UN ເຕືອນປະຊາຄົມໂລກກ່ຽວກັບບັນຫາສິ່ງແວດລ້ອມ ພ້ອມປະກາດ “ສັນຍານສີແດງ”


ໃນວັນທີ 9 ສິງຫາ ທີ່ຜ່ານມາ ຄະນະກຳມະການລະຫວ່າງລັດຖະບານວ່າດ້ວຍການປ່ຽນແປງດິນຟ້າອາກາດ (IPCC) ເຊິ່ງເປັນໜ່ວຍງານໜຶ່ງຂອງອົງການ ສະຫະປະຊາຊາດ (UN) ໄດ້ເຜີຍແຜ່ ບົດລາຍງານກ່ຽວກັບການສຶກສາການປ່ຽນແປງຂອງສະພາບແວດລ້ອມ ແລະ ພູມອາກາດຂອງໂລກ.

ບົດລາຍງານດັ່ງກ່າວ ແມ່ນມີເປົ້າໝາຍເພື່ອບົ່ງບອກໃຫ້ເຫັນເຖິງການປ່ຽນແປງຂອງດິນຟ້າອາກາດທີ່ມີຄວາມເສື່ອມໂຊມລົງ ພ້ອມກັບເຮັດໃຫ້ເຫັນວ່າສາເຫດຫຼັກໆທີ່ສິ່ງເເວດລ້ອມຖືກທຳລາຍ ແມ່ນເປັນຍ້ອນການກະທຳມະນຸດ. ບົດລາຍງານນີ້ມີຄວາມຍາວທັງໝົດ 42ໜ້າເຈ້ຍ ເຊິ່ງນຳໃຊ້ຜົນການວິໄຈຄົ້ນຄວ້າທາງວິທະຍາສາດຈາກຫຼາຍກວ່າ 14,000ແຫ່ງ ແລະ ໃຊ້ເວລາການສ້າງເຖິງ 8ປີ.

ໃນນັ້ນ, ບົດລາຍງານໄດ້ລະບຸວ່າ ຖ້າປຽບທຽບກັບປີ 1901 – 1971ແລ້ວ ລະດັບນ້ຳທະເລແມ່ນເພີ່ມຂຶ້ນເຖິງ 3 ເທົ່າ ເນື່ອງມາຈາກນ້ຳກ້ອນໃນມະຫາສະໝຸດອາກຕິກລົດລົງເປັນຈຳນວນຫຼາຍເພາະສະພາບອາກາດທີ່ຮ້ອນ ແລະ ອຸນຫະພູມເພີ່ມຂຶ້ນ ເຊິ່ງຜົນການຄົ້ນຄວ້າໄດ້ລາຍງານວ່າ ເຫດການນີ້ ແມ່ນເກີດຈາກການກະທຳຂອງມະນຸດ ເຖິງ 90%.

ນອກຈາກນັ້ນ, ບົດລາຍງານຍັງເຈາະຈົງເຖິງການກະທຳຕ່າງໆຂອງມະນຸດທີ່ສ້າງຜົນກະທົບ ເຊິ່ງເຮັດໃຫ້ເກີດການປ່ຽນແປງຢ່າງຫຼວງຫຼາຍຕໍ່ສິ່ງແວດລ້ອມ ໂດຍອຸນຫະພູມໃນປີ 1970 – ປັດຈຸບັນຂອງທົ່ວໂລກ ສະເລ່ຍແລ້ວ ປະກົດວ່າເພີ່ມສູງຂຶ້ນເຖິງ 1.09 ອົງສາ ເມື່ອທຽບກັບໄລຍະກ່ອນປະຕິບັດອຸດສາຫະກຳ ຫຼື ລະຫວ່າງປີ 1850 – 1900 ເຊິ່ງຖືວ່າເປັນອຸນຫະພູມທີ່ເພີ່ມຂຶ້ນສູງທີ່ສຸດໃນຮອບເຄິ່ງສະຕະວັດເລີຍກໍວ່າໄດ້.

ການປ່ຽນແປງດິນຟ້າອາກາດນີ້ໄດ້ສ້າງຜົນເສຍຫາຍຢ່າງຊ້າໆຕໍ່ໂລກຂອງພວກເຮົາ ເຊິ່ງສາມາດສັງເກດໄດ້ຈາກການລາຍງານຂ່າວຂອງສຳນັກຕ່າງໆກ່ຽວກັບໄຟໄໝ້ປ່າ ຫຼື ນ້ຳທະເລຂຶ້ນສູງຢ່າງຮຸນແຮງ ໃນບາງຂົງເຂດທົ່ວໂລກ.

ເນື້ອໃນທີ່ນັກວິທະຍາສາດຄາດການໄວ້ໃນບົດລາຍງານນີ້ລະບຸຕື່ມອີກວ່າ ລະດັບນ້ຳທະເລອາດຈະເພີ່ມຂຶ້ນຕື່ມອີກ 2ແມັດ ກ່ອນຈະໝົດສະຕະວັດນີ້ ຫຼື ປະມານປີ 2100 ແລະ ຈະເພີ່ມຂຶ້ນອີກ 5ແມັດ ໃນປີ 2150 ເຊິ່ງຈະເຮັດໃຫ້ເກີດນ້ຳຖ້ວມໃຫຍ່ ປະຊາຊົນຫຼາຍລ້ານຈະບໍ່ມີທີ່ຢູ່ອາໄສ ໂດຍສະເພາະແມ່ນຄົນທີ່ອາໄສຕາມແນວຊາຍຝັ່ງທະເລ.

ແນວໃດກໍຕາມ, ທີມນັກວິທະຍາສາດຂອງດັ່ງກ່າວໃຫ້ຄວາມເຫັນວ່າ ຫາກຊາດຕ່າງໆທົ່ວໂລກຊ່ວຍກັນຫຼຸດປະລິມານກາສຄາບອນລົງໄດ້ເຄິ່ງໜຶ່ງຈົນໄປຮອດປີ 203ພ້ອມຢຸດການປ່ອຍຄາບອນລົງໃຫ້ເຫຼືອ 0 ໃນປີ 2050 ອຸນຫະພູມຂອງໂລກກໍຈະບໍ່ສູງຂຶ້ນອີກຕໍໄປ ແລະ ຈະເຮັດໃຫ້ໂລກກັບສູ່ສະພາວະເຢັນລົງໄດ້ໃນລະດັບປົກກະຕິ.

ທີ່ມາ: https://www.bbc.com/thai/international-58147469

ພາບ: ITU, CARIB Tails Yachters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/