ເປັນຫຍັງເຮົາຈຶ່ງຕ້ອງ Social Detox?


ໃນໂລກທີ່ນັບມື້ນັບພັດທະນາໄວຂຶ້ນ, ປະຕິເສດບໍ່ໄດ້ເລີຍວ່າມີຜົນກະທົບຢ່າງຫຼວງຫຼາຍທີ່ເຮັດໃຫ້ທົ່ວໂລກກາຍເປັນສັງຄົມແຫ່ງຄວາມຮີບດ່ວນ. ການເສບສື່ ແລະ ຕິດຕາມຂ່າວສານທັງສະດວກສະບາຍທັງວ່ອງໄວພຽງແຕ່ປັດໜ້າຈໍໂທລະສັບ. ດ້ວຍເຫດນັ້ນ, ເຮັດໃຫ້ການກວດເບິ່ງ Social Media ກາຍເປັນກິດຈະກຳທີ່ຖືກນິຍົມທີ່ສຸດ ພ້ອມທັງຕາມມາດ້ວຍການເສບຕິດພຶດຕິກຳດັ່ງກ່າວ ເອີ້ນວ່າ Social Media Addiction.

ພຶດຕິກຳການເສບຕິດໂຊຊຽວມີເດຍ ແມ່ນການທີ່ເຮົານຳໃຊ້ສື່ຫຼາຍເກີນໄປ ໂດຍທີ່ມັນປະຕິບັດຕໍ່ສະໝອງຂອງຄົນເຮົາຄືກັນກັບການໃຊ້ສານເສບຕິດ. ມັນໄດ້ໄປກະຕຸ້ນໃຫ້ເກີດລະບົບໃຫ້ຮາງວັນ (Rewarding System) ເຊິ່ງປ່ອຍສານໂດປາມີນທີ່ເຮັດໃຫ້ຄົນເຮົາຮູ້ສຶກພໍໃຈ ແລະ ຢາກເຮັດອີກຄັ້ງຈົນກາຍເປັນເສບຕິດ. ພຶດຕິກຳການເສບຕິດດັ່ງກ່າວຈະສົ່ງຜົນໃຫ້ສ່ຽງຕໍ່ຄວາມຄຽດ, ໂຣກຊຶມເສົ້າ,​ ທັກສະການມີປະຕິສຳພັນກັບຜູ້ຄົນຖອຍລົງຈົນອາດຂາດຄວາມຮູ້ສຶກຮ່ວມເຊັ່ນ: ການເຫັນອົກເຫັນໃຈ… ນອກຈາກນັ້ນ ຍັງກະທົບໄປຮອດສຸຂະພາບທາງກາຍເຊັ່ນ: ການປວດເມື່ອຍຮ່າງກາຍ, ການແສບຕາຕ່າງໆ.

ດັ່ງນັ້ນ ຫຼາຍຄົນຈຶ່ງໃຊ້ວິທີ Social Detox, ແປໄດ້ຕາມຕົວມັນເລີຍແມ່ນ ການກຳຈັດໂຊຊຽວມີເດຍອອກໄປຈາກຮ່າງກາຍ, ແມ່ນການທີ່ຄົນຄົນໜຶ່ງຕ້ອງການຫຼຸດຜ່ອນການໃຊ້ງານໂຊຊຽວມີເດຍ ໂດຍໃຊ້ຊີວິດແບບທີ່ບໍ່ແຕະຕ້ອງມືຖືເປັນໄລຍະເວລາທົ່ວໄປແມ່ນ 30 ວັນ.

ເຊິ່ງການຫຼຸດອອກມາຈາກໂຊຊຽວນີ້ ມີຜົນດີຕໍ່ສຸຂະພາບຈິດເພີ່ມຂຶ້ນຫຼາຍເຊັ່ນ: ການທີ່ໄດ້ຮັບຄວາມໝັ້ນໃຈກັບມາໃສ່ຕົນເອງ, ບັນເທົາຄວາມກົດດັນຈາກການເສບຂ່າວ, ໄດ້ພັດທະນາທັກສະການປະຕິສຳພັນກັບຄົນອື່ນ ແລະ ຍັງມີເວລາວ່າງເພື່ອເຮັດກິດຈະກຳອື່ນໆອີກ.

ວິທີການທີ່ເຮົາຈະ Social Detox ຫຼັກໆນັ້ນມີຄື:

  • ຈຳກັດເວລາການໃຊ້ໂຊຊຽວມີເດຍ
  • ຫາກິດຈະກຳມາດຶງດູດຕົນເອງໃຫ້ມີສະມາທິ
  • ລົບແອບພິເຄຊັນທີ່ກ່ຽວກັບໂຊຊຽວມີເດຍຖິ້ມ
  • ຫາເຫດຜົນໃນການໃຊ້ໂຊຊຽວມີເດຍແທນທີ່ຈະເລື່ອນໄປເລື້ອຍໆ
  • ກວດຄວາມຄືບໜ້າວ່າຕົນເອງໄດ້ຫຼຸດຜ່ອນຈາກການໃຊ້ໂທລະສັບເທົ່າໃດ

ຫຼາຍຄົນອາດຈະຢ້ານວ່າການ Social Detox ຈະເຮັດໃຫ້ເຮົາບໍ່ທັນຂ່າວ ຫຼືເລື່ອງສຳຄັນໃນໂລກແຫ່ງການຮີບດ່ວນນີ້. ໃນຄວາມເປັນຈິງແລ້ວ, ໂລກໂຊຊຽວທີ່ແລ່ນໄປໄວແມ່ນແຕ່ຂ່າວໃນມື້ເຊົ້າທີ່ຫາກໍປະກາດ ແຕ່ຄົນກໍອາດຈະລືມມັນໄດ້ໃນມື້ສວາຍແລ້ວ ຕໍ່ໃຫ້ຈະເປັນຄົນທີ່ຕາມຂ່າວຢູ່ຕະຫຼອດກໍຕາມ. ເຊິ່ງການໄດ້ອອກມາກໍເປັນການຄັດເອົາຂ່າວທີ່ສຳຄັນແທ້ໆ, ແລ້ວຄອບຄົວ ຫຼື ໝູ່ເພື່ອນກໍຈະຕິດຕໍ່ຫາເຮົາໂດຍກົງນັ້ນເອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/