ລັດຖະບານ ສຸມໃສ່ການປະຢັດ ຕ້ານການຟຸມເຟືອຍ ຍົກສູງລາຍຈ່າຍງົບປະມານ


ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະມາຊິກສະພາແຫ່ງຊາດຊຸດທີ IX (ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄລຍະປີ 2021-2023).

ເພື່ອຍົກສູງປະສິດທິຜົນລາຍຈ່າຍງົບປະມານ ໄດ້ປັບປຸງກົນໄກການປະຕິບັດລາຍຈ່າຍດ້ວຍການເຮັດທົດລອງມອບຄວາມຮັບຜິດຊອບໃຫ້ຜູ້ສັ່ງການຫຼາຍຂຶ້ນ ເຊິ່ງກະຊວງການເງິນຈະຫັນໄປຄຸ້ມຄອງວຽກງານມະຫາພາກ ເພື່ອລົດຜ່ອນຂັ້ນຕອນອະນຸມັດ ແລະ ລົງເລິກຕິດຕາມກວດກາຫຼັງຈ່າຍ, ພ້ອມນັ້ນ ໄດ້ລົດການອະນຸມັດລາຍຈ່າຍເງິນເດືອນ, ເງິນນະໂຍບາຍພະນັກງານ-ລັດຖະກອນຈາກຈ່າຍເປັນງວດມາເປັນອະນຸມັດໝົດປີ ແລະ ຈັດຕັ້ງປະຕິບັດໄດ້ແລ້ວ 39 ກະຊວງອົງການຂັ້ນສູງກາງ.

ໄດ້ຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ໂດຍກວດຄືນບັນຊີສະຖິຕິລົດຂອງລັດຢູ່ 40 ພາກສ່ວນໃນຂັ້ນສູນກາງ ເຊິ່ງມີລົດທັງໝົດ 39.754 ຄັນ ໄດ້ປ້ອນຂໍ້ມູນເຂົ້າລະບົບຄຸ້ມຄອງຂໍ້ມູນຊັບສິນລັດ ແລະ ຕິດແຜ່ນກາໝາຍ ແລະ ຄິວອາໂຄ໊ດ.

ສຸມໃສ່ປະຕິຮູບ ປັບປຸງລັດວິສາຫະກິດຍຸດທະສາດ ແຜນການສືບຕໍ່ດຳເນີນການປະຕິຮູບລັດວິສາຫະກິດ ປະຈຳປີ 2023 ຈະຮັກສາການຖືຮຸ້ນ ໃນຫົວໜ່ວຍພາກລັດວິສາຫະກິດຕ່າງໆ. ປັບປຸງນະໂຍບາຍສະຫວັດດີການພາລະໜ້າທີ່-ພາລະບົດບາດ, ຍົກລະດັບພັດທະນາໃຫ້ມີຄຸນະພາບ.

ແກ້ໄຂໜີ້ສິນສາທາລະນະ ໄດ້ນຳໃຊ້ຫຼາຍຮູບແບບໃນການຊຳລະໜີ້ສິນ ອອກພັນທະບັດໃຫ້ດຸນດ່ຽງ ງົບປະມານຂອງລັດຖະບານຜ່ານຕະຫຼາດຫຼັກຊັບລາວ ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ.

ສຸມໃສ່ດຳເນີນນະໂຍບາຍເງິນຕາໃຫ້ຮັດກຸມກວ່າເກົ່າ ໂດຍສະເພາະການຄຸ້ມຄອງປະລິມານເງິນ M2 ປັບປຸງນິຕິກຳການຄຸ້ມຄອງເງິນຕາຕ່າງປະເທດ ແລະ ບັງຄັບໃຊ້ ໃຫ້ເຂັ້ມງວດຂຶ້ນ ແລະ ປັບປຸງກົນໄກທີ່ກົມກຽວກັນ ເພື່ອລົດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ຄຸ້ມຄອງກະແສເງິນຕາຕ່າງປະເທດຜ່ານການຄ້າ-ລົງທຶນຕ່າງປະເທດ ການກູ້ຢືມລະຫວ່າງປະເທດ ແລະ ການຄ້າຊາຍແດນໃຫ້ຮັດກຸມ ເຊິ່ງອັນສຳຄັນຕ້ອງໄດ້ມີການແລກປ່ຽນຂໍ້ມູນ ແລະ ເຮັດວຽກຮ່ວມກັນເປັນປົກກະຕິ.

ສະເໜີໂດຍ: ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/