Crypto Exchange OKX ໄດ້ເປີດຕົວຄຸນສົມໃໝ່ “Nitro Spreads” ທີ່ຈະຊ່ວຍໃຫ້ນັກເທຣດສາມາດໃຊ້ການເທຣດແບບ basis trading ທີ່ຊັບຊ້ອນໃຫ້ງ່າຍຂຶ້ນດ້ວຍການຄລິກພຽງເທື່ອດຽວ.
Basis trading ແມ່ນການເທຣດສິນຊັບໂດຍເບິ່ງຈາກລາຄາໃນຕະຫຼາດສອງແຫ່ງທີ່ແຕກຕ່າງກັນເພື່ອນຳມາສ້າງຜົນກຳໄລເພີ່ມເຕີມເຊັ່ນ ການເທຣດໃນສ່ວນຕ່າງຂອງສິນຊັບລະຫວ່າງລາຄາຕະຫຼາດໃນ spot ແລະ ຕະຫຼາດ Future, ໂດຍຄຸນສົມບັດ Nitro Spreads ໃໝ່ນີ້ຈະເຂົ້າມາຈັດການການເທຣດດັ່ງກ່າວພາຍໃນຄລິກດຽວ. ນັກເທຣດສາມາດໃຊ້ຄຸນສົມບັດໃໝ່ນີ້ຮ່ວມກັບ Spot ແລະ Future ທຸກຮູບແບບໃນກະດານເທຣດ.
![](https://laox.la/wp-content/uploads/2023/06/image-475-752x1024.png)
Nitro Spreads ເປັນໜຶ່ງໃນເຄື່ອງມືສຳລັບການຊື້ຂາຍແບບ Basis trading ທີ່ມີການດຳເນີນການເທຣດຜ່ານ Orderbook ສ່ວນກາງ. ໂດຍກ່ອນທີ່ຈະເທຣດ ນັກເທຣດສາມາດເລືອກຄວາມຕ່າງລະຫວ່າງລາຄາຊື້ ແລະ ລາຄາຂາຍທີ່ແນ່ນອນ ເພື່ອລົດຜ່ອນການຄາດເຄື່ອນລະຫວ່າງລາຄາຊື້ ແລະ ລາຄາຂາຍຈິງ
ນັກເທຣດສາມາດວາງ Resting orders ພ້ອມຄວາມຕ່າງຂອງລາຄາໃນການຊື້ ແລະ ລາຄາຂາຍທີ່ແນ່ນອນໄດ້ ໂດຍພວກເຂົາບໍ່ຕ້ອງກັງວົນເຖິງການດຳເນີນການໃນທັນທີ. ຖ້າຫາກຄວາມຕ່າງຄາດເຄື່ອນຈາກຄວາມຕ່າງທີ່ພວກເຮົາເລືອກໄວ້ order ຂອງພວກເຮົາຈະຍັງຄົງຢູ່ ແລະ ບໍ່ຖືກດຳເນີນການໃດໆ
Lennix Lai ປະທານເຈົ້າໜ້າທີ່ຝ່າຍຊື້ຂາຍລະດັບສາກົນຂອງ OKX ກ່າວວ່າ “ໃນສະພາບແວດລ້ອມຕະຫຼາດທີ່ຊັບຊ້ອນແບບນີ້, ສະຖາບັນຕ່າງໆຕ້ອງການຄວາມໜ້າເຊື່ອຖືເຖິງຜົນຕອບແທນທີ່ຄາດການໄດ້ ແລະ ນະວັດຕະກໍາໃນການເລືອກເສັ້ນທາງຂອງການເທຣດ. ໂດຍຄຸນນະສົມບັດ Nitro Spreads ຈະສາມາດຕອບໂຈດໂດຍສະເພາະການເທຣດແບບ Basis trading ທີ່ໃຊ້ການຕັດສິນໃຈທີ່ຖືກຕ້ອງ ແລະ ໄຮ້ທີ່ຕິ”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/