ໜຸ່ມໄທ ໄອເດຍເລີດ ຮັບຈ້າງອອກກຳລັງກາຍເປັນໝູ່ ສຳລັບຄົນບໍ່ມີໃຜໄປນຳ


ຄິວແໜ້ນ ຄິວເຕັມ! ເມື່ອ ໜຸ່ມໄທ ໄອເດຍດີ ຮັບຈ້າງອອກກຳລັງກາຍເປັນໝູ່ ບໍ່ວ່າຈະໄປແລ່ນ, ໄປຂີ່ລົດຖີບ ຫຼື ກິດຈະກຳຕ່າງໆ ເປີດໃຈບໍ່ຄິດວ່າຈາກ Life Style ສ່ວນຕົວ ຈະກາຍມາເປັນອາຊີບທີ່ສ້າງເງິນ ແລະ ຍັງເປັນແຮງບັນດານໃຈໃຫ້ຄົນມາອອກກຳລັງກາຍ.

ຫາກໃຜເບື່ອ ໃຜເຫງົາຈ້າງເຮົາໄດ້ ກາຍເປັນກະແສໃນໂລກອອນລາຍປະເທດໄທ ເມື່ອມີຜູ້ໃຊ້ Facebook มหิธร ประทีปะวณิช ໄດ້ລົງຮູບພາບພ້ອມລະບຸຂໍ້ຄວາມວ່າ “ຮັບຈ້າງເປັນໝູ່ອອກກຳລັງກາຍຈິງຈັງ! ຍິງ ຊາຍ LGBTQ+ ໄດ້ໝົດ ບໍ່ໄດ້ລົງເອົາຕະຫຼົກ” ຫຼ້າສຸດມີຍອດແຊຫຼາຍກວ່າ 7 ພັນຄົນ ເຮັດໃຫ້ມີກະແສຕອບຮັບເປັນຢ່າງດີ.

ໂດຍການອອກກຳລັງກາຍຈະບໍ່ກຳນົດຊະນິດກິລາ ແລະ ສາມາດໂອ້ລົມແລກປ່ຽນກັນໄດ້ ຫຼືື ຈະປຶກສາບັນຫາຊີວິດ, ການເມືອງ, ເສດຖະກິດ, ນັ່ງລົມຫຼິ້ນກໍຍັງໄດ້ ທີ່ສຳຄັນລົມໄດ້ທັງໄທ ແລະ ອັງກິດ ອັດຕາຄ່າບໍລິການເທື່ອລະ 250 ບາດ. ຈຸດເລີ່ມຕົ້ນຂອງໄອເດຍຄື ສ່ວນຕົວເປັນຄົນມັກອອກກຳລັງກາຍ ແລະ ດູແລສຸຂະພາບ ເອີ້ນໄດ້ວ່າເປັນຊີວີດປະຈຳວັນ ຈາກນັ້ນກໍນັ່ງລົມນຳໝູ່ຫຼິ້ນວ່າຢາກເຮັດທຸລະກິດ ໝູ່ແລ່ນ ບໍ່ຄິດວ່າຈະກາຍເປັນອາຊີບ ຫຼື ທຸລະກິດໃໝ່ທີ່ສ້າງລາຍໄດ້ ໂດຍຕອນນີ້ກະແສຕອບຮັບດີ ເພາະຍັງມີຫຼາຍຄົນທີ່ຢາກອອກກຳລັງກາຍ ຫຼື ບໍ່ເຄີຍໄປອອກກຳລັງກາຍຢູ່ໃສມາກ່ອນໄດ້ກັບມາອອກກຳລັງກາຍ.

ຫຼ້າສຸດໄດ້ເພີ່ມຕົວເລືອກ ທີ່ສາມາດເລືອກຕົວລະຄອນຫຼັກ ເລືອກຊະນິດກິລາ ບໍ່ວ່າຈະເປັນອອກກຳລັງໜັກ-ເບົາ ກິນຊີ້ນດາດຕໍ່ໄດ້ ພ້ອມມີໂປຣໂມຊັນ “ແລ່ນ 5 ຄັ້ງ ປົດລັອກຕົວລະຄອນພິເສດ ເຣັດຈີ້ ມະນຸດຜັກ” ເຊິ່ງເປັນຕົວລະຄອນລັບແບບພິເສດ ໂດຍຕອນນີ້ຍັງມີຢູ່ໃນພຽງຕົວເມືອງ ຂອນແກ່ນ ສ່ວນເມືອງອື່ນໆຍັງຕ້ອງລໍຖ້າກັນຕໍ່ໄປ.

ຢ່າງໃດກໍຕາມ ທຸລະກິດນີ້ເຮັດມາເພື່ອອອກກຳລັງກາຍເທົ່ານັ້ນ ບໍ່ແມ່ນການຫາຄູ່ ບໍ່ມີການຄຸກຄາມ ພ້ອມເປັນແຮງບັນດານໃຈໃຫ້ກັບຄົນທີ່ຢາກອອກກຳລັງກາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/