Cartoon Network ຈັບມືກັບ Warner Bros. ສ້າງ Anime ຂອງໂຕເອງ


ຫຼັງຈາກທີ່ Demon Slayer ແລະ My Hero Academia ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈາກຜູ້ຊົມທີ່ສະຫະລັດອາເມຣິກາ​. ທາງ Cartoon Network ຈຶ່ງໄດ້ຮ່ວມມືກັບຄ້າຍໜັງຍັກໃຫຍ່ແບບ Warner Bros. ຂຶ້ນມາ ເພື່ອຈະສ້າງກາຕູນສະໄຕລ໌ຍີ່ປຸ່ນ (Anime) ຂອງຕົນເອງເບິ່ງ.

Jason DeMarco, ຜູ້ບໍລິຫານທີ່ Adult Swim ແລະ ຜູ້ຮ່ວມສ້າງ Toonami ຈະເລີ່ມນຳພາໂຄງການດັ່ງກ່າວໃນຖານະຮອງປະທານ ເຖິງແມ່ນວ່າຈະຍັງບໍ່ມີແຜນທີ່ແນ່ນອນວ່າຮູບແບບຂອງໂປຣເຈັກຈະເປັນແນວໃດ. ແຕ່ DeMarco ໄດ້ຮັບປາກວ່າທາງສອງຄ້າຍນັ້ນກຳລັງສຸມໃສ່ກັບງານ Anime ຈາກຍີ່ປຸ່ນຢ່າງເຕັມທີ່, ​ ໝາຍຄວາມວ່າໃນພາຍພາກໜ້າຈະໄດ້ຮ່ວມງານກັບສະຕູດີໂອທົ່ວໂລກ.

ເຖິງແມ່ນວ່າ Anime ທັງສອງເລື່ອງທີ່ກ່າວມານັ້ນຈະບໍ່ແມ່ນສອງເລື່ອງທຳອິດທີ່ໄດ້ມາສາຍທີ່ສະຫະລັດອາເມຣິກາ ແຕ່ກໍປະຕິເສດບໍ່ໄດ້ກັບຄວາມດັງທົ່ວໂລກຈົນເປັນຜົນໃຫ້ຄ້າຍໃຫຍ່ທັງ Cartoon Network ກັບ Warner Bros. ສົນໃຈຢາກເຮັດແນວນີ້ຂຶ້ນມາ.

ທີ່ມາ: https://bit.ly/3CGU86m

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/