OPEC+ ປະກາດຂະຫຍາຍເວລາລົດກຳລັງການຜະລິດນໍ້າມັນລົງຮອດ ທ້າຍປີ 2024 ຫວັງຮັກສາສະຖຽນລະພາບຂອງລາຄານໍ້າມັນ


ບັນດາປະເທດມະຫາອຳນາດດ້ານນໍ້າມັນ ທີ່ນຳໂດຍ ຊາອຸດີອາຣະເບຍ ຫຼື ກຸ່ມປະເທດ OPEC+ ໄດ້ປະກາດຂະຫຍາຍເວລາການລົດກໍາລັງການຜະລິດນໍ້າມັນລົງ 1,4 ລ້ານບາເຣວ ໄປຈົນຮອດທ້າຍປີ 2024 ຈາກແຕ່ກ່ອນກຳນົດໄວ້ພຽງທ້າຍປີ 2023 ນີ້ ເພື່ອບໍ່ໃຫ້ມີການສະໜອງນໍ້າມັນດິບໃນຕະຫຼາດຫຼາຍເກີນໄປ ແລະ ຮັກສາສະຖຽນລະພາບຂອງລາຄານໍ້າມັນໄວ້.

ໃນຂະນະທີ່ ອ້າຍໃຫຍ່ຂອງກຸ່ມ ຢ່າງ ຊາອຸດີອາຣະເບຍ ໄດ້ອາສາລົດກຳລັງການຜະລິດຂອງຕົນເອງລົງເລີຍທັນທີ 1 ລ້ານບາເຣວຕໍ່ມື້ ເລີ່ມເດືອນ ກໍລະກົດນີ້ ເພື່ອຄົງຄວາມສາມັກຄີຂອງກຸ່ມ OPEC+ ໃນການພະຍາຍາມເພີ່ມລາຄານໍ້າມັນ. ການເຄື່ອນໄຫວດັ່ງກ່າວ ເຮັດໃຫ້ ເປີດຕະຫຼາດມາເຊົ້ານີ້ ລາຄານໍ້າມັນດິບທົ່ວໂລກ ດີດຕົວຂຶ້ນທັນທີ 1-5%.

ໂດຍການເຄື່ອນໄຫວ ແລະ ການຕັດສິນໃຈດັ່ງກ່າວ ມີຂຶ້ນລັງການປະຊຸມຂອງກຸ່ມ OPEC+ ທີ່ນະຄອນຫຼວງວຽນນາ ປະເທດ ອອສເຕຣຍ ໃນວັນອາທິດທີ 4 ມິຖຸນາທີ່ຜ່ານມາ. ແນ່ນອນວ່າ ການຕັດສິນໃຈຄັ້ງນີ້ ຂອງກຸ່ມປະເທດທີ່ກວມເອົາ 40% ຂອງການສົ່ງອອກນໍ້າມັນດິບ ຈະສົ່ງຜົນຕໍ່ລາຄານໍ້າມັນໃນທົ່ວໂລກ.

ເຈົ້າຊາຍ ອັບດູລາຊິສ (Abdulaziz) ລັດຖະມົນຕີກະຊວງພະລັງງານຂອງ ຊາອຸດີອາຣະເບຍກ່າວໃນການຖະແຫຼ່ງຂ່າວວ່າ: “ນີ້ແມ່ນຂອງຂວັນຈາກຊາອຸ. ພວກເຮົາຕ້ອງການເພີ່ມຄວາມລະທຶກໃຈຢູ່ສະເໝີ ເຮົາບໍ່ຕ້ອງການໃຫ້ຜູ້ຄົນຄາດເດົາໃນສິ່ງທີ່ເຮົາກຳລັງເຮັດ ແລະ ຕະຫຼາດນີ້ຕ້ອງການສະຖຽນລະພາບ”

ໂດຍນັກວິເຄາະຫຼາຍຝ່າຍລະບຸວ່າ ການຕັດສິນໃຈຂອງ OPEC+ ໃນວັນອາທິດທີ່ຜ່ານມານີ້ ເປັນການສົ່ງສັນຍານຢ່າງຊັດເຈນວ່າທາງກຸ່ມຕ້ອງການຈະເພີ່ມລາຄານໍ້າໃຫ້ສູງຂຶ້ນ ແລະ ຕ້ອງການທີ່ຈະຂັດຂວາງນັກເກັງກຳໄລໃນຕະຫຼາດຮຸ້ນ.

ນັບຕັ້ງແຕ່ມີການປະຕິບັດການພິເສດທາງທະຫານຂອງຣັດເຊຍ ໃນຢູເຄຣນ ສາຖະນະການຂອງເສດຖະກິດໂລກກໍເລີ່ມສັ່ນສະເທືອນ ແລະ ຕະຫຼອດໄລຍະເວລາທີ່ຜ່ານມາທາງຕາເວັນຕົກກໍກ່າວຫາກຸ່ມ OPEC+ ມາວ່າມີສ່ວນທໍາລາຍເສດຖະກິດໂລກ ດ້ວຍຄ່າໃຊ້ຈ່າຍທາງພະລັງງານ ແລະ ກ່າວຫາວ່າ ຊາອຸດີອາຣະເບຍນັ້ນເຂົ້າຂ້າງຣັດເຊຍ.

ໃນຂະນະດຽວກັນ ກຸ່ມ OPEC+ ກໍໄດ້ຕອບໂຕໂດຍການລະບຸວ່າ ການພິມເງິນຂອງ ອາເມຣິກາໃນໄລຍະຫຼາຍສິບປີທີ່ຜ່ານມາ ໄດ້ຊຸກຍູ້ໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນ ແລະ ບັງຄັບໃຫ້ປະເທດຜູ້ຜະລິດນໍ້າມັນຕ້ອງດຳເນີນການເພື່ອຮັກສາມູນຄ່າການສົ່ງອອກຫຼັກຂອງຕົນ.

ຂອບໃຈຂໍ້ມູູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/