Luka Doncic ໄດ້ເຊັນຕໍ່ສັນຍາ Rookie ທີ່ແພງທີ່ສຸດໃນປະຫວັດສາດ NBA


ໃນລະດູການ 2022 – 2023 ທີ່ຈະມາຮອດນີ້ Luka Doncic ໄດ້ເຊັນສັນຍາຕໍ່ກັບທີມ Mavericks ໃນຮູບແບບ Rookie Supermax Extension ໃນລາຄາ 207 ລ້ານໂດລາສະຫະລັດ ເຊິ່ງເປັນສັນຍາທີ່ແພງທີ່ສຸດສຳລັບ Rookie ຫຼືນັກກິລາໜຸ່ມໃນປະຫວັດສາດ NBA.

Luka Doncic ພ້ອຍກາດ (Point Guard) ໜ້າໃໝ່ຂອງທີມ Dallas Mavericks ທີ່ໄດ້ເລີ່ມເຂົ້າມາຫຼິ້ນໃນລະດູການປີ 2018 ເຊິ່ງໃຜກໍຕ້ອງຍອມຮັບໃນຄວາມເກັ່ງຂອງນັກກິລາສັນຊາດສະໂລເວເນຍຄົນນີ້ ເນື່ອງຈາກວິລະກຳຕ່າງໆ ແຖມຍັງເປັນຄົນນຳທີມຊະນະຈົນເຂົ້າຮອບ Playoffs ໄດ້.

ນອກຈາກນີ້ Doncic ຍັງອາດຈະເປັນນັກກິລາບານບ້ວງທີ່ເກັ່ງທີ່ສຸດໃນບັນດານັກກິລາທີ່ອາຍຸ 21 ປີ ເຊິ່ງວ່າຄວາມສຳເລັດຂອງລາວກໍເປັນຫຼັກຖານທີ່ໜັກພຽງພໍໃຫ້ເຮົາເຊື່ອແບບນັ້ນເຊັ່ນ: ການໄດ້ Rookie MVP ສາມສະໄໝຊ້ອນ, ເປັນນັກກິລາທີ່ອາຍຸນ້ອຍທີ່ສຸດທີ່ໄດ້ Triple-Double ແລະອື່ນໆ…

ການເຊັນສັນຍານີ້ຄືຫຼັກປະກັນທີ່ Mavericks ຈະໄດ້ປູທາງທີມຂອງຕົນເອງໄປສູ່ແຫວນແຊ້ມໃນຮອບ 10 ປີຂອງປະຫວັດສາດທີມ.

ທີ່ມາ: https://on.nba.com/3CATs2t

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/