Seungri ຖືກຕັດສິນໃຫ້ຈຳຄຸກ 3 ປີ ໃນຂໍ້ຫາຄ້າປະເວນີ ແລະ ການພະນັນ


Seungri ອະດີດສະມາຊິກນັກຮ້ອງຂອງວົງຊື່ດັງ BIGBANG ທີ່ຫຼາຍຄົນກໍຮູ້ຈັກກັນດີໃນລະດັບໜຶ່ງ ມີແຟນຄັບຢູ່ຫຼາຍປະເທດ, ມີຄົນຮັກໄປກັບສຽງເພງ ແລະ ຄວາມສາມາດເປັນອັນດັບຕົ້ນໆ.

ໃນ 2 ປີກ່ອນ ມີເຫດການທີ່ບໍ່ໜ້າເຊື່ອ ແລະ ເຮັດໃຫ້ຫຼາຍຄົນຕົກໃຈໄປຕາມໆກັນ, ເມື່ອ Seungri ມີຂໍ້ຫາເປັນຈຳນວນຫຼາຍ ເຊິ່ງທີ່ຜ່ານມາກໍມີການຂຶ້ນສານເພື່ອຕັດສິນສິນຄະດີໃນຫຼາຍຄັ້ງ, ຫຼັກໆເລີຍກໍຈະແມ່ນຂໍ້ຫາຈັດຫາສາວບໍລິການໃຫ້ແກ່ນັກລົງທຶນຈາກໄຕ້ຫວັນ, ຍີ່ປຸ່ນ, ຮ່ອງກົງ ແລະ ປະເທດອື່ນໆ ເພື່ອຫາທຶນເຂົ້າທຸລະກິດເທັກ ແລະ ທຸລະກິດອື່ນໆ.

ນອກຈາກນັ້ນ ກໍຍັງຖືກຕັ້ງຂໍ້ຫາໃຊ້ເງິນຈາກທຸລະກິດຂອງຕົນໄປໃຊ້ໃນທາງທີ່ບໍ່ເໝາະສົມ ລວມທັງຫຼິ້ນການພະນັນຈົນເສບຕິດ ຢູ່ທີ່ນະຄອນ ລາສເວກັສ ຕັ້ງແຕ່ປີ 2013-2017, ເພາະເງິນທີ່ໄດ້ຈາກການພະນັນນັ້ນ Seungri ຈຶ່ງຖືກຕັ້ງຂໍ້ຫາຝ່າຝືນກົດໝາຍການເຮັດທຸລະກຳແລກປ່ຽນເງິນຕາຕ່າງປະເທດ ໃນການພິຈາລະນາສານ ເມື່ອວັນທີ 2 ກໍລະກົດ 2021 ທີ່ຜ່ານມາ.

ໃນການພິຈາລະນາຄະດີ Seungri ໄດ້ປະຕິເສດຂໍ້ກ່າວຫາ ໂດຍໄດ້ເວົ້າວ່າຕົນເອງບໍ່ໄດ້ເປັນຜູ້ຈັດຫາສາວຄ້າປະເວນີ ແລະ ຕົນເອງບໍ່ໄດ້ໄປສະຫະລັດອາເມຣິກາ ເພື່ອໄປຫຼິ້ນການພະນັນ. ດັ່ງນັ້ນ ທາງໄອຍະການກໍຍິ່ງຍື່ນສະເໜີໃຫ້ໂທດຈຳຄຸກ 5 ປີ ແລະ ປັບໃໝ 20 ລ້ານວອນ ໂດຍໃຫ້ເຫດຜົນວ່າ Seungri ບໍ່ສຳນຶກຜິດ ແລະ ຫັນໄປໂທດຄົນອື່ນ ທັ້ງທີ່ຕົນເອງມີຄວາມສຸກໃນກຳໄລອັນມະຫາສານທີ່ຕົນເອງສ້າງຂຶ້ນ.

ສຸດທ້າຍ ສານກໍໄດ້ຕັດສິນໃຫ້ຕິດຄຸກ 3 ປີ, ຈາກ 9 ຂໍ້ຫາເຊັ່ນ: ການຄ້າປະເວນີ, ການໄກ່ເກ່ຍຄ້າປະເວນີ, ອາຊະຍາກຳທາງເພດ, ແຊຣ໌ພາບຜິດກົດໝາຍ, ການພະນັນ, ແລກປ່ຽນເງິນຕາຕ່າງປະເທດ, ຍັກຍອກເງິນ, ລະເມີດກົດສຸຂະອະນາໄມຂອງອາຫານ, ປຸກປັ່ນໃຫ້ກະທຳການຮຸນແຮງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/