ເຢຍລະມັນ ເປີດສູນສັກວັກຊີນ ໃຫ້ຮູ້ສຶກຄືມາທ່ຽວສະຖານບັນເທີງ


ຫຼັງຈາກການສັ່ງປິດຕົວຂອງສະຖານບັນເທີງໃນເບີລິນ ທີ່ປະເທດເຢຍລະມັນ ຈຶ່ງມີສະຖານບັນເທີງບາງບ່ອນໄດ້ຖືກປ່ຽນໄປເປັນສູນສັກວັກຊີນ COVID -19. ໜຶ່ງໃນນັ້ນມີ Arena Club ທີ່ຈັດສະຖານທີ່ຂອງຕົນໃຫ້ມີສະພາບແວດລ້ອມແບບດຽວກັນກັບສະຖານບັນເທີງ.

ໃນ Arena Club ໄດ້ຈັດໃຊ້ໄຟສີສັນໃນຕີມ high-school disco ພ້ອມທັງມີດີເຈດັງໆ ຫຼາຍຄົນໄດ້ມາຮ່ວມອາສາເປີດເພງເພີ່ມບັນຍາກາດໃຫ້ທຸກຄົນທີ່ໄປສັກ ໄດ້ຮູ້ສຶກຄືກັບໄປທ່ຽວສະຖານບັນເທີງທີ່ຫ່າງຫາຍໄປດົນ. ເຖິງຢ່າງໃດກໍຕາມ, ທາງສູນກໍຍັງສືບຕໍ່ມາດຕະການຄວາມປອດໄພ ໂດຍການຈັດບ່ອນນັ່ງໃຫ້ຜູ້ທີ່ມາສັກ ພ້ອມຍັງເວັ້ນໄລຍະຫ່າງຢ່າງເປັນລະບຽບ.

ຜູ້ຈັດແລະຜູ້ອະນຸມັດງານສັງສັນໃນສູນວັກຊີນຄັ້ງນີ້ ມີຈຸດປະສົງປະຕິບັດການສົ່ງເສີມໃຫ້ໄວໜຸ່ມໃນພື້ນທີ່ ມີຄວາມຕ້ອງການມາສັກວັກຊີນດ້ວຍຕົນເອງ ຫຼາຍກວ່າມາດຕະການການບັງຄັບໃຫ້ມາສັກ, ເນື່ອງຈາກວ່າຍັງມີອີກ 37.5% ຂອງປະຊາກອນທີ່ຍັງບໍ່ໄດ້ຮັບວັກຊີນຈັກເຂັມ. ມີອີກຫຼາຍຄົນທີ່ມາ ບອກວ່າວັກຊີນນີ້ເປັນເຂັມທຳອິດຂອງພວກເຂົາ ແລະ ບອກວ່າການຈັດການຂອງງານສະດວກສະບາຍ ແລະ ບໍ່ຈຳເປັນຕ້ອງນັດ ຫຼື ເອົາເອກະສານຢັ້ງຢືນມາເພື່ອສັກຢາ.

ທີ່ມາ: https://bit.ly/3fUxxJH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/