Monday blues ຫຼື ອາການເບື່ອວັນຈັນ ໃຜເປັນແບບນີ້ຍົກມືຂຶ້ນ!


ທ່ານເຄີຍມີອາການເບື່ອມື້ວັນຈັນບໍ່? ຍິ່ງເປັນຄືນວັນອາທິດ ທີ່ໃກ້ຈະຮອດມື້ວັນຈັນ ຍິ່ງຮູ້ສຶກຫົດຫູ່ໃຈຈົນບໍ່ຢາກເຮັດຫຍັງ. ຄວາມຈິງແລ້ວ ອາການເບື່ອວັນຈັນສາມາດເກີດຂຶ້ນໄດ້ກັບທຸກຄົນ ນັບທັງຄົນທີ່ຢູ່ໃນໄວຮຽນ ແລະ ໄວເຮັດວຽກ. ສະນັ້ນ, ເຮົາມາເບິ່ງວ່າສາເຫດຫຍັງທີ່ເຮັດໃຫ້ເຮົາມີອາການເຫຼົ່ານີ້ ແລະ ເຮົາຈະມີວິທີແກ້ໄຂໄດ້ຄືແນວໃດ?

Monday Blues ຫຼື ອາການເບື່ອມື້ວັນຈັນ ແມ່ນອາການທີ່ເກີດຂຶ້ນພາຍຫຼັງທີ່ໄດ້ໃຊ້ເວລາພັກຜ່ອນໃນທ້າຍອາທິດໄປແລ້ວ ແລະ ເມື່ອຮູ້ວ່າຈະຕ້ອງຮອດເວລາກັບໄປສູ່ສັງວຽນການເຮັດວຽກ ຫຼື ການຮຽນອີກຄັ້ງ ຈຶ່ງເກີດຄວາມຮູ້ສຶກເບື່ອໜ່າຍ, ບໍ່ຢາກໄປ. ອາການດັ່ງກ່າວ ມີສາເຫດເກີດຈາກຄວາມຄຽດສະສົມໃນແຕ່ລະມື້ ຈົນເຮັດໃຫ້ເກີດຄວາມຮູ້ສຶກຕ້ອງການມື້ພັກເພີ່ມຂຶ້ນ, ຮູ້ສຶກວ່າບໍ່ມີຄວາມສຸກ ແລະ ບໍ່ພ້ອມທີ່ຈະກັບໄປເຮັດວຽກໃນເຊົ້າມື້ວັນຈັນ.

ຜົນກະທົບຈາກອາການເບື່ອມື້ວັນຈັນ ມີຫຍັງແດ່?

Monday Blues ບໍ່ແມ່ນເປັນພຽງແຕ່ອາການເບື່ອມື້ວັນຈັນເທົ່ານັ້ນ. ແຕ່ມັນຄືຜົນສະທ້ອນຈາກການບົ່ມຊ້ອນຄວາມຄຽດສະສົມເປັນເວລາດົນນານຈົນກໍ່ຕົວຂຶ້ນກາຍເປັນອາການໜຶ່ງ ແລະ ມັນສາມາດພັດທະນາຈົນເຖິງຂັ້ນກາຍເປັນໂຣກຊຶມເສົ້າໄດ້. ຜົນກະທົບຈາກອາການເບື່ອວັນຈັນ ເຮັດໃຫ້ບໍ່ມີຄວາມສຸກໃນການເຮັດວຽກ, ບໍ່ມີຄວາມກະຕືລືລົ້ນ, ບໍ່ມີແນວຄວາມຄິດສ້າງສັນ, ບໍ່ມີສຳພັນທີ່ດີກັບເພື່ອນຮ່ວມງານ, ບໍ່ສາມາດເຮັດວຽກສຳເລັດຕາມເປົ້າໝາຍ ເນື່ອງຈາກປະສິດທິພາບໃນການເຮັດວຽກງານລົດລົງ.

ຖ້າບໍ່ຢາກເບື່ອມື້ວັນຈັນແລ້ວຈະຕ້ອງເຮັດແນວໃດແດ່?

  1. ປັບປ່ຽນກິດຈະວັດປະຈຳວັນ

ສ່ວນໜຶ່ງຂອງອາການເບື່ອວັນຈັນ ເກີດຈາກການທີ່ເຮົາບໍ່ໄດ້ປັບປ່ຽນກິດຈະວັດປະຈຳວັນໃຫ້ແຕກຕ່າງອອກໄປຈາກທີ່ເຄີຍເຮັດຜ່ານມາ. ດັ່ງນັ້ນ, ໃຫ້ເຮົາລອງປ່ຽນກິດຈະວັດປະຈຳວັນໃຫ້ແຕກຕ່າງອອກໄປຈາກເດີມ ເຊັ່ນ: ຖ້າເຮົາມັກນອນຕື່ນສວາຍ ໃຫ້ປັບເວລາມາຕື່ນໄວຂຶ້ນ ລວມທັງການຕື່ນນອນໃນມື້ພັກເສົາ-ອາທິດກໍໃຫ້ຕັ້ງເວລາດຽວກັບມື້ໄປວຽກ; ລອງປ່ຽນບຸກຄະລິກການແຕ່ງຕົວ ແລະ ປ່ຽນຊົງຜົມໃໝ່,​ ລະຫວ່າງທາງກ່ອນໄປວຽກອາດລອງແວ່ດື່ມກາເຟ ຫຼື ເຄື່ອງດື່ມລົດຊາດໃໝ່; ຖ້າຍັງທຽວແຕ່ເສັ້ນທາງເກົ່າລອງປ່ຽນມາທຽວເສັ້ນທາງໃໝ່; ຖ້າເຄີຍເລີກວຽກແລ້ວເມືອເຮືອນເລີຍ ອາດປ່ຽນມາເປັນແວ່ໄປຍ່າງອອກກຳລັງກາຍ ເປັນຕົ້ນ.  ນອກນັ້ນ, ກໍຕ້ອງປັບປ່ຽນບັນຍາກາດຢູ່ຫ້ອງການ ເຊັ່ນ: ປ່ຽນມຸມນັ່ງໃໝ່, ຈັດໂຕະເຮັດວຽກໃຫ້ເປັນລະບຽບຂຶ້ນ, ປະດັບປະດາໂຕະເຮັດວຽກດ້ວຍຕົ້ນໄມ້ຟອກອາກາດທີ່ຊ່ວຍໃຫ້ສົດຊື່ນຂຶ້ນ, ປ່ຽນຮູບພາບໜ້າຈໍຄອມພິວເຕີໃໝ່ ເປັນຕົ້ນ, ເຊິ່ງວິທີເຫຼົ່ານີ້ ຈະຊ່ວຍໃຫ້ເກີດບັນຍາກາດການເຮັດວຽກແປກໃໝ່ຂຶ້ນ ແລະ ຊ່ວຍໃຫ້ເກີດຄວາມກະຕືລືລົ້ນໃນການເຮັດວຽກ. 

  1. ປັບວິທີການຈັດການກັບວຽກງານ

ອາການເບື່ອວັນຈັນ ສ່ວນໃຫຍ່ເປັນຜົນມາຈາກການສະສົມຄວາມຄຽດຈາກວຽກງານທີ່ໜັກໜ່ວງມາແຕ່ອາທິດກ່ອນໜ້າ. ດັ່ງນັ້ນ, ວິທີທີ່ດີທີ່ສຸດກໍຄືລົງມືຈັດການກັບມັນໃຫ້ສຳເລັດຕັ້ງແຕ່ແລງວັນສຸກ ຫຼື ຢ່າງໜ້ອຍກໍໃຫ້ວຽກເຫຼືອຄ້າງໜ້ອຍທີ່ສຸດ, ບໍ່ຄວນນຳເອົາວຽກມາແກ້ຕໍ່ຢູ່ເຮືອນ, ງົດການຕອບຂໍ້ຄວາມ ຫຼື ອີເມວວຽກໃນມື້ພັກເສົາ-ອາທິດ (ຖ້າບໍ່ຈຳເປັນຮີບດ່ວນ) ເພື່ອບໍ່ໃຫ້ສະໝອງຂອງຄົນເຮົາຄິດເລື່ອງວຽກຢູ່ຕະຫຼອດເວລາ ແລະ ໃຫ້ສາມາດແຍກມື້ເຮັດວຽກ ແລະ ມື້ວັນພັກຜ່ອນອອກຈາກກັນໄດ້ຊັດເຈນ. ນອກຈາກນັ້ນ, ອາດຂຽນແຜນວຽກລ່ວງໜ້າທີ່ຕ້ອງເຮັດໄວ້ຕັ້ງແຕ່ມື້ວັນສຸກ ກໍຈະຊ່ວຍໃຫ້ເຮົາມີເປົ້າໝາຍ ແລະ ຊ່ວຍໃຫ້ເຮົາມີແບບແຜນເຮັດວຽກທີ່ຊັດເຈນຍິ່ງຂຶ້ນ.

  1. ສ້າງບັນຍາກາດທີ່ດີໃນການເຮັດວຽກ

ໜຶ່ງໃນບັນຫາທີ່ກໍ່ໃຫ້ເກີດອາການເບື່ອວັນຈັນ ແມ່ນມາຈາກບັນຍາກາດພາຍໃນອົງກອນ. ດັ່ງນັ້ນ, ທຸກຢ່າງເລີ່ມຕົ້ນທີ່ຕົວເຮົາ ເມື່ອເຮົາມີ Mindset ທີ່ດີ ກໍຈະຊ່ວຍໃຫ້ເຮົາມີຄວາມສຸກກັບການເຮັດວຽກໄດ້ຫຼາຍຂຶ້ນ ໂດຍການປັບ Mindset ຄຽງຄູ່ກັບການປ່ຽນບັນຍາກາດໃໝ່ພາຍໃນອົງກອນ ເຊັ່ນ: ຖ້າເຮົາເປັນຄົນທີ່ບໍ່ຄ່ອຍໂອ້ລົມກັບເພື່ອນຮ່ວມງານເລີຍ ອາດເຮັດໃຫ້ເຮົາຮູ້ສຶກເຫງົາຄ້າຍຄືຕ້ອງມາເຮັດວຽກຄົນດຽວ. ສະນັ້ນ, ໃນໄລຍະພັກເບຣກສັ້ນໆ ເຮົາອາດເປັນຝ່າຍເລີ່ມຊວນລົມຖາມໄຖ່ເຊິ່ງກັນແລະກັນ ກໍຈະເປັນການຊ່ວຍປ່ຽນບັນຍາກາດພາຍໃນອົງກອນໃຫ້ດີຂຶ້ນ. ນອກນັ້ນ, ໃນລະຫວ່າງການເຮັດວຽກ ກໍອາດໃສ່ຫູຟັງເປີດເພງຄ່ອຍໆເພື່ອປັບປ່ຽນບັນຍາກາດ ຫຼື ອາດຊອກຫາ Podcast ຟັງໃນລະຫວ່າງວັນກໍໄດ້.

  1. ນໍາໃຊ້ເຕັກນິກ Pomodoro

ເຕັກນິກ Pomodoro ແມ່ນການເຮັດວຽກ 25 ນາທີ ແລ້ວພັກຜ່ອນ 5 ນາທີ ໂດຍເລີ່ມຈາກກຳນົດຫົວຂໍ້ວຽກທີ່ຈະເຮັດໃຫ້ສຳເລັດພາຍໃນເວລາທີ່ກຳນົດຂຶ້ນ ຫຼັງຈາກນັ້ນເລີ່ມຈັບເວລາຢູ່ທີ່ 25 ນາທີ ເຊິ່ງພາຍໃນເວລາ 25 ນາທີນີ້ ຈະຕ້ອງຕັ້ງສະມາທິເຮັດວຽກຢ່າງເຕັມທີ່ 100% ໄປເລື້ອຍໆຈົນກວ່າຈະຄົບເວລາທີ່ຕັ້ງເອົາໄວ້. ພາຍຫຼັງຄົບ 25 ນາທີ ກໍໃຫ້ພັກຜ່ອນສັ້ນໆພຽງ 5 ນາທີ ຕົວຢ່າງເຊັ່ນ: ພັກສາຍຕາ ຫຼື ໄປເຂົ້າຫ້ອງນ້ຳ. ຈາກນັ້ນ ພາຍຫຼັງທີ່ໄດ້ນຳໃຊ້ເຕັກນິກ Pomodoro  ໄປໄດ້ 4 ຮອບແລ້ວ ກໍໃຫ້ເພີ່ມເວລາພັກຜ່ອນດົນຂຶ້ນກວ່າເດີມປະມານ 15-20 ນາທີ ແລະ ໄລຍະທີ່ພັກເບຣກຍາວນີ້ ສາມາດເຮັດກິດຈະກຳອື່ນເພື່ອປ່ຽນບັນຍາກາດການເຮັດວຽກເຊັ່ນ: ກິນເຂົ້າໜົມ, ພັກສາຍຕາ, ຍ່າງຍືດເສັ້ນຍືດສາຍ ເປັນຕົ້ນ.

ທັງໝົດນີ້ແມ່ນວິທີທີ່ຈະຊ່ວຍໃຫ້ເຮົາສາມາດເອົາຊະນະອາການເບື່ອມື້ວັນຈັນ. ຖ້າເຮົາທົດລອງເຮັດຕາມນີ້ ເຊື່ອວ່າຈະຊ່ວຍໃຫ້ເຮົາບໍ່ຮູ້ສຶກເບື່ອມື້ວັນຈັນອີກຕໍ່ໄປ ພ້ອມຍັງຊ່ວຍເພີ່ມປະສິດທິພາບຂອງການເຮັດວຽກງານໃຫ້ໄດ້ດີຍິ່ງຂຶ້ນ, ເຮັດໃຫ້ການເຮັດວຽກໃນແຕ່ລະວັນມີຄວາມສຸກ, ມີບັນຍາກາດ, ມີເປົ້າໝາຍ ແລະ ລະບຽບແບບແຜນໄດ້ດີຍິ່ງຂຶ້ນ. ບໍ່ແນ່ວ່າ ຕໍ່ໄປນີ້ທ່ານອາດຫຼົງຮັກມື້ວັນຈັນຂຶ້ນມາກໍໄດ້!!

ແຫຼ່ງຂໍ້ມູນອ້າງອີງ:

https://indeedhi.re/42vwBBh

https://bit.ly/44qlmMm

https://bit.ly/3M0qdg6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/