈຂອງພວກເຂົາໃຫ້ຫຼາຍຂຶ້ນ ແລະ ໃຫ້ຄວາມສຳພັນກັບການສຳພາດກ່ອນລາອອກເພື່ອຈະຮຽນຮູ້ວ່າ ແມ່ນຫຍັງທີ່ເປັນແຮງຈູງໃຈໃນການເຮັດວຽກ ແລະ ແມ່ນຫຍັງຄືເຫດຜົນທີ່ແທ້ຈິງທີ່ເຮັດໃຫ້ພວກເຂົາຕັດສິນໃຈລາອອກ.

ນອກຈາກນີ້ ພະນັກງານໃນລະດັບຫົວໜ້າຍັງສາມາດຊ່ວຍປ້ອງກັນການ Quiet Quitting ດ້ວຍການສົ່ງເສີມໃຫ້ພະນັກງານໄດ້ມີເວລາພັກຜ່ອນລະຫວ່າງວັນ ຫຼື ໃຫ້ລາພັກຮ້ອນໂດຍບໍ່ມີການສົ່ງຂໍ້ຄວາມ ແລະ ໂອ້ລົມເລື່ອງວຽກນອກເວລາງານເພື່ອສ້າງພຶດຕິກຳການເຮັດວຽກທີ່ດີ ເພາະບໍ່ມີໃຜຄວນຈະຕ້ອງມາເຮັດວຽກໃນເວລາເລີກງານໃຫ້ພວກເຂົາໄດ້ໃຊ້ເວລາໄປກັບສິ່ງທີ່ຕົນຕ້ອງການ. ທາງທີ່ດີພະນັກງານລະດັບຫົວໜ້າຄວນຕ້ອງອອກແບບການເຮັດວຽກໃຫ້ບໍ່ໜັກເກີນໄປ, ມີເວລາໃຫ້ພະນັກງານໄດ້ຮຽນຮູ້ສິ່ງໃໝ່ໆ, ໄດ້ພັກຜ່ອນພ້ອມໃຫ້ພື້ນທີ່ໃນການເຕີບໂຕ.

ອີກສິ່ງໜຶ່ງທີ່ຊ່ວຍປ້ອງກັນການ Quiet Quitting ນັ້ນກໍຄືການຈັດກິດຈະກຳທາງສຸຂະພາບຈິດເຊັ່ນ: ການຈັດວັນສຸຂະພາບຈິດທີ່ໃຫ້ພະນັກງານມາລວມຕົວກັນເຮັດກິດຈະກຳຄາຍຄຽດເພາະພະນັກງານສ່ວນໃຫຍ່ທີ່ກຳລັງເກີດການ Quiet Quitting ນັ້ນມີທ່າອ່ຽງວ່າກຳລັງມີເລື່ອງກັງວົນໃຈ ຫຼື ມີບັນຫາສຸຂະພາບຈິດ. ດັ່ງນັ້ນ, ການສ້າງບັນຍາກາດໃນການເຮັດວຽກທີ່ດີຕໍ່ສຸຂະພາບຈິດກໍເປັນວິທີທີ່ຊ່ວຍໄດ້.

ທີ່ມາ: https://thestandard.co/quiet-quitting/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/