10 ຫຼັກສູດສຸດແປກ ທີ່ຖືກສອນໃນສະຖາບັນຊັ້ນນຳຂອງໂລກ


ເຮົາອາດຈະຄຸ້ນເຄີຍກັບສາຍການຮຽນ ຫຼື ສາຂາຮຽນຕ່າງໆບໍ່ວ່າຈະເປັນກ່ຽວກັບການເງິນ, ການໂຮງແຮມ, ການອອກແບບ, ສິລະປະ ແລະ ອື່ນໆ ຈາກມະຫາວິທະຍາໄລຕ່າງໆທັງໃນ ຫຼື ນອກປະເທດມາແດ່ແລ້ວ ແຕ່ເຊື່ອບໍ່ວ່ານອກຈາກສາຂາທີ່ວ່າມາແລ້ວ ຍັງມີອີກຫຼາຍໆສາຂາຮຽນທີ່ອາດຈະເຮັດໃຫ້ເຮົາເກີດຄວາມສົງໄສວ່າ “ມີແບບນີ້ເສີຍຫວາ!!!” ແຖມຍັງໄດ້ເຄີຍຖືກສອນຢູ່ໃນມະຫາວິທະຍາໄລຊັ້ນນຳຂອງໂລກອີກ.

ແລະນີ້ແມ່ນ 10 ຫຼັກສູດແປກໆທີ່ໄດ້ຖືກສອນຢູ່ໃນມະຫາວິທະຍາໄລຊື່ດັງຂອງໂລກ:

  1. ວິຊາອະໄວຍະວະເພດຊາຍສຶກສາ (The Phallus)

ເປັນຫຼັກສູດທີ່ສອນເຈາະເລິກກ່ຽວກັບອະໄວຍະວະເພດຊາຍໂດຍສະເພາະ ເຊິ່ງມີຄວາມເຊື່ອມໂຍງກ່ຽວໄປເຖິງເລື່ອງເພດ, ການປົກຄອງ ແລະ ລວມໄປເຖິງສັງຄົມນຳອີກ. ຫຼັກສູດວິຊານີ້ໄດ້ຖືກສອນໃນມະຫາວິທະຍາໄລ “Occidental College” ຂອງປະເທດສະຫະລັດອາເມຣິກາ.

  1. ວິຊາວ່າດ້ວຍເລື່ອງຄວາມໂງ່ (Stupidity)

ຍັງມີຢູ່ໃນມະຫາວິທະຍາໄລ ອອກຊິເດນທອລ (Occidental College) ກັບຫຼັກສູກວິຊາວ່າດ້ວຍຄວາມໂງ່ (Stupidity) ທີ່ສອນກ່ຽວກັບການວິພາກ ແລະ ພິສູດກ່ຽວກັບຄວາມໂງ່ຂອງຜູ້ຄົນ, ວ່າຄົນຜູ້ນັ້ນໂງ່ແທ້ຫຼືບໍ່ ແລະ ໂງ່ໃນດ້ານໃດແດ່ ເມື່ອຮຽນຈົບແລ້ວຮັບຮອງວ່າເຮົາຈະເຂົ້າໃຈເຖິງຄວາມໂງ່ຢ່າງຈະແຈ້ງແນ່ນອນ.

  1. ວິຊາສັງຄົມທຸລະກິດ ສື່ລາມົກ (Cyberporn and Society)

ມະຫາວິທະຍາໄລ The State University of New York at Buffalo ໄດ້ເປິດສອນວິຊາ ສັງຄົມທຸລະກິດສື່ລາມົກ “Cyberporn and Society” ເພື່ອເອົາໃຈຜູ້ຊາຍໂດຍສະເພາະ ເຊິ່ງສ່ວນໃຫຍ່ຈະເປັນການສຶກສາ ໂດຍໃຫ້ນັກສຶກສາສຳຫຼວດເວັບໄຊກ່ຽວກັບສື່ລາມົກທາງອິນເຕີເນັດ ແລະ ວັດທະນະທຳທີ່ກໍ່ໃຫ້ເກີດວິດີໂອ ຫຼືການເຮັດຮູບເງົາ ໃນໂລກອອນໄລນ໌.

  1. ວິຊາ ເດິ ຊິມສັນ ແລະ ປັດຊະຍາ (The Simpsons and Philosophy)

ຫຼາຍໆຄົນອາດຈະເຄີຍເຫັນຮູບຂອງກາຕູນເລື່ອງນີ້ມາແດ່ແລ້ວ ແຕ່ການທີ່ນຳມາເປັນຫຼັກສູດໃນການສອນນີ້ກໍຖືວ່າແປກໃໝ່ຫຼາຍ, ວິຊາ “ເດີຊິມສັນ ແລະ ປັດຊະຍາ” ເປັນຫຼັກສູດທີ່ແປກໃໝ່ຈາກມະຫາວິທະຍາໄລແຄຣິຟໍເນຍ-ເບີກລີ ຂອງອາເມຣິກາ ທີ່ນຳເອົາກາຕູນຕະຫຼົກສຽດສີສັງຄົມຂອງຊົນຊັ້ນກາງໃນອາເມຣິກາຢ່າງເລື່ອງ ເດີຊິມສັນ ເຊິ່ງເອົາມາປຽບທຽບກັບປັດຊະຍາເກຣັກບູຮານ.

  1. ວິຊາແຮຣີ່ ພອດເຕີ້ ແລະ ຍຸກແຫ່ງພາບລວງຕາ (Harry Potter and The Age of Illusion)

ສາຍເວດມົນຕ້ອງເຊີນທາງນີ້ ເພາະມະຫາວິທະຍາໄລເດີແຮມ (University of Durham) ມະຫາວິທະຍາໄລອັນເກົ່າແກ່ຂອງອັງກິດໄດ້ເປີດການຮຽນການສອນໃນສາຂາ “ວິຊາແຮຣີ່ ພອດເຕີ້ ແລະ ຍຸກແຫ່ງພາບລວງຕາ (Harry Potter and The Age of Illusion)” ໃນລະດັບປະລິນຍາຕີ ໂດຍ ຂຶ້ນກັບຄະນະສຶກສາສາດ ແລະ ເປັນວິຊາບັງຄັບໃນຊັ້ນຮຽນປີທີ 2 ຂອງຄະນະສຶກສາສາດ. ສຳລັບໃຜທີ່ເປັນແຟນຮູບເງົາ ຫຼື ປຶ້ມຂອງແຮຣີ່ ພອດເຕີ້ ຕ້ອງບໍ່ຄວນພາດສາຍຮຽນນີ້ແລ້ວ.

  1. ວິຊາພາສາເອລຟ໌ (Elvish, The Language of “Lord Of The Rings”)

ວິທະຍາໄລວິສຄອນຊິນ (University of Wisconsin) ໄດ້ເປີດຫຼັກສູດການຮຽນຮູ້ພາສາເວົ້າ (Elvish) ສຳລັບຄົນທີ່ສົນໃຈບົດສົນທະນາລະຫວ່າງຕົວລະຄອນ ເລໂກລັສ ແລະ ທະຣັນດູອິວ ໃນຮູບເງົາເລື່ອງ The Lord of The Rings.

  1. ວິຊາຊອມບີ້ສຶກສາ (Zombie Studies)

ມະຫາວິທະຍາໄລບັລຕິມໍ (University of Baltimore) ສະຫະລັດອາເມຣິກາ ໄດ້ເອົາໃຈສາຍຮັກຜີຊີວະ ຫຼື ຊອມບີ້ ດ້ວຍການເປີດຫຼັກສູດວິຊາ “ຊອມບີ້ສຶກສາ” ທີ່ຮຽນເຖິງຂັ້ນລະດັບປະລິຍາຕີ ກ່ຽວກັບການວິເຄາະຮູບເງົາກ່ຽວກັບຊອມບີ້ທີ່ເປັນທີ່ນິຍົມກັນ ເພື່ອໃຫ້ນັກສຶກສາ ໄດ້ຮູ້ເທົ່າທັນເຖິງໄພຄຸກຕາມຈາກພວກຜີດິບ ແລະ ກຽມພ້ອມຮັບມືກັບເຫດການທີ່ຈະເກີດຂຶ້ນ.

  1. ວິຊາຕັດສິນໃຈສາດ (Decision science)

ຫຼັກສູດປະລິນຍາຕີກ່ຽວກັບການຕັດສິນໃຈໂດຍໃຊ້ວິທະຍາສາດທາງດ້ານການຄຳນວນ (BSc in Mathematics for Decision Science) ລະດັບປະລິຍາຕີ ໄດ້ຖືກບັນຈຸເຂົ້າມາສອນໃນມະຫາວິທະຍາໄລ ກຣີນວິດຊ໌ (University of Greenwich) ແຫ່ງກຸງລອນດອນ, ເປັນຫຼັກສູດທີ່ຈະໃຫ້ນັກຮຽນໄດ້ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບເວລາຂອງການຕັດສິນໃຈ ການຄິດ-ວິເຄາະ ການຈຳລອງເຫດການ ແລະ ການເພີ່ມປະສິດທິພາບທາງດ້ານ EQ ເຊິ່ງຈະຊ່ວຍໃຫ້ມີຄວາມສາມາດໃນການຕີຄວາມ ແລະ ການສື່ສານເພື່ອການຕັດສິນໃຈໃນເລື່ອງຕ່າງໆໄດ້ດີຂຶ້ນ.

  1. ວິຊາວິທະຍາສາດການເປັນຊຸບເປີຮີໂຣ່ (The Science of Superhero)

ການທີ່ເຮົາເບິ່ງຮູບເງົາ ຫຼື ອ່ານກາຕູນກ່ຽວກັບຊຸບເປີຮີໂຣ່ ນັ້ນກໍປະຕິເສດບໍ່ໄດ້ວ່າບາງເທື່ອເຮົາກໍອາດຢາກຈະມີທັກສະ ຫຼື ຄວາມສາມາດ ແບບທີ່ຊຸບເປີຣີໂຣ່ມີ, ເຊິ່ງທາງມະຫາວິທະຍາໄລ ແຄຣິຟໍເນຍ ວິທະຍາເຂດເອີໄວນ໌ (University of California : Irvine) ຈຶ່ງໄດ້ເປີດຫຼັກສູດວິຊາວິທະຍາສາດການເປັນຮີໂຣ່ ເຊິ່ງເປັນສ່ວນໜຶ່ງຂອງພາກວິຊາ Physics and Astronomy ເພື່ອສຶກສາກ່ຽວກັບພະລັງເຫຼົ່ານັ້ນ.

  1. ວິຊາການອອກແບບຊີວິດ (Designing Your Life)

ມາຮອດຫຼັກສູດສຸດທ້າຍທີ່ຖືວ່າເປັນຫຼັກສູດທີ່ພໍຈະມີຄວາມສຳຄັນຕໍ່ການໃຊ້ຊີວິດຂອງຄົນເຮົາ ນັ້ນກໍຄືວິຊາການອອກແບບຊີວິດ (Designing Your Life) ທີ່ໄດ້ເປີດສອນຢູ່ໃນ ສະຖາບັນເທັກໂນໂລຢີແມສຊາຊູເຊັດ (Massachusetts Institute of Technology) ເພື່ອຊ່ວຍໃຫ້ນັກສຶກສາ ມີຄວາມສຸກ, ພໍໃຈຕໍ່ສິ່ງທີ່ມີ, ຈັດແຈງລາຍຈ່າຍໃຫ້ພຽງພໍຕໍ່ການໃຊ້ຈ່າຍ ແລະ ປະຢັດ, ການເຂົ້າສັງຄົມ, ການເຮັດວຽກ ໄປຈົນເຖິງຄວາມສຳພັນສ່ວນຕົວກັບຄອບຄົວ ຫຼື ຄົນຮັກ. ວິຊານີ້ ເລີ່ມຕົ້ນມາຈາກການເປີດສອນເປັນຄອສຮຽນສັ້ນໆ ແຕ່ຜົນຕອບຮັບດີ ຈຶ່ງໄດ້ຖືກບັນຈຸເປັນວິຊາປະຈຳ.

ນອກຈາກ 10 ຫຼັກສູດທີ່ໄດ້ກ່າວມາຂ້າງເທິງແລ້ວ ຍັງມີອີກຫຼາຍຫຼັກສູດທີ່ແປກ ແລະໜ້າສົນໃຈ ທີ່ອາດຈະເປັນປະໂຫຍດ ຫຼື ສາມາດສຶກສາໄວ້ ເພື່ອເປັນຄວາມຮູ້ໂດຍບໍ່ສົ່ງຜົນໃດໆ ຫາກແຕ່ເປັນຄວາມສຸກຂອງຜູ້ທີ່ສົນໃຈໃນເລື່ອງນັ້ນໆ.

ຂໍ້ມູນຈາກ : https://www.scholarship.in.th/มาดู-20-วิชาสุดแปลก-มีจริง/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/