ຮ້ອນເກີນຕ້ານ! ຫວຽດ​ນາມສ້າງສະຖິຕິໃໝ່ອຸນຫະພູມສູງສຸດເປັນປະຫວັດສາດທີ່​ 44,1 ອົງ​ສາ


ສູນ​ພະ​ຍາ​ກອນ​ອາ​ກາດ​ອຸ​ທົກ​ກະ​ສາດ​ແຫ່ງ​ຊາດ​ຫວຽດ​ນາມໄດ້ລະບຸວ່າ ໃນວັນເສົາທີ່ຜ່ານມາໜ່ວຍງານສາມາດວັດແທກອຸນຫະພູມໄດ້ 44,1 ອົງສາ ໂດຍສະຖານທີ່ວັດເເທກອຸນຫະພູມໄດ້ເເມ່ນທາງພາກເໜືອຂອງເເຂວງ Thanh Hóa, ເຊິ່ງໄດ້ທຳລາຍສະຖິຕິທີ່ຜ່ານມາໃນປີ 2019 ທີ່ 43,4 ອົງສາ ຢູ່ເມືອງ Hương Khê ເເຂວງ Hà Tĩnh.

ຜູ້​ຊ່ຽວ​ຊານ​ຄາດ​​ວ່າ​ອຸນ​ຫະ​ພູມ​ຈະ​ເພີ່ມ​ຂຶ້ນ​ໃນ​ໄວໆ​ນີ້​ເນື່ອງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ເຊິ່ງເຈົ້າໜ້າທີ່ໄດ້ອອກມາເຕືອນໃຫ້ປະຊາຊົນຢູ່ໃນບ່ອນຮົ່ມໃນເວລາທີ່ຮ້ອນທີ່ສຸດຂອງມື້.

ສ່ວນບັນດາປະເທດອື່ນໃນພູມີພາກນີ້ກໍ​ປະສົບ​ກັບ​ສະພາບອາກາດທີ່​ຮ້ອນ​ເຊັ່ນກັນ. ປະເທດໄທ​ໄດ້​ລາຍ​ງານ​ວ່າ ອຸນ​ຫະ​ພູມ​ສູງ​ສຸດເປັນປະຫວັດສາດ​ເຖິງ 44,6 ອົງ​ສາ​ ຢູ່​ແຂວງຕາກ. ໃນຂະນະດຽວກັນສຳນັກຂ່າວຂອງມຽນມາກໍລາຍ​ງານ​ວ່າ ເມືອງທາງພາກ​ຕາ​ເວັນ​ອອກ​ກໍມີອຸນຫະພູມສູງ​ເຖິງ 43,8 ອົງສາ ​ເຊິ່ງ​ເປັນ​ອຸນຫະພູມ​ທີ່​ສູງ​ສຸດ​ໃນ​ຮອບ​ທົດ​ສະ​ວັດ.

Nguyễn Ngọc Huy ຜູ້ຊ່ຽວຊານດ້ານການປ່ຽນເເປງສະພາບພູມອາກາດກ່າວ​ວ່າ ສະຖິຕິ​ໃໝ່​ຂອງ​ຫວຽດນາມນັ້ນ “ໜ້າເປັນຫ່ວງ” ເມື່ອພິຈາລະນາຈາກ “ສະພາບການຂອງການປ່ຽນແປງຂອງດິນຟ້າອາກາດ ແລະ ພາວະໂລກຮ້ອນ” ແລະ ເຊື່ອວ່າສະຖິຕິນີ້ຈະເກີດຂຶ້ນຊໍ້າອີກຫຼາຍຮອບ.

ກ່ອນ​ໜ້າ​ນີ້ ລັດຖະບານ​ໄດ້​ຕົກລົງ​ກັນ​ທີ່​ຈະດຳເນີນ​ມາດ​ຕະການ​ເພື່ອ​ຫຼີກເວັ້ນບໍ່ໃຫ້ອຸນຫະພູມໂລກເພີ່ມ​ຂຶ້ນ​​ເກີນ 1,5 ອົງສາ, ແຕ່​ໂລກ​ໄດ້​ຮ້ອນ​ຂຶ້ນ​ແລ້ວ 1,1 ອົງສາ ແລະ ​ຜູ້​ຊ່ຽວຊານ​ກ່າວ​ວ່າ ມີທ່າອ່ຽງອາດ​ຈະ​ສູງ​ຂຶ້ນກວ່າ 1,5 ອົງສາ ໃນປີ 2030.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/