Fast X ຂຶ້ນເປັນຮູບເງົາທີ່ເຮັດລາຍໄດ້ທົ່ວໂລກອັນດັບ 3 ໃນປີ 2023 ຫຼັງຈາກກວາດລາຍໄດ້ຮອດ 600 ລ້ານໂດລາ


ມາແຮງສົມຊື່ ສຳລັບຮູບເງົາແຂ່ງລົດ ກາຍເປັນແຟຣນຊາຍທີ່ໂດ່ງດັງໄປທົ່ວໂລກ ຈົນມີທັງໝົດ 10 ພາກ ແລະ ພາກຫຼ້າສຸດທີ່ກຳລັງສາຍໃນໂຮງຮູບເງົາໃນປັດຈຸບັນກໍໄດ້ກະແສຕອບຮັບຈາກແຟນໆທົ່ວໂລກໄດ້ເປັນຢ່າງດີ.

ເຖິງແມ່ນວ່າຈະປະສົບບັນຫາທາງດ້ານຄຳວິຈານ ແລະ ລາຍໄດ້ໃນອາເມຣິກາ ທີ່ບໍ່ດີປານໃດ ແຕ່ຫຼ້າສຸດທາງເວັບໄຊ Collider ໄດ້ລາຍງານວ່າ ຮູບເງົາ Fast X ສາມາດກວາດລາຍໄດ້ໄປທົ່ວໂລກຮອດ 603,7 ລ້ານໂດລາ ກາຍເປັນຮູບເງົາທີ່ເຮັດລາຍໄດ້ສູງສຸດທົ່ວໂລກປີ 2023 ໃນອັນດັບທີ 3 ເປັນຮອງພຽງແຕ່  The Super Mario Bros. Movie ແລະ Guardians of the Galaxy Vol.3 ພຽງເທົ່ານັ້ນ

ຮູບເງົາ Fast X ສາມາດກວາດລາຍໄດ້ຈາກອາເມຣິກາໄປພຽງ 128,5 ລ້ານ ເຊິ່ງເປັນອັນດັບທີ 9 ຂອງແຟຣນຊາຍ Fast and Furious ແຕ່ລາຍໄດ້ທົ່ວນັ້ນໜ້າປະທັບໃຈ ເຮັດໃຫ້ ຮູບເງົາ Fast X ຂຶ້ນມາຢູ່ເປັນອັນດັບ 6​ ຂອງແຟຣນຊາຍ Fast and Furious ຮອງຈາກ Fast Five (2011) ທີ່ເຮັດໄວ້ທີ່ 630 ລ້ານໂດລາ ສ່ວນອັບດັບ 1 ຂອງແຟຣນຊາຍ Fast and Furious ຕົກເປັນຂອງ Furious 7 ທີ່ສາມາດກວາດລາຍໄດ້ທົ່ວໂລກຢູ່ທີ່ 1.512 ລ້ານໂດລາ.

ຢ່າງໃດກໍຕາມ ຮູບເງົາ Fast X ໃຊ້ທຶນສ້າງຫຼາຍທີ່ສຸດຂອງແຟຣນຊາຍ Fast and Furious ຮອດ 340 ລ້ານໂດລາ ໂດຍທີ່ຮູບເງົາ Fast X ຖືກວາງໃຫ້ເປັນປະຖົມມະບົດພາກສຸດທ້າຍຂອງ Fast and Furious ທີ່ຈະຈົບລົງໃນ Fast 11 ໃນປີ 2025. ແຕ່ບໍ່ດົນມານີ້ໄດ້ມີການເປີດເຜີຍວ່າ ໄດ້ມີການແບ່ງບົດສະຫຼຸບຂອງແຟຣນຊາຍເປັນ 3 ພາກ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/