ເມືອງເສິນເຈິ້ນລົງທຶນ 4.7 ພັນລ້ານຢວນ ສ້າງສວນສະໜຸກ “ເລໂກ້ແລນດ໌” ທີ່ໃຫຍ່ທີ່ສຸດໃນໂລກ!


ເລໂກ້ ສິ່ງທີ່ພວກເຮົາຄຸ້ນເຄີຍດີໃນຍາມທີ່ຍັງນ້ອຍ ຫຼື ຕອນນີ້ກໍຍັງເປັນທີ່ມັກຂອງຫຼາຍຄົນຢູ່ ຈະດີເທົ່າໃດຖ້າຫາກໄດ້ເຂົ້າໄປສຳຜັດໂລກຂອງເລໂກ້ທີ່ມີຂະໜາດໃຫຍ່ເທົ່າປົກກະຕິ ແບບດຽວກັນກັບທີ່ເມືອງເສິນເຈິ້ນກຳລັງຈະລົງທຶນສ້າງເລໂກ້ແລນດ໌ ຫຼື ດິນແດນເລໂກ້ຂຶ້ນມາ ດ້ວຍຈຳນວນເງິນລົງທຶນມະຫາສານເຖິງ 4.7 ພັນລ້ານຢວນ!!!

ເມື່ອທ້າຍເດືອນທີ່ຜ່ານມາ ສຳນັກງານນະໂຍບາຍ ແລະ ແຜນຊັບພະຍາກອນທຳມະຊາດແຫ່ງເມືອງເສິນເຈິ້ນ ປະເທດຈີນ ໄດ້ປະກາດວ່າ ຈະດຳເນີນການກໍ່ສ້າງສວນສະໜຸກເລໂກ້ແລນດ໌ (Legoland) ໃນພື້ນທີ່ເຂດໃໝ່ຕ້າເຜິງ ໃນເມືອງເສິນເຈິ້ນ ໂດຍມີພື້ນທີ່ປະມານ 530,000 ຕາແມັດ ຖ້າສຳເລັດກໍຈະກາຍເປັນສວນສະໜຸກເລໂກ້ແລນດ໌ທີ່ໃຫຍ່ທີ່ສຸດໃນໂລກ. ໂດຍໂຄງການຄັ້ງນີ້ພັດທະນາ ແລະ ດຳເນີນການໂດຍບໍລິສັດ Merlin Entertainments Group  ກັບ ບໍລິສັດ Hazens Holdings Group.

ໂດຍຮູບແບບການອອກແບບຈະສ້າງໃຫ້ເຂົ້າກັບພື້ນທີ່ທ້ອງຖິ່ນ ເຊິ່ງໄດ້ປະສົມປະສານຄວາມເປັນຈີນ ແລະ ນະຄອນເສິນເຈິ້ນເຂົ້າກັນ, ພາຍໃນຈະປະກອບໄປດ້ວຍສວນສະໜຸກ, ສວນນ້ຳເລໂກ້, ສູນໃຫ້ຂໍ້ມູນ, ຈຸດຊົມວິວ ແລະ ສູນບໍລິການນັກທ່ອງທ່ຽວ ລວມທັງມີໂຮງແຮມເລໂກ້ອີກ 3 ແຫ່ງທີ່ມີຫ້ອງທັງໝົດຫຼາຍເຖິງ 1,100 ຫ້ອງໄວ້ຮອງຮັບນັກທ່ອງທ່ຽວ.

ນອກຈາກໂຄງການດັ່ງກ່າວແລ້ວ ສວນສະໜຸກເລໂກ້ອີກສະຖານທີ່ແມ່ນຢູ່ໃນມົນທົນເສສວນ ເຊິ່ງເລີ່ມດຳເນີນການສ້າງຕັ້ງແຕ່ປີ 2020 ແລະ ຈະເປີດຕົວໃນເດືອນກັນຍາ ປີ 2023, ນະຄອນຊາງໄຮເອງກໍຈະມີແຜນກໍ່ສ້າງເລໂກ້ແລນດ໌ ແລະ ມີກຳນົດເປີດບໍລິການໃນຕົ້ນປີ 2024. ຖ້າຜູ້ໃດມັກຮັກໃນເລໂກ້ ຕ້ອງຖືກໃຈແນ່ນອນ ເຊິ່ງປະເທດລາວເຮົາເອງກໍຕິດກັບປະເທດຈີນ ແລະ ລົດໄຟຟ້າທີ່ສາມາດເດີນທາງໄປຈີນໄດ້ຢ່າງສະດວກສະບາຍກໍກຳລັງຈະເປີດໃຫ້ບໍລິການໃນໄວໆນີ້ເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

https://cutt.ly/fQSmUI2

https://cutt.ly/PQSmR3F

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/