ລາວ ມີແຜນພັດທະນາດິຈິຕອລໃຫ້ກ້າວໄກໄລຍະ 10 ປີ


ສໍາມະນາລະດັບລັດຖະມົນຕີ ວ່າດ້ວຍ ການຫັນເປັນດິຈິຕອລກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາເສດຖະກິດດິຈິຕອລ ຂອງ ສປປ ລາວ ”ເສີມການຫັນເປັນດິຈິຕອລ, ພັດທະນາເສດຖະກິດດິຈິຕອລ ບົນພື້ນຖານການນຳໃຊ້ເທັກໂນໂລຢີກຸ່ມຂໍ້ມູນຜູກພັນ ແລະ ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບໃນການຜັນຂະຫຍາຍຈັດຕັ້ງປະຕິບັດ ນຳໃຊ້ເທັກໂນໂລຢີໃນການສ້າງເສດຖະກິດດິຈິຕອລ.

ໃນວັນທີ 26 ພຶດສະພາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີ “ກອງປະຊຸມສໍາມະນາລະດັບລັດຖະມົນຕີ ວ່າດ້ວຍ ການຫັນເປັນດິຈິຕອລກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາເສດຖະກິດດິຈິຕອລ ຂອງ ສປປ ລາວ” ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາ ທ່ານ ຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ຜູ້ວ່າການທະນາຄານແຫ່ງ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ກົມ, ຫ້ອງການ ແຂກຮັບເຊີນທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ຈັດຂຶ້ນໂດຍມີຈຸດປະສົງ ເພື່ອສົ່ງເສີມການຫັນເປັນດິຈິຕອລຂອງ ສປປ ລາວ, ພັດທະນາເສດຖະກິດດິຈິຕອລ ບົນພື້ນຖານການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain Technology) ແລະ ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບໃນການຜັນຂະຫຍາຍຈັດຕັ້ງປະຕິບັດ ວິໄສທັດການພັດທະນາເສດຖະກິດດິຈິຕອລແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດ ທະນາເສດຖະກິດດິຈິຕອລແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕອລແຫ່ງຊາດ ໄລຍະ 5 ປີ (201-2025) ຂອງ ສປປ ລາວ ແລະ ການນຳໃຊ້ເທັກໂນໂລຢີກຸ່ມຂໍ້ມູນຜູກພັນໃນການສ້າງເສດຖະກິດດິຈິຕອລ.

ທ່ານ ນາຍົກລັດຖະມົນຕີ ຍັງກ່າວອີກວ່າ: ປັດຈຸບັນນີ້, ການຫັນເປັນດິຈິຕອລ ກໍາລັງດຳເນີນຢ່າງເປັນຂະບວນຟົດຟື້ນ ແລະ ຂະຫຍາຍຕົວຢ່າງແຂງແຮງ ໃນທົ່ວໂລກ, ເກືອບວ່າທຸກປະເທດໃນໂລກ ໄດ້ວາງຍຸດທະສາດ ໃນການຫັນເປັນດິຈິຕອລ ໃນນັ້ນມີບາງປະເທດກໍຍັງຢູ່ໃນຂັ້ນເລີ່ມຕົ້ນ ແຕ່ກໍມີຫຼາຍປະເທດໄດ້ຫັນເປັນດິຈິຕອລໃນຫຼາຍຂົງເຂດການພັດທະນາເສດຖະກິດ-ສັງຄົມ, ເຊັ່ນ: ການຜະລິດ, ການຄ້າ, ການເງິນ, ການສຶກສາ ແລະ ການບໍລິການແບບດິຈິຕອລ. ເທັກໂນໂລຢີດິຈິຕອນ ໄດ້ສ້າງກາລະໂອກາດໃໝ່ ແລະ ສິ່ງທ້າທາຍ ໃຫ້ກັບການດຳລົງຊີວິດ, ເສດຖະກິດ ແລະ ສັງຄົມຂອງປະເທດ.

ພວກເຮົາຈະຕ້ອງພ້ອມກັນຕັດສິນໃຈສູງ ເພື່ອຊຸກຍູ້ສົ່ງເສີມ ແລະ ຂະຫຍາຍການນຳໃຊ້ເຕັກໂນໂລຊີດິຈິຕອນໃຫ້ກວ້າງຂວາງ ແລະ ມີປະສິດທິພາບສູງ ເປັນຕົ້ນ ເທັກໂນໂລຢີກຸ່ມຂໍ້ມູນຜູກພັນ (Blockchain Technology), ເທັກໂນໂລຊຢີປັນຍາປະດິດ (AI), ລະບົບສື່ສານຄວາມໄວສູງ (High Speed Internet), ອິນເຕີເນັດແຫ່ງສັບພະສິ່ງ (IoT), ຄັງຂໍ້ມູນມະຫາສານ (Big Data), ລະບົບຄລາວ (Cloud Computing), ກະເປົາເງິນອີເລັກໂຕໂທຣນິກ (E-Wallet), ລະບົບທຸລະກຳທາງອີເລັກໂທຣນິກ (E-Transaction), ການຊຳລະສະສາງແບບອີເລັກໂທຣນິກ (E-Payment) ແລະ ຂໍ້ມູນສະເໝືອນຈິງ (VR/AU) ທີ່ຈະຊ່ວຍເພີ່ມກຳລັງແຮງໃຫ້ປະຊາຊົນ, ຜູ້ປະກອບການ ສາມາດສ້າງກາລະໂອກາດໃໝ່, ການບໍລິການໃໝ່ ນຳພາໄປສູ່ການປ່ຽນແປງໄວ, ກ້າວສູ່ການພັດທະນາແບບກ້າວກະໂດດຂອງເສດຖະກິດ-ສັງຄົມ ແລະ ການປົກຄອງບໍລິຫານລັດ.

ຂໍ້ມູນຈາກ: https://cutt.ly/gwqPcqoB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/