Kelvin Kiptum ຄວ້າແຊ້ມ London Marathon 2023 ພ້ອມທຳລາຍສະຖິຕິຂອງສະໜາມນີ້ ດ້ວຍເວລາ 02:01:25 ຊົ່ວໂມງ


ໃນວັນອາທິດທີ່ຜ່ານມາ ທີ່ມະຫານະຄອນລອນດອນ ປະເທດອັງກິດ ໄດ້ມີການຈັດການແຂ່ງຂັນ London Marathon 2023 ເຊິ່ງຖືເປັນອີກໜຶ່ງລາຍການແຂ່ງຂັນແລ່ນມາຣາທອນ ທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງຜົນສະຫຼຸບໃນການແຂ່ງຂັນຄັ້ງນີ້ ເປັນທາງຂອງ  Kelvin Kiptum ທີ່ສາມາດຄວ້າແຊ້ມ ລາຍການນີ້ໄປໄດ້ ພ້ອມທຳລາຍສະຖິຕິຂອງສະໜາມນີ້ ດ້ວຍເວລາ 02:01:25 ຊົ່ວໂມງ.

ໂດຍໃນການແຂ່ງຂັນຄັ້ງນີ້ Kelvin Kiptum ນັກແລ່ນອາຍຸ 23 ປີ ຈາກເຄນຍາ ນັ້ນເຮັດຜົນງານໄດ້ຢ່າງໂດດເດັ່ນ ໂດຍນຳຫ່າງຄົນດຽວໃນໄລຍະທ້າຍ ກ່ອນຈະແລ່ນເຂົ້າເສັ້ນໄຊເປັນອັນດັບ 1​ ດ້ວຍເວລາ 02:01:25 ຊົ່ວໂມງ ທຳລາຍສະຖິຕິສະໜາມນີ້ຂອງ Eliud Kipchoge ທີ່ເຄີຍເຮັດໄວ້ 02:02:37 ຊົ່ວໂມງ ເມື່ອປີ 2019.

ສ່ວນອັນດັບ 2 ໃນປີ ນີ້ຕົກເປັນຂອງ Geoffrey Kipsang ນັກແລ່ນຮຸ່ນອ້າຍຈາກ ເຄນຍາ ເຊັ່ນດຽວກັນ ທີ່ເຂົ້າເສັ້ນໄຊດ້ວຍເວລາ 02:04:23 ຊົ່ວໂມງ ແລະ ອັນດັບ 3 ເປັນຂອງ Tamirat Tola ນັກແລ່ນຈາກ ເອທິໂອເປຍ ທີ່ເຂົ້າເສັ້ນໄຊໄປດ້ວຍເວລາ  02:04:59 ຊົ່ວໂມງ.

ສ່ວນແຊ້ມຂອງປະເພດຍິງປີນີ້ ຕົກເປັນຂອງ Sifan Hassan ເຈົ້າຂອງຫຼຽນຄໍາ Olympics ໄລຍະ 5.000 ແມັດ ແລະ 10.000 ແມັດ. ທີ່ໜ້າສົນໃຈກໍຄື ນັກແລ່ນສາວຈາກ ເນເທີແລນຄົນນີ້ ຫາກໍລົງແຂ່ງໄລຍະມາຣາທອນ ຄັ້ງນີ້ເປັນຄັ້ງທຳອິດ ເຊິ່ງໄດ້ແລ່ນເຂົ້າເສັ້ນໄຊເປັນອັນດັບ 1 ດ້ວຍເວລາ 02:18:34 ຊົ່ວໂມງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/