Paul Pogba ກອງກາງລະດັບແຊັ້ມໂລກ ຂອງ Manchester United ໂພສຂໍ້ຄວາມລົງໃນ Twitter ວ່າ ຖືກໂຈນບຸກເຂົ້າເຮືອນ ໃນຂະນະທີ່ລູກໆຂອງລາວ ນອນຫຼັບຢູ່ໃນຫ້ອງນອນຂອງພວກເຂົາ ແລະ ເຫດການເກີດຂຶ້ນໃນລະຫວ່າງເກມ UEFA Champions League ທີ່ Manchester United ເປີດບ້ານພົບກັບ Atletico Madrid.
ໂດຍຂໍ້ຄວາມທີ່ໂພສມີເນື້ອໃນໃຈຄວາມວ່າ:
“ໃນຄືນທີ່ຜ່ານມາຝັນຮ້າຍທີ່ຮ້າຍທີ່ສຸດໄດ້ເກີດຂຶ້ນກັບຄອບຄົວຂອງຂ້ອຍ ເມື່ອໄດ້ຮູ້ຂ່າວວ່າ ເຮືອນຂອງພວກເຮົາຖືກທໍາລາຍ ແລະ ມີຄົນລັກລອບເຂົ້າມາໃນເຮືອນໃນຂະນະທີ່ລູກໆຂອງພວກເຮົານອນຢູ່ໃນຫ້ອງນອນ.
ໂຈນລັກຢູ່ໃນເຮືອນເຮົາບໍ່ຮອດຫ້ານາທີ ແຕ່ໃນເວລານັ້ນເຂົາເຈົ້າໄດ້ເອົາສິ່ງທີ່ມີຄ່າຫຼາຍກວ່າສິ່ງທີ່ພວກເຮົາມີຢູ່ໃນເຮືອນເຮົາໄປແລ້ວ… ນັ້ນກໍຄືຄວາມກັງວົນໃນຄວາມປອດໄພຂອງພວກເຮົາ
ເຫດການນີ້ເກີດຂຶ້ນໃນລະຫວ່າງນາທີສຸດທ້າຍຂອງການແຂ່ງຂັນໃນຄືນທີ່ຜ່ານມາ ເມື່ອພວກເຂົາຮູ້ວ່າພວກເຮົາຈະບໍ່ຢູ່ເຮືອນ. ຂ້ອຍ ແລະ ເມຍຂອງຂ້ອຍໄດ້ຟ້າວກັບເຮືອນໂດຍບໍ່ຮູ້ວ່າລູກຂອງພວກເຮົາປອດໄພຫຼືບໍ່. ໃນຖານະຄົນເປັນພໍ່ ບໍ່ມີຄວາມຮູ້ສຶກໃດໃນໂລກນີ້ຮ້າຍແຮງໄປກວ່າການທີ່ບໍ່ໄດ້ຢູ່ບ່ອນນັ້ນເພື່ອປົກປ້ອງລູກໆຂອງເຮົາ ແລະ ຂ້ອຍຫວັງຢ່າງຍິ່ງວ່າຈະບໍ່ມີໃຜຕ້ອງມີຄວາມຮູ້ສຶກຄືຂ້ອຍໃນຄືນຜ່ານມາ”.

ນອກຈາກນີ້ Paul Pogba ສະເໜີຮາງວັນໃຫ້ກັບຜູ້ທີ່ໃຫ້ຂໍ້ມູນທີ່ເປັນປະໂຫຍດ ຫຼື ຊ່ວຍນຳຈັບຄົນທີ່ບຸກເຂົ້າເຮືອນລາວມາລົງໂທດໄດ້.

ນີ້ແມ່ນຄັ້ງທີສອງໃນປີນີ້ທີ່ນັກເຕະຂອງ Manchester United ໄດ້ຖືກໂຈນລັກລອບຂຶ້ນເຮືອນ ໃນຂະນະທີ່ມີການແຂ່ງຂັນຢູ່. ໂດຍກ່ອນໜ້ານີ້ ມີກໍລະນີທີ່ໂຈນບຸກເຂົ້າເຮືອນຂອງ Victor Lindelof ໃນຂະນະທີ່ລາວເດີນທາງໄປແຂ່ງກັບ BrentFord Fc, ໂດຍທີ່ເມຍ ແລະ ລູກຂອງລາວຕ້ອງລີ້ຢູ່ໃນຫ້ອງນ້ອຍໆເພື່ອບໍ່ໃຫ້ໂຈນເຫັນ. ເຖິງແມ່ນວ່າໃນທີ່ສຸດທຸກຄົນຈະປອດໄພ ແຕ່ມັນເຮັດໃຫ້ Lindelof ກັງວົນໃຈຫຼາຍ ຈົນຄູຝຶກຕ້ອງສັ່ງໃຫ້ພັກຜ່ອນກ່ອນ ເພື່ອຮັກສາສະພາບຈິດໃຈຂອງຕົນເອງ ແລະ ຄອບຄົວ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/