ລົດໄຟຕຳກັນຄັ້ງໃຫຍ່ທີ່ອິນເດຍ! ມີຜູ້ເສຍຊີວິດ 288 ຄົນ ບາດເຈັບອີກ 1.100 ຄົນ ເປັນອຸບັດຕິເຫດລົດໄຟທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກໃນຮອບ 20 ປີ


ເອີ້ນໄດ້ວ່າ ເປັນອຸບັດຕິເຫດອີກຄັ້ງໜຶ່ງທີ່ຮຸນແຮງທີ່ສຸດໃນປະຫວັດສາດຂອງອິນເດຍ. ເຊິ່ງລົດໄຟທີ່ເກີດອຸບັດຕິເຫດແມ່ນຢູ່ລັດ Odisha ມີຢູ່ 3 ຂະບວນຕຳກັນ ເປັນລົດໄຟໂດຍສານ 2 ຂະບວນ ແລະ ລົດໄຟຂົນສົ່ງສິນຄ້າອີກ 1 ຂະບວນ.

ລົດໄຟຂະບວນທຳອິດ ເປັນລົດໄຟແລ່ນຈາກ Kolkata – Chennai ໄດ້ຕຳກັບຂະບວນແລ່ນຈາກ Bengaluru – howrah ເຮັດໃຫ້ລົດໄຟ 2 ຂະບວນຕົກຮາງ ໄປລົ້ມໃສ່ລົດໄຟຂົນສົ່ງສິນຄ້າ ລວມທັງໝົດມີ 10-12 ໂບກີ້, ມີຜູ້ເສຍຊີວິດຫຼາຍເຖິງ 288 ຄົນ ແລະ ຜູ້ບາດເຈັບອີກ 1,100 ຄົນ ແລະ ຫຼ້າສຸດ ທາງນາຍົກລັດຖະມົນຕີອິນເດຍ Narendra Modi ກໍໄດ້ລົງໄປເບິ່ງສະຖານທີ່ເກີດເຫດດ້ວຍຕົນເອງ.

ສາເຫດທີ່ເຮັດໃຫ້ເກີດອຸບັດຕິເຫດຄັ້ງນີ້ແມ່ນຢູ່ລະຫວ່າງການສອບສວນ ເຊິ່ງທີ່ຜ່ານມາ ອຸບັດຕິເຫດທາງລົດໄຟທີ່ເກີດຂຶ້ນໃນອິນເດຍແມ່ນຈະກ່ຽວກັບຄົນ ແລະ ອຸປະກອນການໃຫ້ສັນຍານລົດໄຟທີ່ຫຼ້າຫຼັງ, ສຳລັບເຫດການຄັ້ງນີ້ ກໍຕ້ອງຕິດຕາມຕໍ່ໄປວ່າສາເຫດມາຈາກຫຍັງກັນແທ້.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/