ສະເໜ່ຂອງຜູ້ຊາຍ ທີ່ສາມາດແຕ່ງກິນໄດ້


ສະເໜ່ຂອງຜູ້ຊາຍນັ້ນມີຫຼາຍແບບຫຼາຍແນວຢູ່ທີ່ຄົນຈະເລືອກເບິ່ງ ຍິ່ງສະໄໝນີ້ຜູ້ຍິງບາງຄົນບໍ່ໄດ້ເບິ່ງພຽງແຕ່ຄວາມຫຼໍ່ ຖານະ ແຕ່ຍັງມີຫຼາຍທັກສະທີ່ຜູ້ຊາຍຄົນໃດມີຕິດຕົວສາວໆຕ້ອງເບິ່ງມາແບບບໍ່ຕ້ອງຮ້ອງຫາ ບໍ່ວ່າຈະເປັນຄົນເກັ່ງໃນດ້ານວຽກງານ, ການແປງເຄື່ອງຂອງໃນເຮືອນໄດ້, ການເຂົ້າກັບເດັກນ້ອຍໄດ້, ເປັນຄົນດີມີເມດຕາ, ມີພາວະເປັນຜູ້ນຳ, ຕະຫຼົກເຮຮາ ແລະ ອີກຫຼາຍດ້ານ. ໃນການເຮັດອາຫານເປັນ ຫຼື ເກັ່ງ ກໍເປັນອີກໜຶ່ງເຫດຜົນ ທີ່ຜູ້ຍິງມັກໃຫ້ຄວາມສົນໃຈ.

ການທີ່ຜູ້ຊາຍເຮັດອາຫານເປັນ ເຊິ່ງເປັນອີກປັດໄຈໜຶ່ງເຮັດໃຫ້ພາຍນອກເບິ່ງຄືເປັນຄົນທີ່ດູແລເຂົາໄດ້ ສາມາດຝາກຊີວິດໃຫ້ກັບບຸກຄົນດັ່ງກ່າວໄດ້ ຖ້າໄດ້ມາຄອບຄອງຍິ່ງເປັນການດີ ເພາະຈະມີຄົນເຮັດໃຫ້ກິນຢູ່ສະເໝີ. ເປັນທັກສະທີ່ເຊື່ອວ່າ ຜູ້ຄົນໃດມີຕິດຕົວ ຜູ້ຍິງຈະສົນໃຈເປັນພິເສດ ໂດຍຈາກການສຳຫຼວດຄວາມເຫັນຂອງຜູ້ຍິງສ່ວນຫຼາຍ ຮູ້ສຶກວ່າຜູ້ຊາຍທີ່ເຮັດກິນເປັນ ຈະເປັນຄົນອົບອຸ່ນ.

ຜູ້ຍິງສ່ວນໃຫຍ່ເບິ່ງຜູ້ຊາຍເຮັດກິນເປັນ ເບິ່ງຄືວ່າເປັນຄົນນ້າຄົ້ນຫາ ເພາະຢ່າງທີ່ຮູ້ກັນດີຄວາມຄາດຫວັງໃນເລື່ອງອາຫານແຊບນັ້ນ ສ່ວນໃຫຍ່ຄົນສ່ວນຫຼາຍມັກຄາດຫວັງໃຫ້ຄວາມສາມາດນີ້ມີໃນຜູ້ຍິງຫຼາຍກວ່າຜູ້ຊາຍ ເຊິ່ງກໍອາດເປັນຜົນມາຈາກຄວາມເຊື່ອໃນເລື່ອງລາວຂອງຄວາມເປັນແມ່ສີເຮືອນຂອງຄົນໃນສັງຄົມລາວມາກ່ອນ ວ່າຕ້ອງເປັນຜູ້ຍິງເທົ່ານັ້ນທີ່ຄອຍດູແລວຽກງານເຮືອນຄົວ, ສະນັ້ນ ຜູ້ຊາຍເຮັດກິນເປັນ ຈຶ່ງກາຍເປັນທີ່ໜ້າສົນໃຈຂອງຜູ້ຍິງ.

ຜູ້ຍິງຈະເບິ່ງຄືກັບເປັນຜູ້ຊາຍທີ່ມີຄວາມໃສ່ໃຈລາຍລະອຽດເລັກໆນ້ອຍໆ ແລະ ຜູ້ຍິງສ່ວນຫຼາຍກໍມັກໃຫ້ຄົນມາສົນລາຍລະອຽດຢູ່ແລ້ວ ຈຶ່ງຖືກໃຈຜູ້ຍິງບາງສ່ວນຂຶ້ນໄປອີກ ແລະ ບົ່ງບອກເຖິງຜູ້ຊາຍຄົນນັ້ນ ໃຫ້ຄວາມສົນໃຈກັບລາຍລະອຽດໃນຊີວິດພໍສົມຄວນ. ເພາະການເຮັດອາຫານ ຫຼື ເຮັດໃຫ້ແຊບນັ້ນ ຕ້ອງມີຄວາມລະອຽດສູງ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/