Josh Hutcherson ຢືນຢັນຈະກັບມາໃນ The Hunger Games ອີກຄັ້ງຫາກນັກສະແດງຫຼັກເປັນທີມເກົ່າ


ເມື່ອປີ 2023 ທີ່ຜ່ານມາ ແຟຣນຊາຍ The Hunger Games ໄດ້ກັບມາຢ່າງຍິ່ງໃຫຍ່ອີກຄັ້ງຫຼັງຈາກພາກແຍກເລື່ອງ The Hunger Games: The Ballad of Songbirds & Snakes ກວາດລາຍໄດ້ໄປທົ່ວໂລກຫຼາຍກວ່າ 300 ລ້ານໂດລາ ຈຶ່ງພາໃຫ້ແຟນໆຫຼາຍຄົນຕັ້ງຄຳຖາມວ່າຈະມີໂອກາດທີ່ຈະໄດ້ເຫັນຕົວລະຄອນເກົ່າໆກັບມາຫຼືບໍ່?.

ເຊິ່ງຫຼ້າສຸດ Josh Hutcherson ໜຶ່ງໃນນັກສະແດງຈາກພາກຕົ້ນກຳເນີດແຟຣນຊາຍນີ້ໄດ້ອອກມາຢືນຢັນວ່າ ພ້ອມກັບໄປຮັບບົດ Peeta Mellark ໃນ The Hunger Games ອີກຄັ້ງ ຫາກນັກສະແດງຫຼັກຍັງເປັນທີມເກົ່າທີ່ຈະກັບມານັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/