Whales ຍັງຄົງສະສົມຫຼຽນ Bitcoin ຕໍ່ໄປເຖິງແມ່ນວ່າຕະຫຼາດຈະຍັງມີການເທຂາຍຫຼຽນຢ່າງຕໍ່ເນື່ອງ


ອີງຕາມຂໍ້ມູນຈາກ Glassnode ບໍລິສັດວິເຄາະຂໍ້ມູນ Blockchain, ໄດ້ໃຊ້ຄຳວ່າ “Whales” ເພື່ອກ່າວອ້າງເຖິງບຸກຄົນ ຫຼື ໜ່ວຍງານທີ່ຖືຄອງຫຼຽນຫຼາຍກວ່າ 10.000 BTC.

ໃນປັດຈຸບັນ, ທ່າອ່ຽງຂອງຕະຫຼາດສ່ວນໃຫຍ່ໄດ້ເກີດມີການເທຂາຍຫຼຽນຢູ່ເລື້ອຍໆ ແຕ່ຈາກຂໍ້ມູນຂອງ Glassnode ໄດ້ສະແດງໃຫ້ເຫັນເຖິງ Whales ເຫຼົ່ານີ້ຍັງມີຄວາມເຊື່ອໝັ້ນໃນຫຼຽນທີ່ເພີ່ມຂຶ້ນໂດຍສືບຕໍ່ສະສົມຫຼຽນທ່າມກາງຄວາມສ່ຽງຈາກການເທຂາຍຢ່າງຕໍ່ເນື່ອງໃນຕະຫຼາດ

ສິ່ງນີ້ອາດໝາຍຄວາມວ່ານັກລົງທຶນລາຍໃຫຍ່ກຳລັງແນມຫາລະດັບລາຄາຂອງ Bitcoin ໃນປັດຈຸບັນເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ, ເຖິງແມ່ນວ່ານັກລົງທຶນຄົນອື່ນຈະໃຊ້ໂອກາດນີ້ໃນການເຮັດກຳໄລກໍຕາມ. ໂດຍໃນຂະນະທີ່ຂຽນ Bitcoin ມີລາຄາຊື້ຂາຍກັນຢູ່ທີ່ 26.789 ໂດລາ ອີງຕາມຂໍ້ມູນຈາກ CoinGecko.

ນອກຈາກນີ້ຍັງມີການກວດພົບເຫັນອີກວ່າ Bitcoin Whales ຈໍານວນຫຼາຍກໍາລັງຖອຍຫ່າງອອກຈາກ Crypto exchanges , ເຊິ່ງເຫັນໄດ້ຈາກ Exchange-whale ratio ທີ່ລົດລົງ. ໂດຍຕົວຊີ້ວັດນີ້ຄຳນວນຈາກປະລິມານຂອງ Bitcoin ທັງໝົດຂອງທຸລະກຳ 10 ອັນດັບທຳອິດ ຫານໃຫ້ປະລິມານ Bitcoin ທັງໝົດທີ່ໄຫຼເຂົ້າສູ່ exchange ເຊິ່ງຈະໄດ້ອັດຕາສ່ວນທີ່ລົດລົງເຫຼືອ 0,3 ເປັນລະດັບທີ່ບໍ່ເຄີຍເຫັນມາກ່ອນຕັ້ງແຕ່ເດືອນມີນາ

ການປ່ຽນແປງໃນຄັ້ງນີ້ອາດບົ່ງບອກເຖິງຕະຫຼາດໃນ Crypto ທີ່ນັກລົງທຶນລາຍຍ່ອຍກຳເທຂາຍສິນຊັບ ສ່ວນນັກລົງທຶນລາຍໃຫຍ່ຍັງຄົງສະສົມຫຼຽນຕໍ່ໄປ, ດັ່ງນັ້ນກ່ອນທີ່ຈະຄິດລົງທຶນໃນສະພາບຂອງຕະຫຼາດທີ່ມີຄວາມຜັນຜວນແບບນີ້ ຄວນຈະສຶກສາຂໍ້ມູນ ແລະ ວິເຄາະຢ່າງລະອຽດເພື່ອຈັດການກັບຄວາມສ່ຽງທີ່ຈະເກີດຂຶ້ນກັບຕົນເອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/