ໄວໜຸ່ມລາວ ທີ່ມີຄວາມສາມາດ ຫຼາຍຄົນໃຫ້ຄວາມສົນໃຈ ແລະ ຍ້ອງຍໍ ເຖິງຜົນງານຕ່າງໆ ບໍ່ວ່າຈະເປັນການຮ້ອງເພງ, ດົນຕີ, ພາບປະກອບທີ່ສົມບູນແບບ ແລະ ຫຼາຍຄົນໄດ້ເວົ້າເຖິງນັ້ນກໍຄື ທີມງານຊ່ອງເພງ Mao Mun ນັ້ນເອງ, ເຊິ່ງມີຄວາມເປັນມາທີ່ໜ້າສົນໃຈ ພ້ອມກັບສີມືຂອງແຕ່ລະຄົນທີ່ໜ້າດຶງດູດ.
ຄວາມເປັນມາກ່ອນຈະເປັນ Mao Mun (ເມົາມັນ) ແລະ ໜ້າທີ່ຂອງແຕ່ລະຄົນ:
ທີ່ມາຂອງ Mao Mun Music ຫຼື MAO MUN ແມ່ນທຳອິດຈະມີແຕ່ ເປດ ແລະ ອິບ ເຮັດນຳກັນຢູ່ກ່ອນໜ້ານີ້, ທັງ 2 ເປັນເອມຊີ ແລະ ດີເຈ ທີ່ອອກງານຄູ່ກັນຢູ່ແລ້ວ ເລີຍຮ່ວມກັນເຮັດເພງກ່ອນໜ້ານີ້ປະມານ 3 ເພງ.
ບັງເອີນເພງທີ 4 ໂຈອີ້ ໄດ້ມີໂອກາດມາຊ່ວຍ ເປດ ເຮັດເອັມວີ ກໍເລີຍກາຍເປັນຈຸດເລີ່ມຕົ້ນທີ່ ໂຈອີ້ ໄດ້ເຂົ້າມາຄຸມພາກສ່ວນເອັມວີຕັ້ງແຕ່ມື້ນັ້ນ ແລະ ຈຶ່ງມີເພງທີ 5 ທີ່ຊື່ວ່າ: ໃຫ້ອ້າຍໄປສົ່ງ ທີ່ເຮັດຍອດວິວໄດ້ສູງສຸດຂອງຊ່ອງ.

ຫຼັງຈາກນັ້ນ ອີກບໍ່ດົນກໍມີ ຈິໂລ່ຍ ທີ່ມາເຕີມເຕັມສ່ວນຂອງການຕະຫຼາດຫາສະປອນເຊີ້ ແລະ ຄິດເອັມວີຊ່ວຍໃນຫຼາຍໆເອັມວີ ແລະ ຕໍ່ມາ ກໍມີສີລະປິນໃໝ່ມາເພີ່ມອີກ 2 ຄົນນັ້ນຄື: ແຈ ແລະ ອ້ວນ ເຊິ່ງຫຼັກໆທີ່ເປັນສີລະປິນກໍຈະມີພຽງ: ອິບ, ເປດ, ແຈ ແລະ ອ້ວນ. ສ່ວນ ຈິໂລ່ຍ ແລະ ໂຈອີ້ຈະຢູ່ເບື້ອງຫຼັງເປັນສ່ວນໃຫຍ່.

ອາຊີບ ຂອງແຕ່ລະຄົນ ແມ່ນບໍ່ໄດ້ເຮັດອາຊີບນີ້ເປັນຫຼັກທຸກຄົນ
- ເປດ ອາຍຸ 25 ປີ ເປັນ: DJ ແລະ Producer ເພງ
- ອິບ ອາຍຸ 28 ປີ ເປັນ: ກຣາຟຟິກດີຊາຍ
- ຈິໂລ່ຍ ອາຍຸ 25 ປີ : ຜູ້ກຳກັບໂຄສະນາ
- ໂຈອີ້ ອາຍຸ 25 ປີ : ຖ່າຍວິດີໂອງານດອງ ແລະ ກຳກັບໂຄສະນາ.

ໂຈອີ້ໄດ້ບອກຄວາມຮູ້ສຶກທີ່ເຮັດເພງປະເພດນີ້ວ່າ:
“ສຳລັບແນວເພງປະຈຸບັນຂອງພວກເຮົາກໍຈະເປັນປະເພດ: ຮິບຮັອບ ອາແອນບີ ໃນມຸມພວກເຮົາກໍເປັນແນວທີ່ກຳລັງມາແຮງໃນຫຼາຍໆກຸ່ມຄົນເລີຍ ແລະ ພວກເຮົາກໍຈະພາຍາຍາມນຳຄວາມຫຼາກຫຼາຍຖ່າຍທອດອອກມາ ເພື່ອໃຫ້ວົງການເຮົາມີຄວາມກວ້າງຂວາງ ໃນແນວເພງຕື່ມເລື້ອຍໆໃນອະນາຄົດອັນໃກ້ນີ້.”
ຜົນງານດີໆແບບນີ້ ກໍຂໍຝາກທຸກຄົນຕິດຕາມຜົນງານໄວໜຸ່ມລາວ ທີ່ມີຄວາມສາມາດກັນທາງ YouTube : MAO MUN ແລະ Facebook: Mao Mun Music ແນ່ເດີ.

ຊ່ອງທາງການຕິດຕາມຜົນງານ Mao Mun ຜ່ານ 2 ຊ່ອງທາງຄື:
Facebook https://www.facebook.com/DJPeth?_rdc=1&_rdr
ແລະ Youtube: https://www.youtube.com/results?search_query=MAO+MUN
ຂອບໃຈສຳລັບຂໍ້ມູນ ແລະ ຄຳສຳພາດຂອງ: ໂຈອີ້ ຫຼື Joey Khamphoumee https://www.facebook.com/joey.gabork?_rdc=1&_rdr
ສຳພາດວັນທີ 28 ພຶດສະພາ 2021.
ຮຽບຮຽງໂດຍ: Meo_ManU
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/