Meta ຂູ່ຈະລຶບຄອນເທັ້ນທີ່ເປັນຂ່າວອອກຈາກ Facebook ຖ້າ ອາເມຣິກາຜ່ານກົດໝາຍ ໃຫ້ແບ່ງລາຍໄດ້ຈາກຄອນເທັ້ນຂ່າວໃຫ້ກັບສື່

meta-ຂູ່ຈະລຶບຄອນເທັ້ນທີ່ເປັນຂ່າວອອກຈາກ Facebook

ໂຄສົກບໍລິສັດ Meta ບໍລິສັດເຈົ້າຂອງ Facebook ອອກມາປະກາດຂູ່ວ່າຈະລຶບຂ່າວທັງໝົດອອກຈາກ Facebook ຖ້າວ່າສະພາໃນອາເມຣິກາ ຜ່ານກົດໝາຍ Journalism Competition and Preservation Act (JCPA) ທີ່ຈະເຮັດໃຫ້ສື່ ຫຼື ສໍານັກຂ່າວສາມາດຕໍ່ຮອງສ່ວນແບ່ງຂອງໂຄສະນາກັບ Meta ໄດ້.

meta-ຂູ່ຈະລຶບຄອນເທັ້ນທີ່ເປັນຂ່າວອອກຈາກ Facebook

ແອັນດີ້ ສະໂຕນ (Andy Stone) ໂຄສົກຂອງ Meta ກ່າວເຖິງເລື່ອງນີ້ວ່າ ຖ້າວ່າສະພາຜ່ານຮ່າງກົດໝາຍສື່ສານມວນຊົນທີ່ຂາດການພິຈາລະນານີ້ ທາງ Meta ອາດຈຳເປັນຕ້ອງລຶບຂ່າວອອກຈາກແພລັດຟອມຂອງເຂົາທັງໝົດ ເພາະ Meta ໄດ້ເພີ່ມຄຸນຄ່າໃຫ້ກັບສຳນັກຂ່າວເຫຼົ່ານີ້ດ້ວຍການເປັນສື່ກາງໃຫ້ຄົນເຂົ້າມາອ່ານຂ່າວ ແລະ ການສະໝັກສະມາຊິກຮັບຂ່າວສານໃຫ້ກັບສື່ເຫຼົ່ານັ້ນແລ້ວ.

meta-ຂູ່ຈະລຶບຄອນເທັ້ນທີ່ເປັນຂ່າວອອກຈາກ Facebook

ນອກຈາກນີ້ ຮ່າງກົດໝາຍດັ່ງກ່າວນີ້ ຍັງເບິ່ງຂ້າມຄວາມເປັນຈິງສຳຄັນທີ່ວ່າ ສຳນັກຂ່າວ ຫຼື ສື່ໃດໆກໍຕາມເຂົາຕັດສິນໃຈທີ່ຈະນຳສື່ມາລົງໃນແພລັດຟອມຂອງ Meta ເອງເພາະຈະຊ່ວຍສ້າງກຳໄລໃຫ້ກັບສື່ນັ້ນໆ ແລະ ບໍ່ວ່າບໍລິສັດໃດໆກໍຕາມ ກໍບໍ່ຕ້ອງມາຈ່າຍເງິນໃຫ້ກັບເນື້ອຫາທີ່ຜູ້ໃຊ້ບໍ່ຢາກອ່ານ ຫຼື ຢາກເບິ່ງ ເວົ້າງ່າຍໆກໍຄື ການທີ່ລັດຖະບານສ້າງໜ່ວຍງານທີ່ບັງຄັບໃຫ້ບໍລິສັດໜຶ່ງ ໃຫ້ມາ ດູແລອີກບໍລິສັດໜຶ່ງ ດ້ວຍການທີ່ໄປອຸດໜູນເຂົາ ຖືເປັນແບບຢ່າງທີ່ໜ້າກັງວົນສຳລັບທຸກໆທຸລະກິດໃນອາເມຣິກາ.

meta-ຂູ່ຈະລຶບຄອນເທັ້ນທີ່ເປັນຂ່າວອອກຈາກ Facebook

ໂດຍ ຮ່າງກົດໝາຍ JCPA ທີ່ວ່ານີ້ ມີຈຸດປະສົງເພື່ອກະຕຸ້ນອຸດສາຫະກຳຂ່າວ ໂດຍຍົກເວັ້ນໃຫ້ສຳນັກຂ່າວສາມາດຕໍ່ຮອງລາຍໄດ້ກັບແພລັດຟອມໃນໂລກອອນລາຍຢ່າງ Facebook ຫຼື Google ເພື່ອຮັບສ່ວນແບ່ງຈາກໂຄສະນາທີ່ຫຼາຍຂຶ້ນ.

ຮ່າງກົດໝາຍສະບັບດັ່ງກ່າວເກີດຂຶ້ນເນື່ອງຈາກກຸ່ມ News Media Alliance ເຊິ່ງເປັນຕົວແທນຂອງສຳນັກພິມ ແລະ ໜັງສືພິມ ທີ່ໄດ້ຮຽກຮ້ອງໃຫ້ສະພາ ເພີ່ມຮ່າງກົດໝາຍສະບັບນີ້ ໂດຍໃຫ້ເຫດຜົນວ່າ ໜັງສືພິມທ້ອງຖິ່ນບໍ່ສາມາດທົນກັບການເອົາປຽບຂອງບໍລິສັດຂະໜາດໃຫຍ່ໄດ້ອີກ ແລະ ເວລາໃນການດຳເນີນການກໍລົດນ້ອຍລົງ.

ຢ່າງໃດກໍຕາມ ກຸ່ມຕ່າງໆ ລວມເຖິງສະຫະພາບເສລີພາບພົນລະເມືອງອາເມຣິກາ ກໍໄດ້ສົ່ງຈົດໝາຍຕໍ່ຕ້ານການຜ່າຍຮ່າງກົດໝາຍດັ່ງກ່າວ  ໂດຍກ່າວວ່າຈະເຮັດໃຫ້ບັນຫາການເຜີຍແຜ່ຂໍ້ມູນທີ່ຜິດ ແລະ ບິດເບືອນຫຼາຍຂຶ້ນເພາະສຳນັກຂ່າວສາມາດຟ້ອງຮ້ອງບໍລິສັດເຈົ້າຂອງແພລັດຟອມສື່ສັງຄົມອອນລາຍ ແລະ ອາດຂົ່ມຂູ່ບໍ່ໃຫ້ມີການຄັດກອງຂ່າວທີ່ຜິດອອກໄດ້. ນອກຈາກນີ້ຍັງເບິ່ງວ່າຮ່າງກົດໝາຍດັ່ງກ່າວເອື້ອຜົນປະໂຫຍດໃຫ້ກັບສຳນັກຂ່າວໃຫຍ່ໆຫຼາຍກວ່າ ສຳນັກຂ່າວທ້ອງຖິ່ນ ຫຼື ສຳນັກຂ່າວຂະໜາດນ້ອຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/