ໃນອະນາຄົດ ນະຄອນຫຼວງວຽງຈັນ ຈະມີຈຸດສາກລົດໄຟຟ້າ 54 ແຫ່ງໃນນະຄອນຫຼວງ


ໃນກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ຂອງພະແນກພະລັງງານ ແລະ ບໍ່ແຮ່ ນວ ທີ່ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2023 ທີ່ຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມຄໍາ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນທ່ານໄດ້ໃຫ້ຮູ້ວ່າ ໃນໄລຍະ 1 ປີທີ່ຜ່ານມາພະແນກພະລັງງານ ແລະ ບໍ່ແຮ່ ໄດ້ມີການຈັດຕັ້ງປະຕິບັດວຽກງານຕ່າງໆ ແລະ ໄດ້ປະສົບຜົນສຳເລັດຫຼາຍໜ້າວຽກ ເຊິ່ງໃນນັ້ນແມ່ນສໍາເລັດໂຄງການຕິດຕັ້ງໄຟເຍືອງທາງໃສ່ເຂດເທສະບານເມືອງ ປາກງື່ມ ແລະ ເມືອງ ສັງທອງ 142 ຊຸດ, ພ້ອມທັງໂຄງການຕິດຕັ້ງໄຟເຍືອງທາງແສງຕາເວັນ ຈາກເສັ້ນທາງເລກທີ 10 ເຂົ້າຫ້ອງການວັງເຍົາວະຊົນ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ 60 ຊຸດ ແລະ ໂຄງການຕິດຕັ້ງໄຟເຍືອງທາງຕາມເສັ້ນທາງ ຫ້ວຍຫົງ-ໜອງພະຍາ 112 ຊຸດ.

ນອກນັ້ນ, ຍັງສຳເລັດວຽກງານໂຄງການຮ່ວມມື ສຶກສາຄວາມເປັນໄປໄດ້ (MOC) ໃນການຕິດຕັ້ງສະຖານີສາກພາຫະນະທີ່ຂັບເຄື່ອນດ້ວຍໄຟຟ້າ ເພື່ອເຊື່ອມຕໍ່ເຂົ້າລະບົບຕາຂ່າຍໄຟຟ້າ ຈຳນວນ 54 ຈຸດ ໃນນະຄອນຫຼວງວຽງຈັນ. ມາຮອດປະຈຸບັນ ແມ່ນສຳເລັດບົດສຶກສາຄວາມເປັນໄປໄດ້ ສະບັບສົມບູນແລ້ວ.

ຂໍ້ມູນຈາກ: https://cutt.ly/OwqNbxs2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/