ຂໍສະແດງຄວາມຍິນດີນຳນັກສຶກສາລາວ ສາມາດຍາດໄດ້ອັນດັບທີ 3 ຈາກການແຂ່ງຂັນປະກວດ Environment Poster ໃນງານ TF-NUS Youth Environment Camp 2022 (YEC) ທີ່ປະເທດສິງກະໂປ

ຂໍສະແດງຄວາມຍິນດີນຳນັກກສຶກສາລາວ

ໄວໜຸ່ມນັກສຶກສາລາວເປັນອີກໜຶ່ງກຸ່ມກໍາລັງແຮງສຳຄັນໃນການຊ່ວຍສ້າງສາ ແລະພັດທະນາປະເທດຊາດບ້ານເມືອງໃຫ້ມີຄວາມຈະເລີນກ້າວໜ້າ ແລະ ທີ່ຜ່ານມາໄວໜຸ່ມລາວເຮົາກໍເປັນກຸ່ມຄົນທີ່ສ້າງຊື່ສຽງໃຫ້ກັບປະເທດ ບໍ່ວ່າຈະເປັນການເຂົ້າຮ່ວມໂຄງການສາກົນຕ່າງໆ, ການໄດ້ໄປແຂ່ງຂັນພາຍໃຕ້ຫົວຂໍ້ຕ່າງໆໃນຂັ້ນລະດັບໂລກ ຫຼື ການໄດ້ຮັບຮາງວັນຈາກເວທີທີ່ຊົງກຽດໃນລະດັບສາກົນ ແລະ ຫຼ້າສຸດນີ້ຕົວແທນນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດລາວເຮົາກໍສາມາດຍາດໄດ້ອັນດັບທີ 3 ຈາກການແຂ່ງຂັນປະກວດ Environment Poster ໃນງານ TF-NUS Youth Environment Camp 2022 (YEC) ພາຍໃຕ້ຫົວຂໍ້ “Carbon Footprint” ທີ່ປະເທດສິງກະໂປ.

ຂໍສະແດງຄວາມຍິນດີນຳນັກກສຶກສາລາວ

ງານດັ່ງກ່າວນີ້ຈັດຂຶ້ນໂດຍ ມະຫາວິທະຍາໄລແຫ່ງຊາດສິງກະໂປ (NUS) ຮ່ວມກັບ Temasek Foundation (TF) ທີ່ປະເທດສິງກະໂປ ໃນລະຫວ່າງວັນທີ 20-26 ພະຈິກ 2022 ແລະມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ຄົນ ຈາກ 10 ປະເທດອາຊຽນ ທັງນີ້ຈຸດປະສົງຂອງງານແມ່ນ: “ເພື່ອສ້າງແຮງບັນດານໃຈໃນການຮັກສາສິ່ງແວດລ້ອມ ແລະ ທີ່ສໍາຄັນແມ່ນການສ້າງເຄືອຂ່າຍການຮ່ວມມືຂອງຜູ້ນຳໄວໜຸ່ມເພື່ອແບ່ງປັນປະສົບການທາງດ້ານສິ່ງແວດລ້ອມຂອງນັກສຶກສາໃນພາກພື້ນເອເຊຍຕາເວັນອອກສຽງໃຕ້”. ໃນໄລຍະເວລາ 5 ມື້ຂອງການເຂົ້າຮ່ວມກິດຈະກຳ ເຊິ່ງມີຫຼາກຫຼາຍກິດຈະກຳໃຫ້ນ້ອງໆນັກສຶກສາໄດ້ມີສ່ວນຮ່ວມເຊັ່ນ: ການຮັບຟັງການບັນຍາຍໃນຫົວຂໍ້ຕ່າງໆຈາກຜູ້ຊ່ຽວຊານທາງດ້ານສິ່ງແວດລ້ອມ, Workshops, ທັດສະນະສຶກສາພາກສະໜາມ ແລະ ການນຳສະເໜີຂອງນັກສຶກສາ. ນັກສຶກສາຈະໄດ້ນຳເອົາບົດຄວາມ ແລະ ໂປສເຕີ ຂອງທີມໃຜລາວທີ່ໄດ້ມີການກະກຽມເປັນເວລາ 1 ເດືອນກ່ອນການເຂົ້າຮ່ວມໂປຣແກຣມ ມານຳສະເໜີຢູ່ທີ່ Camp ເພື່ອແບ່ງປັນມຸມມອງ, ທັດສະນະຕ່າງໆຂອງປະເທດຕົນເອງທີ່ກ່ຽວຂ້ອງກັບຫົວຂໍ້ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ.

ຂໍສະແດງຄວາມຍິນດີນຳນັກກສຶກສາລາວ
ຂໍສະແດງຄວາມຍິນດີນຳນັກກສຶກສາລາວ

ໃນລະຫວ່າງການເຂົ້າຮ່ວມໂປຣແກຣມ ໄດ້ມີການແບ່ງກຸ່ມ ໃນແຕ່ລະກຸ່ມຈະມີນັກສຶກສາຈາກຫຼາຍໆປະເທດເພື່ອຮ່ວມກັນຄົ້ນຄວ້າ, ສະແດງຄວາມຄິດເຫັນ, ປຶກສາຫາລືເຮັດບົດນຳສະເໜີຕາມຫົວຂໍ້ທີ່ໄດ້ຖືກມອບໝາຍໃຫ້ ແລະ ກໍໄດ້ມີການນຳສະເໜີຜົນການຄົ້ນຄວ້າພາຍໃນກຸ່ມ. ສຳລັບຄວາມຮູ້ສຶກຂອງນ້ອງ ໃນວິນາທີທີ່ປະກາດຜົນຮາງວັນນ້ອງເອງຮູ້ສຶກດີໃຈແຮງ ບໍ່ຄິດເລີຍວ່າ ມະຫາວິທະຍາໄລແຫ່ງຊາດລາວ ຈະສາມາດຍາດໄດ້ຮາງວັນນຳເຂົາເຈົ້າ ເພາະວ່າໃນການແຂ່ງຂັນປະກວດນີ້ມີທັງໝົດ 22 ທີມ ຈາກ 10 ປະເທດອາຊຽນ ເຊິ່ງແຕ່ລະທີມແມ່ນມີແຕ່ຜູ້ເກັ່ງໆ ແຕ່ສຸດທ້າຍກໍສາມາດຍາດໄດ້ຮາງວັນທີ 3 ມາຄອງ ຕ້ອງຂອບໃຈມາຍັງອາຈານຜູ້ນຳພາ ແລະ ໝູ່ເພື່ອນພາຍໃນທີມ ທີ່ສະຫຼະເວລາຂອງຕົນເອງເຮັດວຽກໜັກ, ຄອຍໃຫ້ຄຳປຶກສາ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາຕັ້ງແຕ່ມື້ທຳອິດທີ່ເລີ່ມຂຽນ Research paper ແລະ ເຮັດ Poster ຈົນຮອດມື້ຈົບງານ ເຊິ່ງຮາງວັນນີ້ເປັນຄວາມພາກພູມໃຈຂອງໝົດທຸກຄົນ.

ຂໍສະແດງຄວາມຍິນດີນຳນັກກສຶກສາລາວ

ນ້ອງເອງ ທ້າວ ກ້ອນລາສີ ວິໄລພົນ ຫຼື ແຫຼ້ ນັກສຶກສາປີ 2 ຂອງຄະນະວິທະຍາສາດສິ່ງແວດລ້ອມ, ພາກວິຊາການຈັດການສິ່ງແວດລ້ອມ ຮູ້ສຶກເປັນກຽດ ແລະ ດີໃຈຫຼາຍທີ່ໄດ້ຖືກຄັດເລືອກເປັນຕົວແທນນັກສຶກສາລາວເຂົ້າຮ່ວມງານ YEC 2022 ທີ່ປະເທດສິງກະໂປ, ງານນີ້ເປັນງານທີ່ມີຄວາມໝາຍຄວາມສຳຄັນຫຼາຍສຳລັບນ້ອງ ເພາະເປັນງານທີ່ໃຫຍ່, ທັງໄດ້ພົບປະແລກປ່ຽນຄວາມຮູ້ຈາກບັນດາຜູ້ຄົນຈາກຫຼາກຫຼາຍປະເທດ ເຊິ່ງເປັນງານທີ່ເປີດປະສົບການ, ມຸມມອງໃໝ່ໆ, ໂລກະທັດໃໝ່ໆໃຫ້ແກ່ນ້ອງ.

ຂໍສະແດງຄວາມຍິນດີນຳນັກກສຶກສາລາວ

ແລະໃນການເຂົ້າຮ່ວມໂປຣແກຣມ ນ້ອງເອງຍັງໄດ້ຮຽນຮູ້ ແລະ ເຂົ້າໃຈສິ່ງໃໝ່ໆກ່ຽວກັບບັນຫາທາງດ້ານສິ່ງແວດລ້ອມ ບໍ່ວ່າຈະເປັນ Carbon Footprint, ບັນຫາການປ່ຽນແປງດິນຟ້າອາກາດ, ພາວະໂລກຮ້ອນ, ການລົດຜ່ອນຄາບອນ, ຄວາມຮູ້ທາງດ້ານວິທະຍາສາດ, ບັນດາແນວຄວາມຄິດນະໂຍບາຍກ່ຽວກັບຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ການຄິດໄລ່ການປ່ອຍຄາບອນຂອງຕົວເອງ, ຯລຯ ເຊິ່ງເຮັດໃຫ້ຮູ້ ແລະ ເຂົ້າໃຈໄດ້ວ່າຄົນເຮົາຜູ້ໜຶ່ງກໍມີສ່ວນໃນການເຮັດໃຫ້ເກີດບັນຫາໂລກຮ້ອນໄດ້ໂດຍທີ່ເຮົາບໍ່ຮູ້ຕົວ.

ຂໍສະແດງຄວາມຍິນດີນຳນັກກສຶກສາລາວ

ສະນັ້ນ, ຢາກຝາກໃຫ້ທຸກຄົນຊ່ວຍກັນຮັກສາສິ່ງແວດລ້ອມ ເລີ່ມຕົ້ນຈາກສິ່ງນ້ອຍໆເຊັ່ນ: ປິດເຄື່ອງໃຊ້ໄຟຟ້າທຸກຄັ້ງເມື່ອບໍ່ໄດ້ໃຊ້ງານ, ຖ້າບໍ່ຈຳເປັນໃຫ້ໃຊ້ພັດລົມແທນເຄື່ອງປັບອາກາດ (ແອ), ໃຊ້ຊັບພະຍາກອນທຸກຢ່າງໃຫ້ກຸ້ມຄ່າ ບໍ່ຄວນໃຊ້ຂອງແບບຟຸ້ມເຟືອຍ(ໃຊ້ແລ້ວຖີ້ມ), ຖີ້ມຂີ້ເຫຍື້ອໃຫ້ຖືກບ່ອນ, ນຳໃຊ້ຫຼັກການ 3Rs ໃນການຈັດການສິ່ງເສດເຫຼືອ ພຽງແຕ່ເຈົ້າເລີ່ມຕົ້ນຈາກຈຸດນ້ອຍໆ ເຈົ້າເອງກໍໄດ້ເປັນສ່ວນໜຶ່ງໃນການຮັກສາສິ່ງແວດລ້ອມແລ້ວ.

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ: ທ້າວ ກ້ອນລາສີ ວິໄລພົນ ນັກສຶກສາປີ 2 ຂອງຄະນະວິທະຍາສາດສິ່ງແວດລ້ອມ, ພາກວິຊາການຈັດການສິ່ງແວດລ້ອມ ຕົວແທນນັກສຶກສາລາວທີ່ໄດ້ເຂົ້າຮ່ວມ ງານ TF-NUS Youth Environment Camp 2022 (YEC) ທີ່ປະເທດສິງກະໂປ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/