Patrick Brown ຊາຍຜູ້ຖືກຈຳຄຸກເກືອບ 30 ປີ ຖືກປ່ອຍຕົວແລ້ວ ຫຼັງສານຕັດສິນແລ້ວວ່າລາວບໍ່ແມ່ນຄົນຮ້າຍຕົວຈິງ


ວັນທີ 8 ພຶດສະພາ ແພັດທຣິກ ບຣາວ ຊາຍອາຍຸ 49 ປີ ຊາວອາເມຣິກາ ຜູ້ຖືກຕັດສິນໃຫ້ຈຳຄຸກຕະຫຼອດຊີວິດທັນທີແບບບໍ່ຕ້ອງຖ້າລົງອາຍາ ເມື່ອປີ 1994 ໃນຂໍ້ກ່າວຫາຂົ່ມຂືນລູກລ້ຽງໃນອາຍຸ 6 ປີ ໄດ້ຮັບການປ່ອຍຕົວແລ້ວ ຫຼັງມີການຮື້ຄະດີກັບມາກວດສອບຄືນໃໝ່ ແລະ ສານຕັດສິນແລ້ວວ່າລາວບໍ່ແມ່ນຄົນຮ້າຍຕົວຈິງ.

ຢ້ອນກັບໄປໃນຕອນພິຈາລະນາຄະດີ ໄອຍະການພະຍາຍາມໃຫ້ຜູ້ຖືກກະທຳ ເຊິ່ງຕອນນັ້ນອາຍຸພຽງ 7 ປີ ເຂົ້າໄປເປັນພະຍານໃນການວ່າຄວາມ ແຕ່ເດັກຍິງຍັງບໍ່ສາມາດໃຫ້ການໃນຖານະພະຍານໄດ້ ເຮັດໃຫ້ຄະດີນັ້ນຕ້ອງຕັດສິນໂດຍອາໄສຫຼັກຖານຈາກຄຳບອກເລົ່າຂອງບັນດາຜູ້ໃຫຍ່ຄົນອື່ນໆ ແລະ ຫຼັກຖານທາງການແພດທີ່ລະບຸວ່າ ພະຍານຫຼັກຖານກ່ຽວຂ້ອງກັບຄະດີແຕ່ຍັງບໍ່ສາມາດສະຫຼຸບໄດ້ ຈຶ່ງຈຳເປັນຕ້ອງຈຳຄຸກຜູ້ຖືກກ່າວຫານັ້ນໄປກ່ອນ.

ສ່ວນສາເຫດທີ່ບໍ່ສາມາດສະຫຼຸບໄດ້ກໍເປັນຍ້ອນບໍ່ດົນຫຼັງຈາກທີ່ຜູ້ຖືກກະທຳຖືກຂົ່ມຂືນ ເດັກຍິງຖືກກວດພົບວ່າລາວຕິດເຊື້ອໜອງໃນ ແຕ່ ແພັດທຣິກ ບຣາວ ຜູ້ເປັນພໍ່ລ້ຽງ ທີ່ຖືກກ່າວຫາວ່າເປັນຄົນຮ້າຍ ກັບໄດ້ຮັບການກວດຫາ ແອນຕີ້ບໍດີ້ ແທນທີ່ຈະເປັນການກວດຫາວ່າລາວຕິດເຊື້ອໜອງໃນຢູ່ແທ້ຫຼືບໍ່ ໃນຂະນະນັ້ນ.

ຈົນມາຮອດປີ 2002 ເດັກຍິງຄົນດັ່ງກ່າວໃນອາຍຸ 14 ປີກໍໄດ້ເຂົ້າໄປບອກກັບເຈົ້າໜ້າທີ່ຫຼາຍເທື່ອວ່າພໍ່ລ້ຽງຂອງລາວເປັນຄົນບໍລິສຸດ ແຕ່ຄົນຮ້າຍແທ້ໆແມ່ນ LW (ນາມສົມມຸດ) ແລະ ຍັງລົງຊື່ໃນຄຳເບີກຄວາມໃນປີ 2015 ທີ່ລະບຸວ່າ LW ຄືຄົນຮ້າຍ.

ນອກຈາກນີ້ລາວຍັງພະຍາຍາມບອກສານ ແລະ ສົ່ງຈົດໝາຍໄປຫາສຳນັກງານໄອຍະການອີກເປັນ ຮ້ອຍສະບັບ ເພື່ອບອກວ່າພໍ່ຂອງນາງຖືກກ່າວຫາແຕ່ບໍ່ໄດ້ຮັບການຊ່ວຍເຫຼືອ ລວມໄປຮອດໃນໄລຍະບໍ່ເທົ່າໃດປີທີ່ຜ່ານມາ LW ທີ່ນາງອ້າງວ່າເປັນຄົນຮ້າຍຕົວຈິງ ຍັງຄຸກຄາມນາງໃນໂລກອອນລາຍ ແຕ່ກໍໜ້າເສຍດາຍທີ່ສຽງຂອງນາງບໍ່ໄດ້ຮັບການຕອບຮັບ. ໂດຍເດັກຍິງຄົນດັ່ງກ່າວລະບຸວ່າ: “ການທີ່ສຽງຂອງເຈົ້າບໍ່ຖືກຮັບຟັງຄືສິ່ງທີ່ຮູ້ສຶກບໍ່ດີທີ່ສຸດໃນໂລກ”.

ແຕ່ໃນທີ່ສຸດ ກໍມີຄົນຕອບຮັບສຽງຂອງລາວ ເພາະເມື່ອປີ 2022 ທີ່ຜ່ານມາ ພະແນກສິດທິພົນລະເມືອງຂອງໄອຍະການເຂດ ນິວອໍລີນໄດ້ເຂົ້າມາກວດສອບຄະດີດັ່ງກ່າວອີກຄັ້ງ ສົ່ງຜົນໃຫ້ວັນທີ 8 ພຶດສະພາ 2023 ທີ່ຜ່ານມານີ້ ແພັດທຣິກ ບຣາວ ກໍໄດ້ຖືກສານຕັດສິນວ່າເປັນຜູ້ບໍລິສຸດ ແລະ ໄດ້ອອກຈາກຄຸກຫຼັງຈາກ ຕ້ອງທົນທຸກທໍລະມານຈາກ ຄວາມຜິດທີ່ຕົນເອງບໍ່ໄດ້ກໍ່ ມາເກືອບ 3 ທົດສະວັດ.

ອີເມີລີ້ ມໍ (Emily Maw) ຫົວໜ້າ ພະແນກສິດທິພົນລະເມືອງກ່າວເຖິງກໍລະນີນີ້ໃນວັນຈັນທີ່ຜ່ານມາວ່າ: “ຜູ້ຖືກກະທຳນີ້ບໍ່ພຽງແຕ່ຕ້ອງທົນທຸກທໍລະມານຈາກການລ່ວງລະເມີດທາງເພດເທົ່ານັ້ນ ແຕ່ລາວຍັງຕ້ອງທົນທຸກທໍລະມານຈາກການທີ່ຮູ້ວ່າຄົນທີ່ຖືກຈຳຄຸກເກືອບ 30 ປີ ບໍ່ແມ່ນຄົນຮ້າຍ ໃນຂະນະທີ່ຊາຍຜູ້ທີ່ຂົ່ມຂືນນາງ ຍັງຍ່າງເປັນອິດສະລະຕາມທ້ອງຖະໜົນ”

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/