ມາເລເຊຍ ສ້າງສະຖິຕິໂລກ ແຕ່ງຕົວເປັນ Spider-Man ລວມກັນ 685 ຄົນ


ກ່ອນໜ້ານີ້ໃນປີ 2021 ປະເທດອິນເດຍໄດ້ສ້າງສະຖິຕິແຕ່ງຕົວຄອສເພ Spider-Man ລວມກັນເປັນ 601 ຄົນ ເຊິ່ງໄດ້ສ້າງຕຳນານເອົາໄວ້ໃນປີນັ້ນ ແຕ່ມາຮອດປັດຈຸບັນ ແມ່ນປະເທດມາເລເຊຍ ໄດ້ຄອງຕຳແໜ່ງນີ້ໄປ. ໃນວັນທີ 4 ມິຖຸນາ 2023 ມາເລເຊຍຖືກບັນທຶກໄວ້ໃນສະຖິຕິໂລກ Guinness World Records ສະຖິຕິໃໝ່ Spider-Man ແຕ່ງຕົວລວມກັນຫຼາຍທີ່ສຸດໃນໂລກ ໃນຈຸດດຽວກັນ ເຊິ່ງມີ 685 ຄົນ.

Guinness World Records ເປັນປຶ້ມອ້າງອີງຂອງສະຫະຣາຊະອານາຈັກທີ່ຕີພິມເປັນປະຈຳທຸກປີ ໂດຍບັນທຶກສະຖິຕິໂລກທັງດ້ານຄວາມສຳເລັດຂອງມະນຸດ ເຊິ່ງເກີດຂຶ້ນໃນປີ 1955. ເມື່ອໂລກມີຄວາມທັນສະໄໝຂຶ້ນ ຍອດຂາຍກໍຕົກໄປຕາມການເວລາ ປີຕໍ່ໆມາກໍໄດ້ມີການປັບປ່ຽນເລື້ອຍໆ ແລະ ເມື່ອມີການປ່ຽນແປງໄປໃນທາງທີ່ພັດທະນາຂຶ້ນ ກໍກັບມາມີຄວາມໂດ່ງດັງສູງຂຶ້ນໄປຕື່ມ.

ຂໍ້ມູນຈາກ:

https://cutt.ly/OwwGP67v

https://cutt.ly/ZwwHGvE9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/