ລະດູຝົນອາດພາໃຫ້ເຫງົາ ເມື່ອມີພາວະຊຶມເສົ້າຕາມລະດູການ


ບາງຄັ້ງ ບັນຍາກາດຄຶ້ມໆກ່ອນທີ່ຝົນຈະຕົກ, ສາຍລົມພັດໃບໄມ້ຄ້ອຍໄປຕາມແຮງລົມ, ສາຍຝົນລິນໃນຄືນອັນງຽບສະຫງັດ ອາດພາໃຫ້ຫຼາຍຄົນມີອາການເຫງົາ ຈົນກ້າວໄປສູ່ພາວະຊຶມເສົົ້າຕາມລະດູການ (Seasonal Affective Disorder; S.A.D).

ພາວະຊຶມເສົ້າຕາມລະດູການ (Seasonal Affective Disorder; S.A.D) ເປັນພາວະທາງອາລົມທີ່ມັກເກີດຂຶ້ນໃນລະດູການໃດໜຶ່ງຂອງປີ; ບາງຄົນອາດມັກເກີດຂຶ້ນໃນຍາມໜາວ ເນື່ອງຈາກກາງຄືນມີເວລາຍາວນານກວ່າກາງເວັນ, ແຕ່ບາງຄົນກໍອາດຮູ້ສຶກໂສກເສົ້າໃນລະດູຝົນ ຈົນມີຄວາມຮູ້ສຶກແຍກຕົວອອກຈາກສັງຄົມ. ເຖິງແມ່ນວ່າອາການທີ່ເກີດຂຶ້ນຈະເປັນໄປຕາມລະດູການ ແຕ່ກໍກະທົບຕໍ່ຄວາມຮູ້ສຶກ, ຕໍ່ການສະແດງອອກ ແລະ ຕໍ່ການປະຕິບັດໜ້າທີ່ຕ່າງໆໃນແຕ່ລະວັນຂອງຄົນເຮົາ. ຍ້ອນແນວນັ້ນ, ນັກຈິດຕະວິທະຍາ ຈຶ່ງແນະນຳໃຫ້ລະວັງອາການຊຶມເສົ້າຕາມພາວະລະດູການ ດັ່ງນີ້:

ລັກສະນະອາການທີ່ສະແດງອອກ

  • ຮູ້ສຶກໝົດຫວັງ, ສູນເສຍຄວາມເຊື່ອໝັ້ນຕົນເອງ, ຮູ້ສຶກວ່າຕົນເອງໄຮ້ຄຸນຄ່າ
  • ໝົດຄວາມສົນໃຈໃນສິ່ງທີ່ເຄີຍສົນໃຈ, ຮູ້ສຶກເບື່ອໂດຍບໍ່ມີສາເຫດ
  • ຮ່າງກາຍມັກອ່ອນເພຍ, ໝົດຄວາມກະຕືລືລົ້ນໃນການລົງມືເຮັດສິ່ງຕ່າງໆ
  • ມີພຶດຕະກຳໃນການກິນອາຫານທີ່ປ່ຽນແປງໄປ ເຊັ່ນ: ກິນອາຫານຫຼາຍເກີນໄປ ຫຼື ກິນໜ້ອຍເກີນໄປ, ຢາກກິນແຕ່ອາຫານຈຳພວກທາດນ້ຳຕານ, ທາດແປ້ງ ເພີ່ມຂຶ້ນ
  • ບໍ່ມີສະມາທິ ຫຼື ອາດຈະມີອາການສະມາທິສັ້ນ, ໃຊ້ເວລາຈົດຈໍ່ວຽກງານໃດໜຶ່ງໄດ້ໜ້ອຍລົງ, ມີອາການຫາວນອນຕະຫຼອດເວລາ
  • ບາງຄົນອາດມີພາວະນອນບໍ່ຫຼັບ ຫຼື ອາດນອນໄດ້ໜ້ອຍຜິດປົກກະຕິ ແຕ່ບາງຄົນກໍອາດມີພາວະນອນຫຼາຍຈົນຜິດປົກກະຕິ
  • ເກັບຕົວ, ບໍ່ຢາກສຸງສິງກັບໃຜ,​ ຢາກຢູ່ງຽບໆຕາມລຳພັງ, ເບື່ອສັງຄົມ, ເບື່ອໝູ່ເພື່ອນ ຫຼື ແມ່ນແຕ່ຄົນໃນຄອບຄົວ
  • ເລີ່ມສົນໃຈເລື່ອງຄວາມຕາຍ ຫຼື ອາດຄິດຂ້າຕົວຕາຍ

ຖ້າເລີ່ມສັງເກດວ່າຕົນເອງ ຫຼື ຄົນອ້ອມຂ້າງ ມີພາວະໃດໜຶ່ງ ຫຼື ຄົບທຸກຂໍ້ດັ່ງຂ້າງເທິງນີ້ ແນະນຳໃຫ້ຂໍຄວາມຊ່ວຍເຫຼືອຈາກແພດໝໍທີ່ເປັນຜູ້ຊ່ຽວຊານໂດຍກົງ ຫາກປະໄວ້ດົນເກີນໄປອາດຈະເຮັດໃຫ້ກາຍເປັນໂຣກຊຶມເສົ້າໂດຍແທ້ຈິງໄດ້ (Major Depressive). ເຖິງແມ່ນວ່າອາການຊຶມເສົ້າຕາມລະດູການ ຈະພົບໄດ້ໜ້ອຍ ແລະ ສາມາດປິ່ນປົວໄດ້ງ່າຍກວ່າຜູ້ທີ່ປ່ວຍເປັນໂຣກຊຶມເສົ້າແທ້ຈິງ (Major Depressive), ແຕ່ມັນກໍເປັນອັນຕະລາຍ ແລະ ກະທົບຕໍ່ການໃຊ້ຊີວິດປະຈຳວັນໄດ້ບໍ່ແຕກຕ່າງກັນ.

ວິທີປິ່ນປົວພາວະຊຶມເສົ້າຕາມລະດູການ

  • ພະຍາຍາມຫາກິດຈະກຳເພື່ອຜ່ອນຄາຍສະໝອງ, ເຮັດໃຫ້ຮ່າງກາຍຮູ້ສຶກສົດຊື່ນ ເຊັ່ນ: ປ່ຽນບັນຍາກາດໄປກິນເຂົ້ານອກບ້ານ, ໄປຍ່າງອອກກຳລັງກາຍ, ຫຼິ້ນດົນຕີ, ອ່ານປຶ້ມທີ່ມັກ, ແຕ້ມຮູບ, ເຮັດສວນ, ຮຽນເຮັດເຂົ້າໜົມ ເປັນຕົ້ນ.
  • ກິນອາຫານທີ່ມີສານຊ່ວຍຄວບຄຸມອາລົມ ເຊັ່ນ: ໝາກນັດ, ໄກ່, ປາເຊວມອນ, ໄຂ່, ນົມ, ນ້ຳເຕົາຮູ້, ເມັດທັນຍາພືດຕ່າງໆ.
  • ອອກໄປພົບປະສັງສັນ ຫຼື ຫາໂອກາດເຂົ້າຮ່ວມໃນງານກິດຈະກຳເພື່ອສັງຄົມຕ່າງໆ
  • ພະຍາຍາມເຝິກນິດໄສການນອນທີ່ດີ ໂດຍກ່ອນນອນຄວນທີ່ຈະປິດອຸປະກອນສື່ສານຕ່າງໆ ແລະ ເຂົ້ານອນໃຫ້ເປັນເວລາ ເນື່ອງຈາກການພັກຜ່ອນບໍ່ພຽງພໍ ມີສ່ວນເຮັດໃຫ້ເກີດພາວະຊຶມເສົ້າໄດ້
  • ໝັ່ນສັງເກດອາການປ່ຽນແປງທີ່ເກີດຂຶ້ນ, ພະຍາຍາມເຝິກໃຈໃຫ້ຍອມຮັບການປ່ຽນແປງທຸກຢ່າງທີ່ເກີດຂຶ້ນໃນຊີວິດ ຖືເປັນເລື່ອງທຳມະດາຄືດັ່ງການປ່ຽນແປງຂອງລະດູການ, ແຕ່ຖ້າເມື່ອໃດຫາກຮູ້ສຶກວ່າຕົນເອງມີອາລົມຜັນຜວນ ແລະ ມີຄວາມທຸກໃນໃຈຈົນບໍ່ສາມາດຄວບຄຸມໄດ້ ຄວນຊອກຫາຄວາມຊ່ວຍເຫຼືອຈາກຄອບຄົວ ແລະ ຄົນອ້ອມຂ້າງ. ຖ້າຫາກຍັງມີພາວະດັ່ງກ່າວກິນເວລາແກ່ຍາວຫຼາຍວັນ ຄວນເຂົ້າຮັບການປຶກສາກັບແພດໝໍສະເພາະທາງ ເພື່ອທີ່ຈະໄດ້ຮັບການປິ່ນປົວຖືກຕ້ອງ ແລະ ທັນເວລາ.

ແຫຼ່ງຂໍ້ມູນອ້າງອີງ:

http://cuts2.com/LAwDq

http://cuts2.com/PtOel

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/