ຮູ້ຈັກກັບ Nishiyama Onsen Keiunkan ໂຮງແຮມທີ່ເກົ່າແກ່ທີ່ສຸດໃນໂລກ ອາຍຸຫຼາຍກວ່າ 1.300 ປີ ສືບທອດກັນມາກວ່າ 52 ຮຸ່ນຄົນ


ຂຶ້ນຊື່ວ່າທຸລະກິດຄອບຄົວ ຫຼື ທຸລະກິດທີ່ສືບທອດກັນມາໃນຕະກຸນ ສາມາດສືບທອດກັນໄດ້ 4 ຮຸ່ນຄົນຖືວ່າເປັນເລື່ອງທີ່ສຸດຍອດແລ້ວ ແຕ່ມື້ນີ້ເຮົາຈະພາມາເບິ່ງໂຮງແຮມແຫ່ງໜຶ່ງໃນປະເທດຍີ່ປຸ່ນ ທີ່ໄດ້ສືບທອດກັນຈາກຄົນຕະກຸນດຽວກັນມາແລ້ວ 52 ຮຸ່ນຄົນ ແລະ ມີອາຍຸຫຼາຍກວ່າ 1.300 ປີ ເຊິ່ງແນ່ນອນເປັນໂຮງແຮມທີ່ເກົ່າແກ່ ແລະ ມີອາຍຸຫຼາຍທີ່ສຸດໃນໂລກ.

ໂຮງແຮມດັ່ງກ່າວມີຊື່ວ່າ ໂຮງແຮມ “Nishiyama Onsen Keiunkan” ຕັ້ງຢູ່ໃນເມືອງ ຮາຍາກາວາ ແຂວງ ຍາມານາຊິ ປະເທດຍີ່ປຸ່ນ ເລີ່ມເປີດໃຫ້ບໍລິການຕັ້ງແຕ່ປີ ຄສ. 705 ມາຮອດປັດຈຸບັນກໍມີອາຍຸໄປແລ້ວເຖິງ 1.318 ປີ ມີຫ້ອງພັກປະມານ 37 ຫ້ອງ ແລະ ໃນປີ 2011 ໄດ້ຖືກບັນທຶກຈາກ Guinness World Recordsໃຫ້ກາຍເປັນໂຮງແຮມທີ່ເກົ່າແກ່ທີ່ສຸດໃນໂລກ.

ໂດຍຜູ້ໃຫ້ກຳເນີດ ແລະ ເຈົ້າຂອງໂຮງແຮມແຫ່ງນີ້ ເປັນຂຸນນາງທ່ານໜຶ່ງທີ່ມີຊື່ວ່າ ຟູຈິວາລະ ມາຮິໂຕະ (Fujiwara Mahito) ເຊິ່ງໃນຍຸກນັ້ນ ຕະກຸນ ຟູຈິວາລະ ຖືເປັນອີກໜຶ່ງຕະກຸນຂຸນນາງທີ່ມີອິດທິພົນຢ່າງສູງ ແລະ ມີບົດບາດສຳຄັນໃນຣາຊະສຳນັກຂອງຍີ່ປຸ່ນຢ່າງຫຼວງຫຼາຍ.

ໃນໄລຍະທຳອິດທີ່ໂຮງແຮມດັ່ງກ່າວເປີດໃຫ້ບໍລິການ ທາງໂຮງແຮມໄດ້ໃຊ້ວິທີແລກສິ່ງຂອງເພື່ອຈະເຂົ້າພັກ ເຊັ່ນ: ເຂົ້າສານ, ອາຫານແຫ້ງ ຄັນທະນູ, ລູກສອນທະນູ… ກ່ອນທີ່ຈະຄ່ອຍໆ ພັດທະນາມາໃຊ້ເງິນໃນການແລກເພື່ອເຂົ້າພັກແທນ.

ໂດຍຕັ້ງແຕ່ຍຸກກໍ່ຕັ້ງຈົນເຖິງປັດຈຸບັນ ໂຮງແຮມແຫ່ງນີ້ກໍຍັງຄົງຄວາມເປັນໂຮງແຮມແບບດັ້ງເດີມຂອງຍີ່ປຸ່ນ ຫຼື ທີ່ເອີ້ນວ່າ “ຣຽວກັງ” ນັ້ນຄືຫ້ອງພັກຕົບແຕ່ງໃນແບບຍີ່ປຸ່ນ ພື້ນປູດ້ວຍເສື່ອເພື່ອເຮັດເປັນບ່ອນນອນ, ມີພັດຕາຄານແບບບູຮານ, ມີສະຖານທີ່ເພື່ອເບິ່ງແສງເດືອນ ແລະ ມີອີກໜຶ່ງຈຸດເດັ່ນຢູ່ທີ່ນໍ້າພຸຮ້ອນ ຈາກທຳມະຊາດ ອີກດ້ວຍ.

ເຊື່ອກັນວ່າເຄັດລັບປະຈຳຕະກຸນທີ່ເຮັດໃຫ້ພວກເຂົາສາມາດສືບສານທຸລະກິດໄດ້ມາຍາວນານຈົນໜ້າເຫຼືອເຊື່ອແບບນີ້ໄດ້ ກໍຄືຄຸນະພາບການບໍລິການທີ່ໄຮ້ບ່ອນຕິ ແຂກທີ່ມາພັກສ່ວນໃຫຍ່ໃຫ້ຄວາມເຫັນວ່າການບໍລິການຂອງໂຮງແຮມນີ້ດີຈົນໂຮງແຮມອື່ນໆຕ້ອງເອົາເປັນແບບຢ່າງ ເຊິ່ງຈິດສຳນຶກເຫຼົ່ານີ້ ອາດຖືກຝັງເລິກລົງໄປຕັ້ງແຕ່ຍຸກກ່ອນ ເພາະໃນອະດີດ ບັນພະບູລຸດຂອງພວກເຂົາກໍຕ້ອງໄດ້ຮັບແຂກລະດັບຂຸນນາງຢູ່ເລື້ອຍໆ ແລະ ຄົນຮຸ່ນຫຼັງກໍສານຕໍ່ວຽກງານຂອງຄົນຮຸ່ນກ່ອນໄດ້ເປັນຢ່າງດີ.

    ເຄັນຈິໂຣ ຄາວາໂນະ (Kenjiro Kawano) ປະທານຄົນປັດຈຸບັນຂອງ Nishiyama Onsen Keiunkan ລະບຸວ່າ: “ເປົ້າໝາຍຂອງລາວທີ່ສືບທອດການຕະຫຼອດມາແມ່ນ ຮັກສາຄວາມເປັນ ຣຽວກັງ ແລພ ຂະນົບທຳນຽມແບບດັ້ງເດີມໄວ້ສະເໝີ ໃນຂະນະທີ່ການບໍລິການ, ຣົດຊາດອາຫານ ແລະ ບໍ່ນໍ້າພຸຮ້ອນ ຕ້ອງໝັ່ນພັດທະນາຢູ່ສະເໝີ”

ອາຍຸຂະໜາດນີ້ເອີ້ນໄດ້ວ່າເກົ່າແກ່ ແລະ ມີປະຫວັດສາດອັນຍາວນານຫຼາຍກວ່າການກໍ່ຕັ້ງປະເທດບາງປະເທດ ແລະ ເກົ່າແກ່ກວ່າບູຮານສະຖານ ຫຼື ວັດຖຸບູຮານບາງຢ່າງອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/